ຄົ້ນຫາຫວຽດນາມ

28/05/2025

ໜອງ ເກັ່ງແຈ່ - ແກ້ວມະນີຂຽວຂອງນະຄອນ ຊົງກົງ ແຂວງ ຖາຍງວຽນ.

(VOVWORLD) -ໂດຍນອນຫ່າງຈາກໃຈກາງນະຄອນ ຖາຍງວຽນ ປະມານ 20 ກິໂລແມັດ ໄປທາງທິດໃຕ້, ໜອງ ເກັ່ງແຈ່ ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດທີ່ງົດງາມ ຂຶ້ນກັບຕາແສງ ບິ່ງເຊີນ ນະຄອນ ຊົງກົງ ແຂວງ ຖາຍງວຽນ. ດ້ວຍເນື້ອທີ່ໜ້ານ້ຳປະມານ 80 ເຮັກຕາ, ໜອງ ເກັ່ງແຈ່ ແມ່ນໜອງນ້ຳໂດຍມະນຸດຂຸດເອງ ຖືກອ້ອມຮອບໄປດ້ວຍເກາະດອນຫຼາຍກວ່າ 50 ໜ່ວຍ. ທັດຊະນີຍະພາບຢູ່ແຫ່ງນີ້ມີຄວາມກົມກຽວລະຫວ່າງໜ້ານ້ຳຂຽວໃສເຢັນ ພ້ອມກັບບັນດາສາຍພູອ້ອມຮອບ ແລະ ປ່າຂຽວອຸ່ມທຸມໄດ້ສ້າງຮູບພາບທຳມະຊາດທີ່ເປັນໜ້າຈັບໃຈ.

ໜອງ ເກັ່ງແຈ່ - ແກ້ວມະນີຂຽວຂອງນະຄອນ ຊົງກົງ ແຂວງ ຖາຍງວຽນ.
21/05/2025

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

(VOVWORLD) -ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ
14/05/2025

ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດຖານທີ່ໝັ້ນປະຕິວັດ ກວ໋າງນາມ

(VOVWORLD) - ພາຍຫຼັງວັນປົດປ່ອຍເປັນເວລາ 50 ປີ ຢູ່ເຂດຖານທີ່ໝັ້ນປະຕິວັດໃນແຂວງ ກວ໋າງນາມ ພາກກາງ ຫວຽດນາມ ນັບມື້ນັບປາກົດມີເຂດທ່ອງທ່ຽວຊຸມຊົມຫຼາຍແຫ່ງ. ບັນດາຜະລິດພັນທ່ອງທ່ຽວຕິດພັນກັບທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍໃນທ່າມກາງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ແມ່ນສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວທັງຫຼາຍ

ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດຖານທີ່ໝັ້ນປະຕິວັດ ກວ໋າງນາມ
07/05/2025

ຄົ້ນຫາເນີນພູທາງທິດຕາເວັນອອກ ຕາມດ໋າວ ໃນແຂວງ ຖາຍງວຽນ.

(VOVWORLD) -ເມື່ອເວົ້າເຖິງ ຕາມດ໋າວ ມີຫຼາຍຄົນເຄີຍຄິດເຖິງເທດສະນານນ້ຳໝອກຢູ່ແຂວງ ຫວິງຟຸກ. ແຕ່ມີບໍ່ເທົ່າຄົນຈະຮູ້ວ່າ ຢູ່ທາງກ້ຳຕາເວັນອອກຂອງສາຍພູນີ້ຂຶ້ນກັບບໍລິເວນເມືອງ ດ້າຍຕື່ ແຂວງ ຖາຍງວຽນ ແມ່ນເນີນພູທາງທິດຕາເວັນອອກ ຕາມດ໋າວ ເຊິ່ງແມ່ນແຫ່ງຮັກສາຄວາມງາມຮົກເຮື້ອດັ້ງເດີມ ແລະ ເຕັມໄປດ້ວຍສິ່ງທ້າທາຍຕໍ່ບັນດາຜູ້ມັກຄົ້ນຫາ.

