ຄົ້ນຫາຫວຽດນາມ

29/10/2025

ໝູ່ບ້ານ ໂລໆຈ່າຍ ໃນແຂວງ ຕວຽນກວາງ.

(VOVWORLD) -ຢູ່ເຂດເໜືອສຸດຂອງປະເທດຊາດ ແຫ່ງທີ່ມີເສົາທຸງ ຫຼຸງກູ໊ ຖືກຕັ້ງຂຶ້ນໃນທ່າມກາງພູຜາປ່າໄມ້ກໍ່ມີໝູ່ບ້ານທີ່ສະຫງົບສຸກຢູ່ເຂດພູພຽງຫີນດົ່ງວັນ ນັ້ນແມ່ນໝູ່ບ້ານ ໂລໆຈ່າຍ ເຊິ່ງແມ່ນຫ່ງທີ່ຊາວເຜົ່າ ໂລໆ ນັບແຕ່ໃດໆມາ ເຊິ່ງຍັງຄົງຮັກສາສີສັນວັດທະນະທຳຂອງຕົນ. ພິເສດ ເມື່ອບໍ່ດົນມານີ້ ໝູ່ບ້ານ ໂລໆຈ່າຍ ຫາກໍ່ໄດ້ຮັບການຮັບຮອງຈາກອົງການທ່ອງທ່ຽວໂລກ ແມ່ນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກປີ 2025

ໝູ່ບ້ານ ໂລໆຈ່າຍ ໃນແຂວງ ຕວຽນກວາງ.
15/10/2025

ງານບຸນບູຊາປາວານ ເກິ່ນເຢີ່ - ສະຖານທີ່ວັດທະນະທຳທ່ອງທ່ຽວສີຂຽວ.

(VOVWORLD) -ຕາແສງ ເກິ່ນເຢີ່ ແມ່ນຕາແສງແຄມທະເລຂອງນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນສະຖານທ່ອງທ່ຽວທີ່ດູດດື່ມ ດ້ວຍບັນດາເນື້ອທີ່ປ່າຊາຍເລນ, ສວນອຸທິຍານວັດທະນະທຳ, ສະຖານທີ່ປະຫວັດສາດລະດັບຊາດ, ຖານທີ່ໝັ້ນປ່າສັກ, ສາລາ ເກິ່ນແທັ້ງ ເທົ່ານັ້ນ ງານບຸນ ງີອົງ ໝາຍເຖິງງານບຸນບູຊາປາວານ ຍັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກ ແລະ ດູດດື່ມອີກດ້ວຍ.ງານບຸນບູຊາປາວານ ເກິ່ນເຢີ່ ຖືກຈັດຂຶ້ນປະຈຳປີ ແລະ ໄດ້ກາຍເປັນເຫດການວັດທະນະທຳໃຫຍ່

ງານບຸນບູຊາປາວານ ເກິ່ນເຢີ່ - ສະຖານທີ່ວັດທະນະທຳທ່ອງທ່ຽວສີຂຽວ.
08/10/2025

ທຳນຽບເຈົ້າຊີວິດ ບ໋າວດ້າຍ ຕັ້ງຢູ່ທ່າມກາງປ່າແປກ ດ່າຫຼາດ ແຂວງ ເລິມດົ່ງ

(VOVWORLD) -ໃນສາຍລົມເຢັນສະບາຍຂອງເຂດພູພຽງ ເລິມວຽນ ໃນທ່າມກາງປ່າແປກຂຽວອຸ່ມທຸ່ມ ກໍ່ມີທຳນຽບແຫ່ງໜຶ່ງທີ່ຖືກປຸກສ້າງມາເປັນເວລາກວ່າ 80 ປີ ເຊິ່ງເປັນທີ່ພັກ ແລະ ເຮັດວຽກຂອງເຈົ້າຊີວິດອົງສຸດທ້າຍ ຂອງລາດຊະວົງ ຫງວຽນ ແລະ ກໍ່ແມ່ນລາດຊະວົງສຸດທ້າຍໃນສະໄໝສັກດີນາ ຫວຽດນາມ. ນັ້ນແມ່ນທຳນຽບເຈົ້າຊີວິດ ບ໋າວດ້າຍ ປຽບເໝືອນແກ້ວມະນີບູຮານຂອງ ດ່າຫຼາດ ທີ່ງົດງາມ

ທຳນຽບເຈົ້າຊີວິດ ບ໋າວດ້າຍ ຕັ້ງຢູ່ທ່າມກາງປ່າແປກ ດ່າຫຼາດ ແຂວງ ເລິມດົ່ງ
01/10/2025

ລາຍການສະແດງລະດັບສາກົນ ເລົ່າເລື່ອງທະເລກ່ຽວກັບ ຝູກວັກ.

