ຄົ້ນຫາຫວຽດນາມ

13/08/2025

ຮ່າໂນ້ຍ ໃນໂອກາດຈັດເຫດການ 80 ປີ ແຫ່ງວັນຊາດ ຫວຽດນາມ

(VOVWORLD) -ໃນຊຸມວັນນີ້ ນະຄອນຫຼວງ ຮ່າໂນ້ຍມີຄວາມງົດງາມໃນທ່າມກາງສີທຸງແດງດາວຄຳ ກຽມພ້ອມຕ້ອນເຫດການ 80 ປີ ແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ. ບໍ່ພຽງແຕ່ແມ່ນສະຖານທີ່ຈັດບັນດາການເຄື່ອນໄຫວການເມືອງ, ວັດທະນະທຳທີ່ມີຂອບຂະໜາດໃຫຍ່ເທົ່ານັ້ນ ຮ່າໂນ້ຍ ຍັງກາຍເປັນບັນດາສະຖານທີ່ທ່ອງທ່ຽວຄົ້ນຫາພິເສດສຳລັບແຂກທ່ອງທ່ຽວທັງຫຼາຍ ເນື່ອງໃນໂອກາດນິີ້.

ຮ່າໂນ້ຍ ໃນໂອກາດຈັດເຫດການ 80 ປີ ແຫ່ງວັນຊາດ ຫວຽດນາມ
06/08/2025

ກ໊າດບ່າ - ສະຖານທີ່ທ່ອງທ່ຽວຍາມລະດູຮ້ອນ.

(VOVWORLD) -ກ໊າດບ່າ ຂຶ້ນກັບເຂດພິເສດ ກ໊າດຫ໋າຍ ນະຄອນ ຫ໋າຍຟອງ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທຸກໆຄົນ ເມື່ອລະດູຮ້ອນວຽນມາ. ນີ້ກໍ່ແມ່ນສະຖານທີ່ເປັນໜ້າຈັບໃຈສຳລັບບໍ່ວ່າຜູ້ໃດ ຮັກທຳມະຊາດ ແລະ ຢາກເຊື່ອມຕົວເຂົ້າກັບທິວທັດເຂດທະເລໝູ່ເກາະທີ່ຮົກເຮື້ອ.

ກ໊າດບ່າ - ສະຖານທີ່ທ່ອງທ່ຽວຍາມລະດູຮ້ອນ.
27/07/2025

ໜອງຈ່າມ -ສະຖານທີ່ທ່ອງທ່ຽວທີ່ປະທັບໃຈໃນແຜນທີີ່ທ່ອງທ່ຽວ ຫວຽດນາມ.

(VOVWORLD) -ໜອງຈ່າມ ຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 120 ກິໂລແມັດ. ໜອງຈ່າມ ມີລະບົບຊີວະພາບທີ່ເປັນເອກະລັກ, ຢູ່ແຫ່ງນີ້ມີຄວາມປະສົມປະສານລະຫວ່າງປ່າດົງດິບທີ່ກວ້າງໃຫຍ່ໄພສານ ແລະ ຫາດຊາຍທະເລທີ່ຮົກເຮື້ອເປັນໜ້າຈັບໃຈ

ໜອງຈ່າມ -ສະຖານທີ່ທ່ອງທ່ຽວທີ່ປະທັບໃຈໃນແຜນທີີ່ທ່ອງທ່ຽວ ຫວຽດນາມ.
23/07/2025

ກຸ່ມປູຊະນີຍະສະຖານ ອຽນຕື໋ - ຫວິງງຽມ - ໂກນເຊີນ - ກຽບບາກ.

(VOVWORLD) -ກຸ່ມປູຊະນີຍະສະຖານ ແລະ ທິວທັດທຳມະຊາດ ອຽນຕື໋ - ຫວິງອຽມ - ໂກນເຊີນ - ກຽບບາກ ຫາກໍ່ໄດ້ຮັບຮອງຈາກອົງການ Unesco ແມ່ນມໍລະດົກໂລກ ທີ່ກອງປະຊຸມຄັ້ງທີ 47. ກຸ່ມປູຊະນີຍະຍະຖານມໍລະດົກນີ້ ບໍ່ພຽງແຕ່ເປັນຫຼັກຖານປະຫວັດສາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນລວງເລິກດດ້ານຈິດວິນຍານເຊື່ອມຕໍ່ມະນຸດກັບທຳມະຊາດ ຫວຽດນາມ ອີກດ້ວຍ.

ກຸ່ມປູຊະນີຍະສະຖານ ອຽນຕື໋ - ຫວິງງຽມ - ໂກນເຊີນ - ກຽບບາກ.
16/07/2025

ປ່າສະຫງວນແຫ່ງຊາດ ຫວູກວາງ ມີລະບົບຊີວະນາໆພັນ ຢູ່ ຫວຽດນາມ.

