ຄົ້ນຫາຫວຽດນາມ

15/05/2024

ຕະຫຼາດຄວາມຮັກ ຊວັນເຢືອງ - ງານບຸນທີ່ເປັນເອກະລັກ ຂອງຊາວເຜົ່ານຸ່ງ ໃນແຂວງ ບັກກ້ານ

(VOVWORLD) -ຕະຫຼາດຄວາມຮັກ ຊວັນເຢືອງ ແມ່ນງານບຸນທີ່ເປັນເອກລັກຂອງພໍ່ແມ່ພີ່ນ້ອງເຜົ່ານຸ່ງ ຢູ່ຕາແສງ ຊັວນເຢືອງ ເມືອງ ນາຣີ່ ແຂວງ ບັກກ້ານ. ງານບຸນທີ່ມີມາແຕ່ດົນນານ ພ້ອມກັບການດຳເນີນຊີວິດວັດທະນະທຳສິລະປະວັນນະຄະດີ ທີ່ເປັນເອກະລັກສະເພາະ. ພິເສດຕະຫຼາດຄວາມຮັກແມ່ນໂອກາດເພື່ອໃຫ້ບັນດາຄູ່ບ່າວສາວຮັກກັນ ແຕ່ບໍ່ສາມາດເປັນຜົວເມຍກັນ ຫຼື ບັນດາເພື່ອນເກົ່າໄດ້ມີໂອກາດພົບປະນັດກັນ ພ້ອມກັນຂັບສາລີ ທີ່ເປັນໜ້າຈັບໃຈ

ຕະຫຼາດຄວາມຮັກ ຊວັນເຢືອງ - ງານບຸນທີ່ເປັນເອກະລັກ ຂອງຊາວເຜົ່ານຸ່ງ ໃນແຂວງ ບັກກ້ານ
08/05/2024

ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ບ້ານ ມ່ຽນ.

(VOVWORLD) -ຫວ່າງແລ້ວນີ້, ພະແນກທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນ ເມືອງ ບາວີ່ ຫາກໍ່ຈັດພິທີປະກາດສະຖານທີ່ທ່ອງທ່ຽວຊຸມຊົນບ້ານ ມ່ຽນ ຢູ່ຕາແສງ ບາວີ່ ຮ່າໂນ້ຍ. ດ້ວຍທ່າໄດ້ປຽບແມ່ນແຫ່ງທີ່ມີຕົ້ນຢາສະໝູນໄພ, ບ້ານ ມ່ຽນ ກາຍເປັນສະຖານທີ່ເປັນໜ້າຈັບໃຈ ເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາການບໍລິການເບິ່ງແຍງສຸຂະພາບດ້ວຍຢາພື້ນເມືອງ

ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ບ້ານ ມ່ຽນ.
24/04/2024

ສາມແຍກ ກໍ່ນ່ອຍ - ບົດເພງອຳມະຕະໃນບັ້ນຮົບດ້ຽນບຽນຝູ໋

(VOVWORLD) -ໂດຍແມ່ນຈຸດໄຂວ່ກັນຂອງບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ເຂດທົ່ງພຽງພາກເໜືອ, ເຂດຖານທີ່ໝັ້ນຫວຽດບັກ, ລະຫວ່າງເຂດສາມ (ຫ໋າຍຟ່ອງ, ກຽນອານ, ຖາຍບິ່ງ, ຮຶງອຽນ, ຫ໋າຍເຢືອງ) ລະຫວ່າງເຂດສີ່ (ແທັງຮວ໊າ, ເງະອານ, ຮ່າຕິ໊ງ, ກວ່າງບິ່ງ, ກວ໋າງຈິ, ເທື່ອທຽນ) ກັບສະໜາມຮົບ ດ້ຽນບຽນຝູ໋, ສາມແຍກ ກໍ່ນ່ອຍ ຂຶ້ນກັບບໍລິເວນຕາແສງ ກໍ່ນ່ອຍ ເມືອງ ມາຍເຊີນ ແຂວງ ເຊີນລາ ແມ່ນຊ່ວງທາງຄົມມະນະຄົມທີ່ເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ. ຢູ່ແຫ່ງນີ້ມີພະນັກງານນັກຮົບ ຊາວໜຸ່ມຕະລຸມບອນ ແລະ ປະຊາຊົນ ບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະຊີວິດ ປະກອບສ່ວນສ້າງບົດເພງອຳມະຕະໃຫ້ແກ່ໄຊຊະນະ ດ້ຽນບຽນຝູ໋ ຄືວັນທີ 7 ພຶດສະພາ ປີ 1954

