ຄົ້ນຫາຫວຽດນາມ

17/08/2022

ວັດທາດເຕື໋ອງລອງ - ປູຊະນີຍະສະຖານ ປະຫວັດສາດວັດທະນະທຳມີມານັບພັນປີ

(VOVWORLD) -ໂດ່ເຊີນໃນນະຄອນຫ໋າຍຟ່ອງແມ່ນເຂດທ່ອງທ່ຽວທີ່ລືຊື່ ທັງຢູ່ພາຍໃນແລະຕ່າງປະເທດດ້ວຍບັນດາຫາດຊາຍທະເລແລະທິວທັດທຳມະຊາດສວຍສົດງົດງາມເປັນໜ້າຈັບອົກຈັບໃຈ. ນອກຈາກນັ້ນຢູ່ແຫ່ງນີ້ຍັງມີຊື່ສຽງດ້ວຍປູຊະນີຍະສະຖານປະຫວັດສາດວັດທະນະທຳທີ່ມີມານັບພັນ ປີ, ນັ້ນແມ່ນວັດທາດເຕື໋ອງລອງ. ນີ້ແມ່ນວັດທີ່ສັກສິດແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດໂອກາດແວ່ຍາມສຳລັບແຂກທ່ອງທ່ຽວທີ່ມາຈາກສາລະທິດເມື່ອມີໂອກາດມາຢ້ຽມຢາມນະຄອນຫ໋າຍຟອງ

ວັດທາດເຕື໋ອງລອງ - ປູຊະນີຍະສະຖານ ປະຫວັດສາດວັດທະນະທຳມີມານັບພັນປີ
10/08/2022

ເຂດນິເວດທຳມະຊາດໂລກໜຸຍຈົ່ວ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຫວຽດນາມ

(VOVWORLD) -ໃນເດືອນ ເມສາທີ່ຜ່ານມາອົງການUnescoໄດ້ຮັບຮອງເຂດນິເວດທຳມະຊາດ ໜຸຍຈົ່ວຂຶ້ນກັບປ່າສາຫງວນແຫ່ງຊາດໜຸຍຈົ່ວເປັນເຂດນິເວດທຳມະຊາດໂລກ. ນີ້ແມ່ນແຫ່ງທີ່ມີບັນດາຄຸນຄ່າທາງດ້ານຊີວະນາໆພັນປ່າໄມ້, ທະເລດ້ວຍສັດພຶກສາຊາດທີ່ຫາຍາກຫຼາຍປະເພດ, ທິວທັດທຳມະຊາດຫຼາຍຮູບຫຼາຍສີແລະມີຄວາມເປັນເອກະລັກສະເພາະຂອງເຂດດິນຟ້າອາກາດແຫ້ງແລ້ງ ຢູ່ແຄມທະເລຂອງ ແຂວງນິງຖ້ວນ.

ເຂດນິເວດທຳມະຊາດໂລກໜຸຍຈົ່ວ -  ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຫວຽດນາມ
03/08/2022

ກັບຄືນຢາມດິນແດນພູເຂົາໄຟ ກຣົງໂນ ທີ່ແຂວງ ດັກນົງ ເພື່ອຊີມລົດຫອມຂອງເຂົ້າສານພິເສດ

(VOVWORLD) -ໂດຍນອນຢູ່ເຄິ່ງກາງແມ່ນ້ຳ ຈາກຣົງໂນ ແລະ ປາກພູເຂົາໄຟ ເນິມບລາງ ຂຶ້ນກັບຕາແສງ ບວນຈວາງ ເມືອງ ກຣົງໂນ ແຂວງ ດັກນົງ ແມ່ນທົ່ງນາທີ່ກວ້າງໃຫຍ່ນັບ 1.000 ເຮັກຕາ ດ້ວຍດິນອຸດົມສົມບູນ. ດິນແດນແຫ່ງເທບນິຍາຍນີ້ ໄດ້ຕິດພັນກັບບັນດາເລື່ອງລາວເລົ່າຂານປາກຕໍ່ປາກ, ກອນລຳທີ່ລຶກລັບ ແລະ ປັດຈຸບັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ພ້ອມທັງມີປະເພດເຂົ້າສານຫອມທີ່ມີຊື່ສຽງ

