ຄົ້ນຫາຫວຽດນາມ

19/03/2025

ຢ້ຽມຊົມບັນດາຟາມປູກກາເຟພິເສດຢູ່ແຂວງ ດັກລັກ

(VOVWORLD) -ດັກລັກ ໄດ້ຮັບຖືວ່າ ແມ່ນເມືອງເອກກາເຟຂອງ ຫວຽດນາມ ຢູ່ເຂດ ເຕິຍງວຽນ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາເມັດກາເຟຄຸນນະພາບສູງເທົ່ານັ້ນ ຫາກຍັງເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ ຍ້ອນຄວາມງາມຂອງລະດູດອກໄມ້ບານທີ່ງົດງາມອີກດ້ວຍ. ບັນດາຟາມປູກກາເຟ ທີ່ມີດອກໄມ້ຂາວບານສະພັ່ງສົ່ງກິ່ນຫອມໄປທົ່ວ ໄດ້ເຮັດໃຫ້ແຫ່ງນີ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ

ຢ້ຽມຊົມບັນດາຟາມປູກກາເຟພິເສດຢູ່ແຂວງ ດັກລັກ
12/03/2025

ລົງຢາມຖານທີ່ໝັ້ນ H9 ດັກລັກ-ເຂດຖານທີ່ໝັ້ນເມື່ອກ່ອນນີ້

(VOVWORLD) - ໂດຍຜ່ານເຄິ່ງສະຕະວັດທີ່ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ, ຖານທີ່ໝັ້ນແຂວງດັກລັກຫຼືເອີ້ນວ່າ ຖານທີ່ໝັ້ນ H9 ປະຈຸບັນຂຶ້ນກັບເມືອງ ກຮົງປົງ ແຂວງດັກລັກ ຍັງເກັບຮັກສາບັນດາຮ່ອງຮອຍສະຖານປະຫວັດສາດທີ່ສະຫງ່າອົງອາດ. ໃນໄລຍະ 1965-1975 ຢູ່ແຫ່ງນີ້ ມີບັດບາດເປັນສູນກາງຂອງແຂວງ , ແມ່ນກອງບັນຊາການ, ແມ່ນຈຸດເຊື່ອມຕໍ່ເສັ້ນທາງລຳລຽງກ່ຽວກັບກຳລັງຄົນ ແລະ ວັດຖຸເຄື່ອງຂອງ ອກກສູ່ສະໜາມຮົບພາກໃຕ້, ສ້າງທ່ວງທ່າເພື່ອຍາດໄດ້ໄຊຊະນະບວນມາທວດ ວັນທີ 10-3-1975 ປະກອບສ່ວນສ່າງມະຫາໄຊລະດູບານໃໝ່ 1975 ທ້ອນໂຮມປະເທດຊາດເປັນເອກະພາບ. ດ້ວຍຄວາມໝາຍປະຫວັດສາດນີ້, ຖານທີ່ໝັ້ນ H9ໄດ້ຮັບການຮັບຮອງແມ່ນສະຖານທີ່ປະຫວັດສາດລະດັບຊາດ ແມ່ນສະຖານທີ່ແດງເພື່ອສຶກສາອົບຮົບມູນເຊື້ອຮັກຊາດຢູ່ແຂວງດັກລັກ

ລົງຢາມຖານທີ່ໝັ້ນ H9 ດັກລັກ-ເຂດຖານທີ່ໝັ້ນເມື່ອກ່ອນນີ້
05/03/2025

ວັດນອນເນືອກ - ວັດທີ່ເກົ່າແກ່ ແລະ ເປັນເອກະລັກ.

(VOVWORLD) -ວັດນອນເນືອກ ຕັ້ງຢູ່ກຸ່ມປູຊະນີຍະສະຖານວິຫານຊອັກ ຢູ່ເມືອງ ຊອັກເຊີນ ນະຄອນ ຮ່າໂນ້ຍ ຖືກຂະໜານນາມວ່າ ວັດມີຈຳນວນເສົາໄມ້ແດງຫຼາຍກວ່າໝູ່ຢູ່ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ສວຍງາມທີ່ສຸດຢູ່ ຫວຽດນາມ

ວັດນອນເນືອກ - ວັດທີ່ເກົ່າແກ່ ແລະ ເປັນເອກະລັກ.
26/02/2025

ໝູ່ບ້ານ ປໄລເອິບ ມີອາຍຸ 100 ປີ ຢູ່ນະຄອນ ປໄລກູ.