(VOVWORLD) -ປ່າສະຫງວນແຫ່ງຊາດ ຫວູກວາງ ໃນແຂວງ ຮ່າຕິ໊ງ ຖືກສ້າງຂຶ້ນກ່ອນນີ້ 23 ປີ ດ້ວຍເນື້ອທີ່ທັງໝົດ 57.000 ເຮັກຕານອນຢູ່ລຽບຕາມສາຍພູຫຼວງ ແມ່ນໜຶ່ງໃນບັນດາເຂດມີລະບົບຊີວະນາໆພັນທີ່ພົ້ນເດັ່ນທີ່ສຸດຢູ່ ຫວຽດນາມ. ປ່າສະຫງວນແຫ່ງຊາດ ຫວູກວາງ ບໍ່ພຽງແຕ່ພົ້ນເດັ່ນຂຶ້ນດ້ວຍທັດຊະນີຍະພາບທຳມະຊາດທີ່ຮົກເຮື້ອເທົ່ານັ້ນ ຫາກຍັງແມ່ນແຫ່ງດຳລົງຊີວິດຂອງສັດພຶກສາຊາດທີ່ມີຄ່າຫາຍາກຫຼາຍປະເພດ ປະກອບສ່ວນສ້າງຄຸນຄ່າພິເສດໃຫ້ແກ່ເຂດນີ້.

ປ່າສະຫງວນແຫ່ງຊາດ ຫວູກວາງ ມີລະບົບຊີວະນາໆພັນ ຢູ່ ຫວຽດນາມ.
09/07/2025

ຄົ້ນຫານ້ຳຕົກຕາດ ບ໋ານບາ ໃນແຂວງ ຕວຽນກວາງ ແລະ ຄວາມງາມຢູ່ເຂດພູຜາປ່າໄມ້ ຫວຽດບັກ.

(VOVWORLD) -ນ້ຳຕົກຕາດ ບ໋ານບາ ຂຶ້ນກັບແຂວງ ຕວຽນກວາງ ເຊິ່ງປັດຈຸບັນແມ່ນແຂວງຖືກໂຮມເຂົ້າຈາກແຂວງ ຕວຽນກວາງ ແລະ ຮ່າຢາງເກົ່າ, ບໍ່ພຽງແຕ່ແມ່ນສະຖານທີ່ຮົກເຮື້ອດ້ວຍຄວາມງາມດັ່ງໃນຝັນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທີ່ດີ ເພື່ອໃຫ້ແຂກທ່ອງທ່ຽວເຊື່ອມຕົວເຂົ້າກັບທຳມະຊາດ ຜ່ານການອາບນ້ຳໃນປ່າ ແລະ ນີ້ພວມກາຍເປັນທ່າອ່ຽງທ່ອງທ່ຽວ ພັກຜ່ອນບຳລຸງສຸຂະພາບອີກດ້ວຍ.

ຄົ້ນຫານ້ຳຕົກຕາດ ບ໋ານບາ ໃນແຂວງ ຕວຽນກວາງ ແລະ ຄວາມງາມຢູ່ເຂດພູຜາປ່າໄມ້ ຫວຽດບັກ.
02/07/2025

ຫວິງຮີ - ບິ່ງເລິບ ເສັ້ນທາງແຫ່ງຄວາມປະທັບໃຈ.

(VOVWORLD) -ນິງຖ້ວນ ແມ່ນແຂວງໂຮມເຂົ້າກັບແຂວງ ແຄັ໊ງຮວ່າ ແມ່ນດິນແດນທີ່ມີຄວາມຮົກເຮື້ອ ນອນຢູ່ແຄມທະເລຕອນໃຕ້ພາກກາງ ເຊິ່ງບໍ່ພຽງແຕ່ມີຊື່ສຽງດ້ວຍທົ່ງເກືອຂາວ, ສວນໝາກອາງຸ່ນສຸກ ຫຼື ທາດຈານ ທີ່ເກົ່າແກ່. ເທົ່ານັ້ນ,ຢູ່ແຫ່ງນີ້ຍັງມີຂອງປະເສີດ ເຊິ່ງບໍ່ວ່ານັກທ່ອງທ່ຽວຜູ້ໃດທີ່ໄດ້ມາຢ້ຽມຢາມ ກໍ່ລ້ວນແຕ່ມີຄວາມປະທັບໃຈ ນັ້ນແມ່ນເສັ້ນທາງແຄມທະເລ DT7O2 ຫຼື ເອີ້ນວ່າ ເສັ້ນທາງ ຫວິງຮີ - ບິ່ງເລິບ.