ກັບຄືນຢາມດິນແດນພູເຂົາໄຟ ກຣົງໂນ ທີ່ແຂວງ ດັກນົງ ເພື່ອຊີມລົດຫອມຂອງເຂົ້າສານພິເສດ
13/07/2022

ງານບຸນສາລາບ້ານແຄມທະເລເປັນເອກະລັກໃນແຂວງກວ໋າງນິງ

(VOVWORLD) -ງານບຸນສາລາໝູ່ບ້ານຈ໋າໂກ໋ ໃນແຕ່ລະປີໄດ້ຮັບການຕີລາຄາວ່າແມ່ນງານບຸນທີ່ມີຂອບຂະໜາດໃຫຍ່ ແລະມີຄຸນຄ່າທີ່ພົ້ນເດັ່ນໃນບັນດາງານບຸນປະເພນີຢູ່ເຂດທະເລໝອງກ໊າຍ ແຂວງກວ໋າງນິງ. ດ້ວຍບັນດາພິທີກຳປະເພນີເປັນເອກະລັກ ງານບຸນເພື່ອແນໃສ່ອາໄລຫາແລະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາພະອໍລະຫັນຜູ້ໄດ້ມີຄຸນງາມຄວາມດີໃນການກໍ່ສ້າງໝູ່ບ້ານຈ໋າໂກ໋ ເມື່ອກ່ອນນີ້

ງານບຸນສາລາບ້ານແຄມທະເລເປັນເອກະລັກໃນແຂວງກວ໋າງນິງ
06/07/2022

ເກາະກູ່ລາວແຊັງ - ແກ້ວມະນີຂຽວຢູ່ກາງທະເລທ້ອງຟ້າບິ່ງດິ້ງ

(VOVWORLD) -ຕາແສງເກາະເຍິນເຈົາຫຼືຍັງເອີ້ນວ່າເກາະກູ່ລາວແຊັງຢູ່ນະຄອນກຸຍເຍີນແຂວງບິ່ງດິ້ງບໍ່ພຽງແຕ່ມີທີ່ຕັ້ງຍຸດທະສາດທາງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ອະທິປະໄຕເຂດນ່ານທະເລໝູ່ເກາະຂອງປະເທດຊາດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມອີກດ້ວຍ. ປັດຈຸບັນແຂວງບິ່ງດິ້ງພວມຜັນຂະຫຍາຍບັນດາບາດກ້າວອະນຸລັກເສີມຂະຫຍາຍບັນດາຄຸນຄ່າທີ່ມີຢູ່ແລ້ວຂອງເຍິນເຈົາເພື່ອພັດທະນາເກາະແຫ່ງນີ້ກາຍເປັນໜຶ່ງໃນບັນດາສູນກາງທ່ອງທ່ຽວທະເລໝູ່ເກາະຂອງທ້ອງຖິ່ນ.

ເກາະກູ່ລາວແຊັງ - ແກ້ວມະນີຂຽວຢູ່ກາງທະເລທ້ອງຟ້າບິ່ງດິ້ງ
28/06/2022

ເຂດວັດທະນະທຳລຸກໂບະ ໃນນະຄອນ ເຫວ້ - ແຫ່ງເກັບຮັກສາອາຊີບຫັດຖະກຳຢູ່ດິນແດນເມືອງຫຼວງເກົ່າ