(VOVWORLD) -ໝູ່ບ້ານ ປໄລເອິບ ຫຼື ເອີ້ນວ່າ ບ້ານ ອົບ ໄດ້ຮັບການສ້າຕັ້ງຂຶ້ນໃນປີ 1927 ມາຮອດປັດຈຸບັນເກືອບ 100 ປີແລ້ວ. ເຖິງວ່າ ນອນຢູ່ໃນໃຈກາງນະຄອນ ປໄລກູ ກໍ່ຕາມ ແຕ່ໝູ່ບ້ານ ອົບ ພັດຖືກອ້ອມຮອບດ້ວຍຮ່ອມພູ ອີອາເລິມ ແລະ ຫ້ວຍສອງລຳ ແມ່ນ ເອຍນິນ ແລະ ເອຍໜັກ, ນ້ຳຫ້ວຍໃສເຢັນໄຫຼອ້ອມໝູ່ບ້ານໃນຕະຫຼອດວັນ ແລະ ຄືນ ອັນໄດ້ເຮັດໃຫ້ທັດຊະນີຍະພາບຂອງໝູ່ບ້ານເພີ່ມຄວາມສະຫງົບສຸກ ແລະ ສວຍງາມເປັນໜ້າຈັບໃຈ

ໝູ່ບ້ານ ປໄລເອິບ ມີອາຍຸ 100 ປີ ຢູ່ນະຄອນ ປໄລກູ.
19/02/2025

ລົງຢາມດິນແດນທີ່ສັກສິດ ລາດຊະວົງເຈິ່ນ ໃນຍາມລະດູບານໃໝ່

(VOVWORLD) -ນະຄອນດົງຈ່ຽວ ໃນແຂວງ ກວ໋າງນິງ ແມ່ນດິນແດນທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດ ແລະ ວັດທະນະທຳ ລາດຊະວົງເຈິ່ນ ສັກດີນາທີ່ມີຊື່ສຽງໃນປະຫວັດສາດ ຫວຽດນາມ. ຢູ່ແຫ່ງນີ້ເຕົ້າໂຮມສະຖານທີ່ວັດທະນະທຳການເຫຼື້ອມໃສພິເສດໃນຕະຫຼອດໄລຍະ ລາດຊະວົງເຈິ່ນ. ຜ່ານບັນດາໄລຍະແຫ່ງປະຫວັດສາດ ດົງຈ່ຽວ ໄດ້ກາຍເປັນສະຖານທີ່ສັກສິດ ດຶງດູດພຸດທະສາສະນິກກະຊົນ ແລະ ແຂກທ່ອງທ່ຽວ, ຊາວທ້ອງຖິ່ນມາສົມມະນາຄຸນ ແລະ ອາໄລຫາເຖິງຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນ ລາດຊະວົງເຈິ່ນ

ລົງຢາມດິນແດນທີ່ສັກສິດ ລາດຊະວົງເຈິ່ນ ໃນຍາມລະດູບານໃໝ່
12/02/2025

ບັນດາໝູ່ບ້ານທີ່ເປັນໜ້າຈັບໃຈຂອງຊາວເຜົ່າໄຕ່ໃນແຂວງ ຮ່າຢາງ

(VOVWORLD) -ບັນດາໝູ່ບ້ານຂອງຊາວເຜົ່າໄຕ່ຢູ່ອ້ອມແອ້ມນະຄອນ ຮ່າຢາງ ແຂວງ ຮ່າຢາງ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາເຮືອນຮ້ານທີ່ເປັນປະເພນີຖຶກມຸ່ງຫຍ້າ ຖືກອ້ອມຮອບໄປດ້ວຍເນື້ອທີ່ນາຂັ້ນໄດຍາວຢຽດອີງຫຼັງໃສ່ພູ… ບັນດາໝູ່ບ້ານຢູ່ແຫ່ງນີ້ກໍ່ເປັນສະຖານທີ່ຄົ້ນຫາທີ່ເປັນໜ້າຈັບໃຈໃນຊຸມວັນຕົ້ນລະດູບານໃໝ່

ບັນດາໝູ່ບ້ານທີ່ເປັນໜ້າຈັບໃຈຂອງຊາວເຜົ່າໄຕ່ໃນແຂວງ ຮ່າຢາງ
05/02/2025

ສະໜາມຫຼວງ ດ້າຍດວ່ານເກັດ - ສັນຍາລັກແຫ່ງຄວາມສາມັກຄີ ບັນດາເຜົ່າ ຫວຽດນາມ

(VOVWORLD) -ສະໜາມຫຼວງ ດ້າຍດວ່ານເກັດ ໝາຍເຖິງສະໜາມຫຼວງມະຫາສະມັກຄີຖືກຕັ້ງຢູ່ໃຈກາງນະຄອນ ປະໄລກູ ແຂວງ ຢາລາຍ ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳທີ່ພົ້ນເດັ່ນຂອງແຂວງ ຢາລາຍ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທາງຢູ່ໃກ້ ແລະ ໄກ ແລະ ທັງແມ່ນສັນຍາລັກແຫ່ງມະຫາສາມັກຄີບັນດາເຜົ່າ ຫວຽດນາມ.