(VOVWORLD) -ໃນອາຍຸການທີ່ຜ່ານມາ ນະຄອນ ດ່າໜັງ ເອົາໃຈໃສ່ເປັນພິເສດເຖິງການລົງທຶນພັດທະນາຂົງເຂດວັດທະນະທຳ. ພຽງໄລຍະ 5 ປີມານີ້, ນະຄອນໄດ້ລົງທຶນນັບພັນຕື້ດົ່ງ ເພື່ອບູລະນະປະຕີສັງຂອນບັນດາສະຖານທີ່ປະຫວັດສາດວັດທະນະທຳ ພ້ອມທັງປຸກສ້າງໃໝ່ຫຼາຍກິດຈະກຳວັດທະນະທຳອີກດ້ວຍ.

ລາຍການສະແດງລະດັບສາກົນ ເລົ່າເລື່ອງທະເລກ່ຽວກັບ ຝູກວັກ.
24/09/2025

ຄົ້ນຫາສວນສັດ ຢໍໂດ ຢູ່ ດ່າຫຼາດ ແຂວງ ເລິມດົ່ງ.

(VOVWORLD) -ໃນທ່າມກາງເຂດພູຜາປ່າໄມ້ ແຂວງ ເລິມດົ່ງ ທີ່ຂຽວອຸ່ມທຸ່ມກໍ່ມີແຫ່ງໜຶ່ງບໍ່ພຽງແຕ່ດຶງດູດເດັກນ້ອຍເທົ່ານັ້ນ ຫາກຍັງດຶງດູດທັງຜູ້ໃຫຍ່ອີກດ້ວຍ ນັ້ນແມ່ນສວນສັດ ຢໍໂດ ດ່າຫຼາດ, ດ້ວຍເນື້ອທີ່ກວ້າງໃຫຍ່, ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈສຳລັບແຂກທ່ອງທ່ຽວຢາກມີຄວາມຜູກພັນກັບທຳມະຊາດ

ຄົ້ນຫາສວນສັດ ຢໍໂດ ຢູ່ ດ່າຫຼາດ ແຂວງ ເລິມດົ່ງ.
17/09/2025

ການທ່ອງທ່ຽວທຳມະຊາດຊຸມຊົນຢູ່ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ.

(VOVWORLD) -ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ ດ້ວຍລະບົບຊີວະນາໆພັນນຳມາເຊິ່ງຫຼາຍຄຸນຄ່າໃຫ້ແກ່ແຂວງ ນິງບິ່ງ. ບໍ່ພຽງແຕ່ແມ່ນເຂດດິນນ້ຳຖ້ວມແຫ່ງທຳອິດຢູ່ອາຊີຕາເວັນອອກສຽງໃຕ້ ທີ່ເຂົ້າຮ່ວມສົນທິສັນຍາ ຣາມຊາ ເທົ່ານັ້ນ, ຢູ່ແຫ່ງນີ້ຍັງໄດ້ຮັບການຮັບຮອງຈາກ Unesco ແມ່ນເຂດເຄິ່ງກາງຂອງເຂດນິເວດທຳມະຊາດໂລກຢູ່ບໍລິເວນແມ່ນ້ຳແດງ ແລະ ພວມໄດ້ຮັບການສະເໜີກາຍເປັນມໍລະດົກອາຊຽນ.

ການທ່ອງທ່ຽວທຳມະຊາດຊຸມຊົນຢູ່ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ.
10/09/2025

ເບົ່າຈັ໊ງ - ທະເລຊາຍຂາວໃນແຂວງ ເລິມດົ່ງ.

(VOVWORLD) -ບັນດາຫາດຊາຍທະເລຂາວທີ່ກວ້າງໃຫຍ່ໄພສານ, ແສງແດດເຫຼືອງອາຮາມສາດສ່ອງໃສ່ຊາຍແຕ່ລະເມັດ, ບັນດາການຄົ້ນຫາທີ່ເປັນເອກະລັກຄືຂີ່ອູດ, ຂີ່ລົດໂມໂຕ ຫຼື ນຸງ່ຊຸດອາພອນຢູ່ເຂດນີ້… ທັງໝົດເຫຼົ່ານີ້ໄດ້ສ້າງກຳລັງດຶງດູດໃຈພິເສດສຳເລັບເຂດທ່ອງທ່ຽວ ເບົ່າຈັ໊ງ ໃນແຂວງ ເລິມດົ່ງ. ສະຖານທີ່ທ່ອງທ່ຽວແຫ່ງນີ້ ພວມນັບມື້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ເບົ່າຈັ໊ງ - ທະເລຊາຍຂາວໃນແຂວງ ເລິມດົ່ງ.
03/09/2025

ສະໜາມຫຼວງ ບາດິ່ງ - ສັນຍາລັກແຫ່ງຄວາມເອກອ້າງທະນົງໃຈຂອງຊາດ.