ສາມແຍກ ກໍ່ນ່ອຍ - ບົດເພງອຳມະຕະໃນບັ້ນຮົບດ້ຽນບຽນຝູ໋
17/04/2024

ສາງຮັກສາສຳເນົາເອກະສານແຫ່ງຊາດກ່ຽວກັບບັ້ນຮົບດ້ຽນບຽນຝູ໋

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ໋ (7/5/1954 - 7/5/2024) ແລະ 70 ປີ ແຫ່ງວັນເຊັນສັນຍາເຊີແນວ(20/7/1954 - 20/7/2024), ຫວ່າງແລ້ວນີ້ຢູ່ຮ່າໂນ້ຍ ສູນຮັກສາສຳເນົາແຫ່ງຊາດເລກ 3 ກົມເອກະສານ ແລະ ຮັກສາສຳເນົາແຫ່ງລັດ ກະຊວງພາຍໃນ ໄດ້ແນະນຳເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ໋ ແລະ ກອງປະຊຸມເຊີແນວ ປີ 1954. ນີ້ເປັນຄັ້ງທຳອິດທີ່ສາງເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ໋ ຖືກນຳມາວາງສະແດງຕໍ່ມວນຊົນ

ສາງຮັກສາສຳເນົາເອກະສານແຫ່ງຊາດກ່ຽວກັບບັ້ນຮົບດ້ຽນບຽນຝູ໋
10/04/2024

ກິ່ວຫຼຸງໂລ - ເສັ້ນທາງທີ່ສຳຄັນໃນບັ້ນຮົບ ດ້ຽນບຽນຝູ໋

(VOVWORLD) -ໃນບັ້ນຮົບ ດ້ຽນບຽນຝູ໋ ປີ 1954 ກິ່ວຫຼຸງໂລ ແມ່ນໜຶ່ງໃນບັນດາເສັ້ນທາທີ່ສຳຄັນ ເພື່ອໃຫ້ກອງທັບ ແລະ ປະຊາຊົນຫວຽດນາ ລຳລຽງຂົນສົ່ງອາວຸດພ້ອມກັບສະບຽງອາຫານ ເພື່ອຮັບໃຊ້ບັ້ນຮົບ. ເພື່ອໃຫ້ເສັ້ນທາງຍາມໃດກໍ່ທະລຸ ຕອບສະໜອງຄວາມຮຽກຮ້ອງການໜ້າທີ່ວຽກງານ, ບັນດາກົມກອງຊ່າງແສງ, ແຮງງານຮັບໃຊ້ບັ້ນຮົບໄດ້ເປີດ ແລະ ປົກປັກຮັກສາເສັ້ນທາງໃນຕະຫຼອດວັນ ແລະ ຄືນ ປະກອບສ່ວນສ້າງໄຊຊະນະທີ່ລືຊາຜາກົດຢູ່ທົ່ວ 5 ທະວີບ ແລະ ເຮັດໃຫ້ໂລກສັ່ນສະເທືອນ

ກິ່ວຫຼຸງໂລ - ເສັ້ນທາງທີ່ສຳຄັນໃນບັ້ນຮົບ ດ້ຽນບຽນຝູ໋
03/04/2024

ແມ່ນ້ຳຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມຢູ່ເຂດພູພຽງຫີນ ດົ່ງວັນ

(VOVWORLD) -ເມືອງ ແມ່ວວາກ ແມ່ນໜຶ່ງໃນຈຳນວນ 4 ເມືອງໃນແຂວງ ຮ່າຢາງ ນອນໃນບໍລິເວນສວນສາທາລະນະທໍລະນີທົ່ວໂລກພູພຽງຫີນດົ່ງວັນ. ບໍ່ພຽງແຕ່ມີຄວາມຫຼາກຫຼາຍສີສັນວັດທະນະທຳຂອງບັນດາເຜົ່າເທົ່ານັ້ນ ຢູ່ແຫ່ງນີ້ຍັງມີທັດຊະນີຍະພາບທີ່ໃຫຍ່ໂຕມະໂຫຖານດ້ວຍບັນດາສາຍພູຫີນປູນ ແລະ ພິເສດແມ່ນລຳແມ່ນ້ຳ ຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມເລື່ອນລອຍອ້ອມກິ່ວ ໝາປີແລ່ງ

ແມ່ນ້ຳຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມຢູ່ເຂດພູພຽງຫີນ ດົ່ງວັນ
27/03/2024

ຄົ້ນຫາວິຫານ ລ່າງໂບນ ແຂວງ ຮວ່າບິ່ງ

(VOVWORLD) -ວິຫານ ລ່າງໂບນ ຕັ້ງຢູ່ບ້ານ ຈ່ຽງເຈົາ ຕາແສງ ຈ່ຽງເຈົາ ແມ່ນສະຖານທີ່ເຫຼື້ອມໃສທີ່ສັກສິດໃນບໍລິເວນເມືອງ ມາຍເຈົາ ແຂວງ ຮ່ວາບິ່ງ. ວິຫານແຫ່ງນີ້ບູຊາທ່ານ ລ່າງໂບນ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງບ້ານແປງເມືອງ ຕາມປະເພນີເຮືອນຮ້ານຂອງເຜົ່າຜູ້ໄທ

