ລົງຢາມບ້ານທ່ອງທ່ຽວຊຸມຊົນຢູ່ ອຽນເຈົາ ແຂວງ ເຊີນລາ
(VOVWORLD) -ບ້ານ ຂາ ຢູ່ຕາແສງ ສັບຫວາດ ເມືອງ ອຽນເຈົາ ແຂວງ ເຊີນລາ ແມ່ນສະຖານທີ່ເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ພ້ອມກັບທິວທັດທຳມະຊາດທີ່ງົດງາມ.ບ້ານ ຂາ ໄດ້ ແລະ ພວມໄດ້ຮັບການລົງທຶນ ເພື່ອພັດທະນາຮູບແບບທ່ອງທ່ຽວຊຸມຊົນແບບຢ່າງຕິດພັນກັບການສ້າງຊົນນະບົດໃໝ່ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມາຢາມແຂວງ ເຊີນລາ