(VOVWORLD) -ຊາດ ຫວຽດນາມ ພວມດຳລົງຊີວິດໃນຊຸມວັນລະດູໃບໄມ້ຫຼົ່ນເດືອນ ກາຍາ ທີ່ມີຄວາມເອກອ້າງທະນົງໃຈ ຂະນະທີ່ທົ່ວປະເທດພ້ອມກັນມຸ່ງໄປສູ່ຈຸດເວລາປະຫວັດສາດຂອງ ວັນຊາດ ທີ 2 ກັນຍາ.ກ່ອນນີ້ 80 ປີຢູ່ແຫ່ງນີ້ ທ່ານປະທານ ໂຮຈີມິນ ໄດ້ກ່າວຖະແຫລງການປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ໂດຍນອນຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ສະຖານທີ່ທີ່ສັກສິດນີ້ປັດຈຸບັນສືບຕໍ່ແມ່ນແຫ່ງເຕົ້າໂຮມຂອງຊາວ ຫວຽດນາມ ແລະ ສາກົນນັບລ້ານໆຄົນ ເພື່ອພ້ອມກັນຫວນຄືນຈຸດເວລາປະຫວັດສາດທີ່ບໍ່ອາດຫຼົງລືມໄດ້.

ສະໜາມຫຼວງ ບາດິ່ງ - ສັນຍາລັກແຫ່ງຄວາມເອກອ້າງທະນົງໃຈຂອງຊາດ.
27/08/2025

ຂຸມລັບ - ສຳນັກບັນຊາການຂອງກອງທັບປະຊາຊົນ ຫວຽດນາມ ໄລຍະຕໍ່ຕ້ານ

(VOVWORLD) -ເປັນຄັ້ງທຳອິດທີ່ສະຖານທີ່ປິດລັບແຫ່ງໜຶ່ງໃນຈຳນວນບັນດາສະຖານທີ່ໃນໄລຍະສົງຄາມ ນັ້ນແມ່ນຂຸມລັບຂອງກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ທີ່ຖືກຕັ້ງຢູ່ໃຕ້ດິນໃນບໍລິເວນມໍລະດົກວັດທະນະທຳໂລກພະລາດຊະວັງ ທັລອງ ໄດ້ເປີດຮັບແຂກທ່ອງທ່ຽວມາຢ້ຽມຊົມຢ່າງເປັນທາງການ. ຂຸມແຫ່ງນີ້ມີບົດບາດສຳຄັນທີ່ສຸດໃນການຮັບປະກັນຂໍ້ມູນຂ່າວລັບຊ່ວຍຮັກສາການຊີ້ນຳສຳລັບພົນທະຫານເຫຼົ່າຮົບ ແລະ ສະໜານຮົບທົ່ວປະເທດໃນໄລຍະຕໍ່ຕ້ານ

ຂຸມລັບ - ສຳນັກບັນຊາການຂອງກອງທັບປະຊາຊົນ ຫວຽດນາມ ໄລຍະຕໍ່ຕ້ານ
20/08/2025

ຄົ້ນຫາບັນດາທາດຈຳ ບູຮານ - ມໍລະດົກທີ່ມີຊີວິດຢູ່ແຂວງ ແຄັ໊ງຮວ່າ.

(VOVWORLD) -ຢູ່ແຂວງ ແຄັ໊ງຮວ່າ ເຂດແຄມທະເລຕອນໃຕ້ພາກກາງ, ບັນດາທາດຈຳ ບູຮານຍັງຄົງຕົວຕາມການເວລາ. ປັດຈຸບັນຂະນະທີ່ແຂວງ ນິງຖ້ວນ ແລະ ແຂວງ ແຄັ໊ງຮວ່າ ໄດ້ໂຮມເຂົ້າກັນເປັນແຂວງດຽວ, ການເດີນທາງຄົ້ນຫາທາດ ໂປນາກາ ຢູ່ ຍາຈາງ ແລະ ກຸ່ມທາດ ໂປກຣົງກາຣາຍ ຢູ່ ຟານຣາງ ໄດ້ກາຍເປັນສາຍທ່ອງທ່ຽວທີ່ຫາຍາກ. ບໍ່ພຽງແຕ່ເປັນສະຖານທີ່ທ່ອງທ່ຽວເທົ່ານັ້ນ ນີ້ຍັງແມ່ນການເດີນທາງອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍທາງດ້ານວັດທະນະທຳຈຳປາ ເຊິ່ງແມ່ນພື້ນຖານອະລິຍະທຳ ເຄີຍສ້າງຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມຢູ່ດິນແດນພາກກາງ

ຄົ້ນຫາບັນດາທາດຈຳ ບູຮານ - ມໍລະດົກທີ່ມີຊີວິດຢູ່ແຂວງ ແຄັ໊ງຮວ່າ.