(VOVWORLD) -ໂດຍຖືກອຸປະມາດັ່ງເຂດວັດທະນະທຳຮັດແຄບເຂົ້າ, ເຂັ້ມຂົ້ນໄປດ້ວຍສີສັນຂອງເຫວ້, ເຂດວາງສະແດງວັດທະນະທຳລຸກໂບະບໍ່ພຽງແຕ່ວາງສະແດງບັນດາຜະລິດຕະພັນຫັດຖະກຳຄືດອກໄມ້ເຈ້ຍແທັງຕຽນ,ກຸບບ້າຍເທີ, ຮູບແກ້ວເທົ່ານັ້ນ ຫາກຍັງແມ່ນແຫ່ງແນະນຳບັນດາຜະລິດຕະພັນໃນລາດຊະວັງສະໄໝລາດຊະວົງຫງວຽນ ຄືື ຊາ, ເຫຼົ້າ... ນອກຈາກນັ້ນຢູ່ເຂດວັດທະນະທຳລຸກໂບະແຂກທ່ອງທ່ຽວຍັງໄດ້ຄົ້ນຫາການທ່ອງທ່ຽວຢູ່ໝູ່ບ້ານອາຊີບຫັດຖະກຳເຊິ່ງໄດ້ຮັບການແນະນຳຈາກບັນດານັກສະລະປະການຜະລິດອອກບັນດາຜະລິດຕະພັນທີ່ມີສີສັນຂອງເຫວ້

ເຂດວັດທະນະທຳລຸກໂບະ ໃນນະຄອນ ເຫວ້ - ແຫ່ງເກັບຮັກສາອາຊີບຫັດຖະກຳຢູ່ດິນແດນເມືອງຫຼວງເກົ່າ
22/06/2022

ຄົ້ນຫາຂົວແກ້ວແບັກລອງ - ຂົວແຫ່ງສະຖີຕິຂອງໂລກ

(VOVWORLD) - ຫຼາຍປີມານີ້ ໝົກເຈົາໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ລື້ງເຄີຍຂອງແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດເຊິ່ງໄດ້ເລືອກເອົາເມື່ອມາຢາມແຂວງເຊີນລາ. ຢູ່ແຫ່ງນີ້ມີອາກາດເຢັນສະບາຍປອດໂປ່ງ ພ້ອມກັນນັ້ນກໍ່ແມ່ນທິວທັດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ພ້ອມກັບບັນດາຮ່ອມພູຂຽວອຸ່ມທຸ່ມຈົນສຸດສາຍຕາມີຄວາມງາມດັ່ງໃນຝັນ. ປັດຈຸບັນເມື່ອມາຮອດໝົກເຈົາແຂກທ່ອງທ່ຽວຍັງມີໂອກາດຄົ້ນຫາບັນດາສິ່ງທີ່ເປັນໜ້າຈັບໃຈດ້ວຍກິດຈະກຳຂົວແກ້ວແບັກລອງ ເຊິ່ງແມ່ນຂົວແຫ່ງສະຖີຕິຢຸຍເນັດໂລກ

ຄົ້ນຫາຂົວແກ້ວແບັກລອງ - ຂົວແຫ່ງສະຖີຕິຂອງໂລກ
15/06/2022

ຜູ້ບຸກເບີກ ໂນນເມິມໂຊຍ ຢູ່ເຂດພູສູງ ໝູ່ກັງຈ໋າຍ

(VOVWORLD) -ໂດຍນອນຢູ່ເຂດແກ່ນກາງຂອງປູຊະນີຍະສະຖານ ລະດັບຊາດພິເສດ ທິວທັດນາຂັ້ນໄດ ໝູ່ກັງຈ໋າຍ ແຂວງ ອຽນບ໊າຍ, ໂນນເມິມໂຊຍ (ໝາຍເຖິງພາເຂົ້າ)ຢູ່ຕາແສງ ລາປ໊ານເຕິ່ນ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ. ແຕ່ມີບໍ່ເທົ່າຄົນທີ່ຮູ້ວ່າ ເພື່ອມີທິວທັດໂນນເມິມໂຊຍ ງົດງາມຄືໃນປັດຈຸບັນນັ້ນ, ຄອບຄົວນາງ ລູ່ທິລີ່ ຢູ່ບ້ານ ຕ່າຈີ໊ລື່ ຕາແສງ ລາປ໊ານເຕິ່ນ ໄດ້ສຸມເຫື່ອເທແຮງບໍ່ໜ້ອຍ ເພື່ອບຸກເບີກໂນນເມິມໂຊຍ ໃຫ້ນັບມື້ນັບສວຍສົດງົດງານກວ່າ