ຄົ້ນຫາເນີນພູທາງທິດຕາເວັນອອກ ຕາມດ໋າວ ໃນແຂວງ ຖາຍງວຽນ.
04/05/2025

ເຮືອນ ແລະ ຂຸມໃຕ້ດິນ D67 - ສຳນັກບັນຊາພິເສດໃນພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ຮ່ອງຮອຍສະຖານປະຫວັດສາດເຮືອນ ແລະ ຂຸມໃຕ້ດິນ D67 ແມ່ນສະຖານທີ່ຖ່າຍທອດແຜນນະໂຍບາຍ, ແນວທາງເຖິງບັນດາສະໜາມຮົບທົ່ວປະເທດ ແລະ ສະໜາມຮົບອິນດູຈີນ.

ເຮືອນ ແລະ ຂຸມໃຕ້ດິນ D67 - ສຳນັກບັນຊາພິເສດໃນພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ
23/04/2025

ອຸມົງໃຕ້ດິນ ກູ໋ຈີ - ສິ່ງມະຫັດສະຈັນກ່ຽວກັບສິລະປະການທະຫານ ທີ່ເປັນເອກະລັກຂອງ ຫວຽດນາມ

(VOVWORLD) -ກິດຈະກຳອຸມົງໃຕ້ດິນ ກູ໋ຈີ ໄດ້ຮັບຖືວ່າ ແມ່ນສິ່ງມະຫັດສະຈັນຢູ່ໃຕ້ດິນຂອງສິລະປະສົງຄາມກອງຫຼອນ ຫວຽດນາມ. ໂດຍຢູ່ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ປະມານ 60 ກິໂລແມັດ ໄປທາງທິດຕາເວັນຕົກສຽງເໜືອ, ອຸມົງໃຕ້ດິນ ກູ໋ຈີ ທີ່ເມືອງ ກູ໋ຈີ ແມ່ນສະຖານທີ່ຂອງທ່າສະໜາມທີ່ມີຫົວຄິດປະດິດສ້າງ ແລະ ໄຫວພິບຂອງກອງທັບ ແລະ ປະຊາຊົນ ກູ໋ຈີ ໃນການຕໍ່ຕ້ານຍາວນານ ແລະ ດຸເດືອດໃນຕະຫຼອດ 30 ປີ ແຫ່ງການຍາດເອົາເອກະລາດ ເສລີພາບມາໃຫ້ປະເທດຊາດ

ອຸມົງໃຕ້ດິນ ກູ໋ຈີ - ສິ່ງມະຫັດສະຈັນກ່ຽວກັບສິລະປະການທະຫານ ທີ່ເປັນເອກະລັກຂອງ ຫວຽດນາມ
23/04/2025

ລະບົບທໍ່ສົ່ງນ້ຳມັນ ເຈື່ອງເຊີນ ເທບນິຍາຍຂອງການເດີນທາງທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) -ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາກູ້ຊາດ, ເສັ້ນທາງເຈືອງເຊີນໝາຍເຖິງເສັ້ນທາງສາຍພູຫຼວງປຽບເໝືອນເສັ້ນທາງທີ່ສຳຄັນເພື່ອຂົນສົ່ງທະຫານ, ສະບຽງອາຫານ ແລະ ອາວຸດຍຸດທະພັນຈາກແນວຫຼັງພາກເໜືອໃຫ້ແກ່ແນວໜ້າພາກໃຕ້. ໃນເຄືອຂ່າຍຄົມມະນາຄົມອັນຍິ່ງໃຫຍ່ນັ້ນກໍ່ມີລະບົບທໍ່ສົ່ງນ້ຳມັນລວມຄວາມຍາວ 1.700 ກິໂລແມັດ ໄປຕາມລວງຍາວຂອງປະເທດຊາດ ແລະ ເປີດກວ້າງເກືອບ 5.000 ກິໂລແມັດ ຈາກແຂວງ ກວ໋າງນິງ, ລ້າງເຊີນ ຫາ ບິ່ງເຝືອກ. ບໍ່ພຽງແຕ່ແມ່ນກິດຈະກຳທີ່ມີລະດັບຍຸດທະສາດເທົ່ານັ້ນ ລະບົບທໍ່ສົ່ງນ້ຳມັນ ເຈື່ອງເຊີນຍັງເປັນສັນຍາລັກແຫ່ງເຈດຈຳນົງອັນແຮງກ້າ ຈິດໃຈປະດິດຄິດສ້າງ ແລະ ຄວາມເສຍສະຫຼະຊີວິດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນຊຸມປີແຫ່ງສົງຄາມອີກດ້ວຍ.