ຫວິງຮີ - ບິ່ງເລິບ ເສັ້ນທາງແຫ່ງຄວາມປະທັບໃຈ.
18/06/2025

ຟາມມ້າ ບ໊າເວິນ - ທົ່ງຫຍ້າຂຽວອຸ່ມທຸ່ມສະຫງົບສຸກ.

(VOVWORLD) -ຟາມມ້າ ບ໊າເວິນ ແມ່ນຈຸດແວ່ຢາມໃນການທ່ອງທ່ຽວຢູ່ແຂວງ ຖາຍງວຽນ ເຊິ່ງແມ່ນແຂວງໂຮມເຂົ້າກັນລະຫວ່າງແຂວງ ບັກກ້ານ ແລະ ຖາຍງວຽນ. ໂດຍຫ່າງຈາກໃຈກາງແຂວງ ຖາຍງວຽນ ປະມານ 12 ກິໂລແມດ ຄ້າຍມ້າ ບ໊າເວິນ ແມ່ນສະຖານທີ່ຄົ້ນຄວ້າຂະຫຍາຍ ແລະ ເພາະພັນປະເພດມ້າໃຫຍ່ທີ່ສຸດຢູ່ ຫວຽດນາມ

ຟາມມ້າ ບ໊າເວິນ - ທົ່ງຫຍ້າຂຽວອຸ່ມທຸ່ມສະຫງົບສຸກ.
11/06/2025

ສວນພຶກສາຊາດ ແລະ ການກອບກູ້ສັດປ່າຢູ່ ລຸງງອກຮວ່າງ ໃນແຂວງ ເຮົ້າຢາງ

(VOVWORLD) -ເຂດອະນຸລັກທຳມະຊາດ ລຸງງອກຮວ່າງ ຕັ້ງຢູ່ເມືອງ ຝຸ້ງຫຽບ ແຂວງ ເຮົ້າຢາງ ໄດ້ຮັບຖືວ່າ ແມ່ນເຂດນິເວດທຳມະຊາດຢຸ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີລະບົບພຶກສາຊາດທີ່ອຸດົມສົມບູນຂອງເຂດແມ່ນ້ຳລຳເຊທາງທິດຕາເວັນຕົກພາກໃຕ້ເທົ່ານັ້ນ ຫາກຍັງກາຍເປັນສວນພຶກສາຊາດ ພ້ອມທັງອະນຸລັກບັນດາພຶກສາຊາດນາໆຊະນິດໃນເຂດ ພ້ອມກັນນັ້ນກໍ່ແມ່ນແຫ່ງກອບກູ້ສັດປ່າ.

ສວນພຶກສາຊາດ ແລະ ການກອບກູ້ສັດປ່າຢູ່ ລຸງງອກຮວ່າງ ໃນແຂວງ ເຮົ້າຢາງ
04/06/2025

ເຮືອນຝາດິນ - ຄວາມງາມທາງດ້ານສະຖາປັດຕະຍະກຳ ທີ່ມີຊີວິດຊີວາໃນທ່າມກາງພູຜາປ່າໄມ້ ແຂວງ ຮ່າຢາງ

(VOVWORLD) -ແຂວງ ຮ່າຢາງ ເຂດພູສູງທາງທິດເໜືອຂອງ ຫວຽດນາມ ດ້ວຍສາຍພູຫີນສູງຊັນ ມີສະຖາປັດຕະຍະກຳທີ່ໄດ້ຄົງຕົວນັບແຕ່ໃດໆມາ ນັ້ນແມ່ນເຮືອນຝາດິນ. ເຮືອນຝາດິນຫຼັງຕ່າງໆແມ່ນຈຸດວັດທະນະທຳເປັນສັນຍາລັກແຫ່ງຄວາມທົນທານ, ຄວາມຄ່ອງແຄ້ວ ແລະ ສາມາດແທດເໝາະກັບເງື່ອນໄຂດິນຟ້າອາກາດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ, ເຜົ່າຢ້າວ, ເຜົ່າໄຕ່… ຢູ່ດິນແດນທາງທິດເໜືອຂອງ ຫວຽດນາມ. ແຕ່ສິ່ງທີ່ພິເສດກວ່ານັ້ນ ແມ່ນບັນດາເຮືອນຝາດິນຢູ່ແຫ່ງນີ້ ພວມກາຍເປັນໂຮມສະເຕທ່ອງທ່ຽວຊຸມຊົນ ເພື່ອຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາພັກເຊົາ ຄົ້ນຫາສີສັນວັດທະນະທຳທ້ອງຖິ່ນ

ເຮືອນຝາດິນ - ຄວາມງາມທາງດ້ານສະຖາປັດຕະຍະກຳ ທີ່ມີຊີວິດຊີວາໃນທ່າມກາງພູຜາປ່າໄມ້ ແຂວງ ຮ່າຢາງ