ຜູ້ບຸກເບີກ ໂນນເມິມໂຊຍ ຢູ່ເຂດພູສູງ ໝູ່ກັງຈ໋າຍ
08/06/2022

ນຳເຄື່ອງໝາຍທ່ອງທ່ຽວ ຝູກ໊ວກ ອອກສູ່ຕ່າງປະເທດ

(VOVWORLD) -ດ້ວຍການເຊື່ອມຕໍ່ຂອງບໍລິສັດທ່ອງທ່ຽວພຽງແຫ່ງດຽວຢູ່ ອິນດູຈີນ, ແຕ່ວັນທີ 18 ຫາ ວັນທີ 20 ພຶດສະພາ ຄະນະທ່ອງທ່ຽວ ຟາມຈິບ ຂອງໄທ ລວມມີ 33 ຄົນ ທີ່ມາຈາກບັນດາບໍລິສັດທ່ອງທ່ຽວທາງໄກ ຄື ເມເດຍ, ບຣັອກເກີ, ຢູທູບ ທີ່ມີຊື່ສຽງຢູ່ ໄທ ໄດ້ມາທັດສະນະສຶກສາ ແລະ ສຳຫຼວດບັນດາສະຖານທີ່ທ່ອງທ່ຽວຢູ່ ຝູກ໊ວກ. ນີ້ແມ່ນລາຍການທ່ອງທ່ຽວສົມທົບລະຫວ່າງພະແນກທ່ອງທ່ຽວ ສະຫະສະມາຄົມທ່ອງທ່ຽວແຂວງ ກຽນຢາງ ແລະ ຫົວໜ່ວຍທ່ອງທ່ຽວຈັດຕັ້ງຕ້ອນຮັບຄະນະ ຟາມຈິບ ໄທ.

ນຳເຄື່ອງໝາຍທ່ອງທ່ຽວ ຝູກ໊ວກ ອອກສູ່ຕ່າງປະເທດ
01/06/2022

ເຂົ້າມາທ່ອງທ່ຽວຢູ່ໝູູ່່ບ້ານບູຮານ ເດື່ອງເລິມ ທີ່ນະຄອນຫຼວງ ຮ່າໂນ້ຍ

(VOVWORLD) -ໂດຍນອນຢູ່ເທດສະບານ ເຊີນເຕິຍ ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ກວ່າ 40 ກິໂລແມັດ ໄປທາງທິດຕາເວັນຕົກ, ເດື່ອງເລິມ ແມ່ນໝູ່ບ້ານບູຮານ ແຫ່ງທຳອິດຢູ່ ຫວຽດນາມ ໄດ້ຮັບການຮັບຮອງຈາກລັດ ແມ່ນປູຊະນີຍະສາຖານປະຫວັດສາດວັດທະນະທຳລະດັບຊາດປີ 2005. ຢູ່ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງ ຮ່າໂນ້ຍ ຍ້ອນບັນດາຄຸນຄ່າທີ່ເປັນເອກະລັກທາງດ້ານປະຫວັດສາດສະຖາປັດຕະຍະກຳ ແລະ ວັດທະນະທຳ.

ເຂົ້າມາທ່ອງທ່ຽວຢູ່ໝູູ່່ບ້ານບູຮານ ເດື່ອງເລິມ ທີ່ນະຄອນຫຼວງ ຮ່າໂນ້ຍ