ລະບົບທໍ່ສົ່ງນ້ຳມັນ ເຈື່ອງເຊີນ ເທບນິຍາຍຂອງການເດີນທາງທ້ອນໂຮມປະເທດຊາດເປັນເອກະພາບ
09/04/2025

ເສັ້ນທາງສາຍພູຫຼວງ - ເສັ້ນທາງການທະຫານພຽງແຕ່ໜຶ່ງບໍ່ມີສອງ

(VOVWORLD) -ໃນພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ, ເສັ້ນທາງສາຍພູຫຼວງໄດ້ກາຍເປັນສັນຍາລັກອຳມະຕະ, ສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈສູ້ຮົບ, ຕັດສິນໃຈເອົາຊະນະຂອງຊາດ ຫວຽດນາມ. ບົນເສັ້ນທາງເທບນິຍາຍນີ້, ທະຫານຊາວໜຸ່ມຕະລຸມບອນ ປະຊາຊົນຮັບໃຊ້ສະໜາມຮົບໄດ້ຜ່ານຜ່າທຸກຄວາມເປັນອັນຕະລາຍ ເພື່ອເປີດທາງ ຮັກສາທາງ ຮັບປະກັນການລຳລຽງຈາກແນວຫຼັງພາກເໜືອໃຫ້ແກ່ສະໜາມຮົບພາກໃຕ້. ນີ້ບໍ່ພຽງແຕ່ແມ່ນເສັ້ນທາງຄົມມະນາຄົມທີ່ສຳຄັນ ເປັນຂົວເຊື່ອມຕໍ່ລະຫວ່າງແນວຫຼັງກັບແນວໜ້າເທົ່ານັ້ນ ຫາກຍັງເປັນສັນຍາລັກແຫ່ງຄວາມຄາດຫວັງມີເອກະລາດ ເສລີພາບ ແລະ ທ້ອງໂຮມປະເທດຊາດເປັນເອກະພາບອີກດ້ວຍ

ເສັ້ນທາງສາຍພູຫຼວງ - ເສັ້ນທາງການທະຫານພຽງແຕ່ໜຶ່ງບໍ່ມີສອງ
02/04/2025

ຄວາມເປັນເອກະລັກດ້ານອາຫານການກິນຢູ່ ລ້າງເຊີນ

(VOVWORLD) -ແຂວງ ລ້າງເຊີນ ຕັ້ງຢູ່ທາງທິດຕາເວັນອອກພາກເໜືອ ຫວຽດນາມ ເຊິ່ງບໍ່ພຽງແຕ່ແມ່ນເຂດຊຍແດນດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ບັນດາສະຖານທີ່ປະຫວັດສາດທີ່ລືຊື່ ມີຈຸດວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນຊາດເທົ່ານັ້ນ, ດິນແດນແຫ່ງນີ້ຍັງມີອາຫານການກິນທີ່ເປັນເອກະລັກທີ່ສຸດ ເຂັ້ມຂົ້ນໄປດ້ວຍລົດຊາດຂອງເຂດພູຜາປ່າໄມ້

ຄວາມເປັນເອກະລັກດ້ານອາຫານການກິນຢູ່ ລ້າງເຊີນ
26/03/2025

ລົງຢາມບ້ານທ່ອງທ່ຽວຊຸມຊົນຕິດພັນກັບຊົນນະບົດໃໝ່ຢູ່ ອຽນເຈົາ

(VOVWORLD) -ບ້ານ ຂາ ຕາແສງ ເສິບຫວາດ ເມືອງ ອຽນເຈົາ ແຂວງ ເຊີນລາ ປັດຈຸບັນຍັງເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຜູ້ໄທ ສົມທົບກັບທິວທັດທຳມະຊາດທີ່ງົດງາມ. ຢູ່ແຫ່ງນີ້ ໄດ້ຮັບການລົງທຶນເພື່ອພັດທະນາຮູບແບບທ່ອງທ່ຽວຊຸມຊົນ ເປັນຕົວຢ່າງຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ບົນເສັ້ນທາງຄົ້ນຫາ ເຊີນລາ - ເຕິຍບັກ

ລົງຢາມບ້ານທ່ອງທ່ຽວຊຸມຊົນຕິດພັນກັບຊົນນະບົດໃໝ່ຢູ່ ອຽນເຈົາ