ສະໜາມຫຼວງ ດ້າຍດວ່ານເກັດ - ສັນຍາລັກແຫ່ງຄວາມສາມັກຄີ ບັນດາເຜົ່າ ຫວຽດນາມ
22/01/2025

ຢ້ຽມຊົມບັນດາໂນນຊາງາມທີ່ສຸດໃນແຂວງ ຖາຍງວຽນ

(VOVWORLD) -ມາຢາມແຂວງ ຖາຍ ງວຽນ ເຊິ່ງແມ່ນສະຖານທີ່ບໍ່ຄວນພາດໂອກາດແວ່ຢາມສຳລັບແຂກທ່ອງທ່ຽວ ນັ້ນແມ່ນບັນດາໂນນຊາງາມດັ່ງໃນຝັນຢູ່ຕາແສງ ເຕິນເກືອງ ແຫ່ງທີ່ຖືກຂະໜານນາມວ່າ ລາຊາອະນາຈັກຂອງຊາຂຽວ ໃນແຂວງ ຖາຍງວຽນ. ຢູ່ແຫ່ງນີ້ ບັນດາໂນນຊາຂຽວອຸ່ມທຸ່ມກວ້າງໃຫຍ່ຈົນສຸດສາຍຕາ ອັນໄດ້ສ້າງທັດຊະນີຍະພາບງົດງາມເປັນໜ້າຈັບໃຈ ແລະ ສະຫງົບສຸກ.

ຢ້ຽມຊົມບັນດາໂນນຊາງາມທີ່ສຸດໃນແຂວງ ຖາຍງວຽນ
15/01/2025

ຂ໋ວຍຄອນ - ຊໍ່ດອກໄມ້ໃນທ່າມກາງພູຜາປ່າໄມ້ແຂວງ ກາວບັ່ງ

(VOVWORLD) -ດ້ວຍຄວາມງາມທຳມະຊາດທີ່ຮົກເຮື້ອໃຫຍ່ໂຕມະໂຫຖານ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າໂລໆດຳ, ບ້ານ ຂ໋ວຍຄອນ ຕາແສງ ກີມກຸກ ປຽບເໝືອນຊໍ່ດອກໄມ້ໃນທ່າມກາງພູຜາປ່າໄມ້ເຂດທາງທິດຕາເວັນຕົກແຂວງ ກາວບັ່ງ. ຂ໋ວຍຄອນ ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຍ້ອນຄວາມງາມທີ່ລຽບງ່າຍ ແລະ ຈິດໃຈຮັກແພງແຂກຂອງຊາວເຜົ່າ ໂລໆດຳ ຢູ່ແຫ່ງນີ້

ຂ໋ວຍຄອນ - ຊໍ່ດອກໄມ້ໃນທ່າມກາງພູຜາປ່າໄມ້ແຂວງ ກາວບັ່ງ
08/01/2025

ປ່າສະຫງວນແຫ່ງຊາດ ເບ໊ນແອນ - ສະຖານທີ່ດູດດື່ມຢູ່ແຂວງ ແທັງຮວ໊າ

(VOVWORLD) -ເບ໊ນແອນ ຊຶ່ງແມ່ນເຂດພູຜາປ່າໄມ້ ແມ່ນ້ຳລຳເຊດ້ວຍເກາະດອນໃຫຍ່ນ້ອຍຫຼາຍໜ່ວຍ ພ້ອມກັບທັດຊະນີຍະພາບທີ່ໃຫຍ່ໂຕມະໂຫຖານ ໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ ເມື່ອມີໂອກາດມາຢາມແຂວງ ແທັງຮວ໊າ. ໂດຍຖືກອຸປະມາດັ່ງ ອ່າວ ຮະລອງ ເທິງບົກຢູ່ດິນແດນ ແທັງຮວ໊າ, ເບ໊ນແອນ ປຽບເໝືອນຂອງຂວັນໂດຍທຳມະຊາດດົນບັນດານໃຫ້ດິນແດນແຫ່ງນີ້

ປ່າສະຫງວນແຫ່ງຊາດ ເບ໊ນແອນ - ສະຖານທີ່ດູດດື່ມຢູ່ແຂວງ ແທັງຮວ໊າ