ຄົ້ນຫາວິຫານ ລ່າງໂບນ ແຂວງ ຮວ່າບິ່ງ
20/03/2024

ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ ຊາປາ, ແຂວງ ລ່າວກາຍ

(VOVWORLD) -ໂດຍແມ່ນໜຶ່ງໃນຈຳນວນ 10 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດຢູ່ອາຊີອາຕາເວັນອອກສຽງໃຕ້ ແລະ ແມ່ນໜຶ່ງໃນຈຳນວນ 50 ສະຖານທີ່ລືຊື່ ສວຍງາມທີ່ສຸດຢູ່ອາຊີ, ເຂດທ່ອງທ່ຽວລະດັບຊາດ ຊາປາ ທີ່ແຂວງ ລ່າວກາຍ ໄດ້ດຶງດູດແຂກທ່ອງທ່ຽວຍ້ອນຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງທຳມະຊາດ ອາກາດປອດໂປ່ງເຢັນສະບາຍ. ພິເສດບັນດາຈຸດວັດທະນະທຳບັນດາເຜົ່າຕິດພັນກັບການເຄື່ອນໄຫວທ່ອງທ່ຽວຊຸມຊົນ ໄດ້ ແລະ ພວມແມ່ນຈຸດທີ່ພົ້ນເດັ່ນຂອງການທ່ອງທ່ຽວຢູ່ແຫ່ງນີ້

ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ ຊາປາ, ແຂວງ ລ່າວກາຍ
13/03/2024

ບ໋າວຫຼາກ-ສະຖານທີ່ທ່ອງທ່ຽວຢູ່ເຄິ່ງກາງ ລະຫວ່າງສວນສະທາລະນະທໍລະນີທົ່ວໂລກສອງແຫ່ງ

(VOVWORLD) -ໂດຍນອນຢູ່ເຄິ່ງກາງລະຫວ່າງສວນສາທາລະນະທໍລະນີທົ່ວໂລກ Unesco ນອນນຶກ ກາວບັ່ງ ແລະ ສວນສາທາລະນະທໍລະນີທົ່ວໂລກ ເຂດພູພຽງຫີນ ດົ່ງວັນ, ເມືອງ ບ໋າວຫຼາກແຂວງ ກາວບັ່ງ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ມາທ່ຽວຢູ່ ບ໋າວຫຼາກ ແຂກທ່ອງທ່ຽວຈະໄດ້ ຄົ້ນຫາເສັ້ນທາງດ້ວຍພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ພ້ອມກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງວົງຄະນາຍາດບບັນດາເຜົ່າຢູ່ແຫ່ງນີ້

ບ໋າວຫຼາກ-ສະຖານທີ່ທ່ອງທ່ຽວຢູ່ເຄິ່ງກາງ ລະຫວ່າງສວນສະທາລະນະທໍລະນີທົ່ວໂລກສອງແຫ່ງ
06/03/2024

ລາຍການທ່ອງທ່ຽວຄົ້ົ້ນຫາດິນແດນມັກການຮ່ຳຮຽນແຂວງ ຫ໋າຍເຢືອງ

(VOVWORLD) -ແຂວງ ຫ໋າຍເຢືອງ ເຊິ່ງແມ່ນເຂດດິນແດນທີ່ລືຊື່ມີມູນເຊື້ອມັກການຮ່ຳຮຽນ ແລະ ເປັນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບຜູ້ເສັງໄດ້ຄະແນນດີ. ມູນເຊື້ອມັກການຮ່ຳຮຽນຂອງເຂດບ້ານນາແຫ່ງອະລິຍະທຳນີ້ ບໍ່ພຽງແຕ່ໄດ້ຮັບການບັນທຶກໃນປະຫວັດສາດເທົ່ານັ້ນ ຫາກຍັງໄດ້ບັນທຶກຢູ່ບັນດາສະຖານທີ່ປະຫວັດສາດ ໃນນັ້ນມີປູຊະນີຍະສະຖານຫຼາຍແຫ່ງທີ່ຕິດພັນກັບຊື່ສຽງຮຽງນາມຂອງບັນດາຜູ້ທີ່ມີຊື່ສຽງ ທາງດ້ານວັດທະນະທຳ ແລະ ມູນເຊື້ອບັນລຸຜົນງານສູງໃນການຮ່ຳຮຽນຂອງທ້ອງຖິ່ນ

ລາຍການທ່ອງທ່ຽວຄົ້ົ້ນຫາດິນແດນມັກການຮ່ຳຮຽນແຂວງ ຫ໋າຍເຢືອງ