ຄົ້ນຫາຫວຽດນາມ

28/02/2024

ເຮືອນຮ້ານທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ຢູ່ເຂດທາງກ້ຳຕາເວັນຕົກແຂວງແທັງຮວ໊າ

(VOVWORLD) - ສຳລັບວົງຄະນາຍາດເຜົ່າຜູ້ໄທຢູ່ ຫວຽດນາມ, ເຮືອນຮ້ານບໍ່ພຽງແຕ່ແມ່ນບ່ອນຢູ່ອາໄສເທົ່ານັ້ນຫາກຍັງແມ່ນບ່ອນຕິດພັນກັບຊີວິດທາງດ້ານຈິດວິນຍານ ແມ່ນແຫ່ງເກັບຮັກສາຈຸດວັດທະນະທຳພື້ນເມືອງ

ເຮືອນຮ້ານທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ຢູ່ເຂດທາງກ້ຳຕາເວັນຕົກແຂວງແທັງຮວ໊າ
21/02/2024

ຫໍວາງສະແດງ ຮວ່າງຊາ - ສະຖານທີ່ຢ້ຽມຊົມທີ່ດູດດື່ມສຳລັບແຂກທ່ອງທ່ຽວ

(VOVWORLD) -ຫໍວາງສະແດງ ຮວ່າງຊາ ທີ່ນະຄອນດ່າໜັງມີຄວາມໝາຍພິເສດສຳລັບຊາວນະຄອນເວົ້າສະເພາະ ແລະ ຊາວຫວຽດນາມເວົ້າລວມ. ຢູ່ແຫ່ງນີ້ວາງສະແດງເອກະສານວັດຖູພັນແຜນທີ່ ຮູບຖ່າຍທີ່ມີຊີວິດຊີວາຫຼາຍກວ່າ 300 ຢ່າງທີ່ມີຄຸນຄ່າດ້ານປະຫວັດສາດເຊິ່ງເປັນຫຼັກຖານຢັ້ງຢືນຂະບວນວິວັດແຫ່ງການບຸກເບີກ, ກຳນົດແລະປົກປັກຮັກສາອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະ ຮວ່າງຊາ ນັບແຕ່ໄລຍະບັນດາເຈົ້າພະຍາສະໄໝລາດຊະວົງຫງວຽນ ມາຮອດປັດຈຸບັນ. ນີ້ແມ່ນສະຖານທີ່ຢ້ຽມຊົມເຊິ່ງທ່ອງທ່ຽວທັງຢູ່ພາຍໃນແລະ ຕ່າງປະເທດຫຼາຍຄົນເຄີຍແວ່ຢ້ຽມຊົມໃນການເດີນທາງທ່ອງທ່ຽວຢູ່ ດ່າໜັງ.

ຫໍວາງສະແດງ ຮວ່າງຊາ - ສະຖານທີ່ຢ້ຽມຊົມທີ່ດູດດື່ມສຳລັບແຂກທ່ອງທ່ຽວ
14/02/2024

ລະດູບານໃໝ່ວຽນມາສູ່ບັນດາທົ່ງນາລ້ຽງກຸ້ງ

(VOVWORLD) - ຮູບແບບປູກເຂົ້າປະສານສົມທົບກັບການລ້ຽງກຸ້ງຫຼືເອີ້ນວ່າຮູບແບບເຂົ້າ - ກຸ້ງ ພວມໄດ້ຮັບບຸລິມະສິດພັດທະນາຈາກແຂວງບາກລຽວ ຍ້ອນວ່າທັງບັນລຸປະສິດທິຜົນທາງດ້ານເສດຖະກິດສູງ ທັງແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.

ລະດູບານໃໝ່ວຽນມາສູ່ບັນດາທົ່ງນາລ້ຽງກຸ້ງ
07/02/2024

ບັນກອກມໍ່ ໃນບຸນເຕັມເດືອນຂອງເດັກຊາວ ເຜົ່າໄຕ່ ແລະເຜົ່ານຸ່ງ

(VOVWORLD) - ບັນກອກມໍ່ແມ່ນເຍື່ອງອາຫານພື້ນທີ່ເປັນເອກະລັກຂອງຊາວເຜົ່າໄຕ່ ແລະເຜົ່ານຸ່ງ. ເຍື່ອງອາຫານນີ້ແມ່ນສິ່ງທີ່ຂາດບໍ່ໄດ້ໃນບຸນເຕັມເດືອນຂອງເດັກແຕ່ລະຄົນ. ບັນກອກມໍ່ແມ່ນເຍື່ອງອາຫານທີ່ຊ້ອນແຝງສິ່ງຍອດຍິ່ງທາງດ້ານວັດທະນະທຳອາຫານການກິນພື້ນເມືອງຂອງຊາວເຜົ່າໄຕ່ ເຜົ່ານຸ່ງຢູ່ເຂດພູດອຍທາງທິດເໜືອ

ບັນກອກມໍ່ ໃນບຸນເຕັມເດືອນຂອງເດັກຊາວ ເຜົ່າໄຕ່ ແລະເຜົ່ານຸ່ງ
31/01/2024

ສຸສານທວ້າຍງອກເຫົ່າຕັ້ງຢູ່ຕີນພູຊາມໃນແຂວງອານຢາງ

(VOVWORLD) -ໂດຍຖືກຕັ້ງຢູ່ຕີນພູຊາມຂຶ້ນກັບຕາແສງ ໜຸຍຊາມ ນະຄອນເຈົາດົກ ແຂວງອານຢາງ, ສຸສານທວ້າຍງອກເຫົ່າແມ່ນກິດຈະກຳສະຖາປັດຕະຍະກຳທີ່ພົ້ນເດັ່ນໃນສະໄໝລາດຊະວົງຫງວຽນ (1802 - 1945). ນີ້ແມ່ນສຸສານຂອງທ່ານທວ້າຍງອກເຫົ່າ ເຊິ່ງແມ່ນນາຍພົນທີ່ເກັ່ງກ້າສາມາດໃນລາດຊະວົງຫງວຽນ

ສຸສານທວ້າຍງອກເຫົ່າຕັ້ງຢູ່ຕີນພູຊາມໃນແຂວງອານຢາງ
24/01/2024

ຢ້ຽມຊົມຫໍບູຊາພະແມ່ເຂດໜຸຍຊາມ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານນະຄອນເຈົາດົກ

(VOVWORLD) -ຫໍລູຊາພະແມ່ເຂດໜຸຍຊາມຕັ້ງຢູ່ຕີນພູຊາມຂຶ້ນກັບຕາແສງໜຸຍຊາມນະຄອນເຈົາດົກແຂວງອານຢາງ. ນີ້ແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ລືຊື່ ບໍ່ພຽງແຕ່ຢູ່ເຂດທາງທິດຕາເວັນຕົກພາກໃຕ້ເທົ່ານັ້ນແຕ່ເມື່ອບໍ່ດົນມານີ້ຫໍບໍຊາພະແມ່ເຂດໜຸຍຊາມໄດ້ຮັບການຮັບຮອງໃນເວທີປາໄສພົບປະແລກປ່ຽນວັດທະນະທຳແລະເສດຖະກິດຫວຽດນາມ - ອິນເດຍແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ດີເດັ່ນຢູ່ອາຊີ - ປາຊີຟິກ

ຢ້ຽມຊົມຫໍບູຊາພະແມ່ເຂດໜຸຍຊາມ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານນະຄອນເຈົາດົກ
17/01/2024

ຄົ້ນຫາກຸ່ມຖ້ຳ ປູຊາມກາບ ງາມກວ່າໝູ່ຢູ່ເຂດເຕິຍບັກ

(VOVWORLD) -ປູຊາມກາບແມ່ນກຸ່ມຖ້ຳທີ່ລືຊື່ໃນແຂວງລາຍເຈົາ. ຢູ່ແຫ່ງນີ້ຖືກຂະໜານນາມວ່າຖ້ຳງາມກວ່າໝູ່ຢູ່ເຂດເຕິຍບັກດ້ວຍຖ້ຳນ້ອຍໃຫຍ່ 10ຖ້ຳໃນນັ້ນມີ 3ຖ້ຳໃຫຍ່ຄືທຽນໂມນ, ທຽນເດື່ອງ ແລະ ຖຸ໋ຍຕິງ. ປູຊາມກາບມີຄວາມງາມແບບ ຮົກເຮື້ອລຶກລັບ ແລະ ດູດດື່ມເປັນພິເສດສຳລັບຜູ້ມັກຄົ້ນຫາພິຊິດທຳມະຊາດ

ຄົ້ນຫາກຸ່ມຖ້ຳ ປູຊາມກາບ ງາມກວ່າໝູ່ຢູ່ເຂດເຕິຍບັກ
10/01/2024

ຢ້ຽມຢາມອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ

(VOVWORLD) -ເຂດອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາຂຶ້ນກັບເຂດບໍລິເວນສາມເມືອງຄືກວິ່ງຍາຍ, ທ້ວນເຈົາແລະເມື່ອງລາໃນແຂວງເຊີນລາ. ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານພ້ອມກັບບັນດາສະຖານທີ່ດູດດື່ມແລະ ສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍທີ່ເປັນເອກະລັກ, ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ໃນແຂວງເຊີນລາ

ຢ້ຽມຢາມອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ
03/01/2024

ກອນຕູມ - ສະຖານທີ່ທ່ອງທ່ຽວ, ຄົ້ນຫາວັດທະນະທຳມີ່ດູດດື່ມ

(VOVWORLD) -ແຂວງກອນຕູມນອນຢູ່ທາງທິດເໜືອຂອງເຂດເຕິຍງວຽນມີເນື້ອທີ່ສ່ວນໃຫຍ່ທາງກ້ຳຕາເວັນຕົກຂອງສາຍພູຫຼວງ. ນີ້ແມ່ນແຂວງທີ່ມີເນື້ອທີ່ນ້ອຍທີສອງຢູ່ເຂດເຕິຍງວຽນດ້ວຍພູມມີສັນຖານຕົ້ນຕໍແມ່ນພູຜາ, ເຂດພູພຽງສະຫຼັບກັບບາງເຂດພື້ນທີ່ຕ່ຳ, ດັ່ງນັ້ນກອນຕູມກໍ່ມີທັດຊະນີຍະພາບຫຼາຍຮູບຫຼາຍສີແລະອຸດົມສົມບູນພ້ອມກັບອາກາດເຢັນສະບາຍ. ປັດຈຸບັນກອນຕູມແມ່ນສະຖານທີ່ທ່ອງທ່ຽວທີ່ດີດ້ວຍຄວາມງາມທີ່ຮົກເຮື້ອ ເຂັ້ັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ແຫ່ງນີ້

ກອນຕູມ - ສະຖານທີ່ທ່ອງທ່ຽວ, ຄົ້ນຫາວັດທະນະທຳມີ່ດູດດື່ມ
27/12/2023

ໄປເຂດພູພຽງຫີນແວ່ຕະຫຼາດນັດແມ່ວຫວາກ

(VOVWORLD) -ຕະຫຼາດນັດແມ່ວຫວາກແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຊື່ສຽງທີ່ສຸດໃນແຂວງຮ່າຢາງ. ມາຕະຫຼາດນັດນີ້ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບເຂດທີ່ຫຼາກຫຼາຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ເຂດພູພຽງຫີນດົ່ງວັນ. ບໍ່ພຽງແຕ່ແມ່ນແຫ່ງແລກປ່ຽນຊື໊ຂາຍສິນຄ້າເຄື່ອງຂອງທີ່ຈຳເປັນຄືເຄືອງມືຮັບໃຊ້ກະສິກຳ,ຜະລິດຕະພັນກະເສດເທົ່ານັ້ນຕະຫຼາດນັດຍັງແມ່ນໂອກາດ ເພື່ອໃຫ້ທຸກໆຄົນໄດ້ມາພົບປະແລກປ່ຽນສະແດງຄວາມໃນໃຈຕໍ່ກັນ

ໄປເຂດພູພຽງຫີນແວ່ຕະຫຼາດນັດແມ່ວຫວາກ