ຄົ້ນຫາຫວຽດນາມ

16/03/2022

ລາຍເຈົາ ສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດ ແລະ ດູດດື່ມ

(VOVWORLD) -ໂລກລະບາດໂຄວິດ - 19 ໃນໄລຍະທີ່ຜ່ານມາ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ຕໍ່ບັນດາການເຄື່ອນໄຫວພັດທະນາເສດຖະກິດສັງຄົມ, ການທ່ອງທ່ຽວ, ໃນນັ້ນມີຂະແໜງທ່ອງທ່ຽວຂອງແຂວງ ລາຍເຈົາ. ພາຍຫຼັງທີ່ລັດຖະບານປະກາດໃຊ້ ມະຕິ 128ກຳນົດຊົ່ວຄາວ “ຮັບມືຢ່າງປອດໄພ ມີໄຫວພິບຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”. ຂະແໜງທ່ອງທ່ຽວແຂວງ ລາຍເຈົາ ໄດ້ມີບັນດາວິທີການແກ້ໄຂ ມຸ່ງໄປສູ່ຄວາມປອດໄພ ເປັນມິດ ແລະ ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ລາຍເຈົາ ສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດ ແລະ ດູດດື່ມ
09/03/2022

ຕາແສງ ງອກຈ໊ຽນໃນແຂວງເຊີນລາ - ເຂດບ້ານນາບູຮານ

(VOVWORLD) -ງອກຈ໊ຽນແມ່ນຕາແສງເຂດພູສູງໃນເມືອງເມື່ອງລາຫ່າງຈາກນະຄອນເຊີນລາປະມານ 80 ກິໂລແມັດ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີີ່ລືຊື່ຢູ່ເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອດ້ວຍທິວທັດທຳມະຊາດເປັນໜ້າຈັບໃຈພູຜາປ່າໄມ້ໃຫຍ່ໂຕມະໂຫຖານ

ຕາແສງ ງອກຈ໊ຽນໃນແຂວງເຊີນລາ - ເຂດບ້ານນາບູຮານ
02/03/2022

ໂກນເຊີນ - ເກັບບາກ: ດິນແດນທີ່ສັກສິດ ໃຫ້ກຳເນີດບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ

(VOVWORLD) - ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກນເຊີນ - ເກັບບາກ ດ້ວຍປູຊະນີຍະສະຖານນັບຮ້ອຍແຫ່ງ ນອນລຽບຕາມເນື້ອທີ່ດິນຫຼາຍກວ່າ 8.000 ເຮັກຕາ ຂຶ້ນກັບ 8 ຕາແສງ ທີ່ນະຄອນ ຈີ໊ລິງ ແຂວງ ຫ໋າຍເຢືອງ. ດິນແດນແຫ່ງນີ້ ຕິດພັນກັບໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຂາດ ແລະ ຊີວິດພາລະກິດ ຂອງບັນດານັກວິລະຊົນແຫ່ງຊາດ ເຊິ່ງພົ້ນເດັ່ນຂຶ້ນແມ່ນນາຍພົນ ເຈິ່ນກວັກຕ໊ວນ ແລະ ນັກວັດທະນະທຳໂລກ ຫງວຽນຈ໊າຍ

ໂກນເຊີນ - ເກັບບາກ: ດິນແດນທີ່ສັກສິດ ໃຫ້ກຳເນີດບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ
23/02/2022

ເວິນໂດ່ນ - ທ່າກຳປັ່ນການຄ້າແຫ່ງທຳອິດຂອງປະເທດ ຫວຽດນາມ

(VOVWORLD) -ເວິນໂດ່ນແມ່ນທ່າກຳປັ່ນແຫ່ງທຳອິດຂອງ ຫວຽດນາມ ແລະ ຄົງຕົວໃນຕະຫຼອດຫຼາຍສະຕະວັດ. ປັດຈຸບັນເມືອງເກາະເວິນໂດ່ນ ແຂວງ ກວ໋າງນິງ ພວມນຳໃຊ້ບັນດາທ່າໄດ້ປຽບໃນລະດັບສູງສຸດເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນນັບທັງ ທາງດ້ານທຳມະຊາດ ແລະ ພື້ນຖານວັດທະນະທຳ ເພື່ອຂະຫຍາຍເປັນເຂດກຳລັງໜູນພັດທະນາ ບໍ່ພຽງແຕ່ສຳລັບ ກວ໋າງນິງ ເທົ່ານັ້ນ ຫາກຍັງໃຫ້ທົ່ວປະເທດອີກດ້ວຍ.

ເວິນໂດ່ນ - ທ່າກຳປັ່ນການຄ້າແຫ່ງທຳອິດຂອງປະເທດ ຫວຽດນາມ
16/02/2022

ໄປວັດບູຮານແທັ່ງດົງໃນຍາມຕົ້ນລະດູບານໃໝ່

(VOVWORLD) -ເມື່ອລະດູບານໃໝ່ວຽນມາຊາວຫວຽດນາມເຄີຍໄປວັດເພື່ອພາວະນາໃຫ້ມີໂຊກມີລາບແລະຫວັງມີແຕ່ສິ່ງທີ່ດີງາມທີ່ສຸດໃນປີໃໝ່. ຕົ້ນລະດູບານໃໝ່ ຂໍເຊີນທ່ານໄປທ່ຽວຊົມຢູ່ວັດດົງເງາະທີ່ນະຄອນຫ໋າຍເຢືອງເຊິ່ງແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຢູ່ດິນແດນແທັ່ງດົງ

ໄປວັດບູຮານແທັ່ງດົງໃນຍາມຕົ້ນລະດູບານໃໝ່
09/02/2022

ດ່າໜັງມຸ່ງໄປສູ່ກາຍເປັນຕົວເມືອງພິເສດຂອງຫວຽດນາມ

(VOVWORLD) -ປີ 1997 ນະຄອນດ່າໜັງຖືກແຍກອອກຈາກແຂວງກວ໋າງນາມ - ດ່າໜັງ ກາຍເປັນຫົວໜ່ວຍບໍລິຫານຂຶ້ນກັບສູນກາງ ຈາກນັ້ນດ່າໜັງຍູ້ແຮງການສ້າງຕົວເມືອງ. ດ້ວຍແຜນນະໂຍບາຍ “ແລກທີ່ດິນເອົາພື້ນຖານໂຄງລ່າງ” ດ້ວຍບັນດາວິທີປະຕິບັດຢ່າງມີຫົວຄິດປະດິດສ້າງແລະມີໄຫວພິບ ໄດ້ກາຍເປັນ “ປາກົດການດ່າໜັງ”ໃນການສ້າງຕົວເມືອງ. ຈາກຕົວເມືອງລະດັບເມືອງນ້ອຍ, ມາຮອດປັດຈຸບັນເນື້ອທີ່ຕົວເມືອງໄດ້ເພີ່ມຂຶ້ນທົບສີ່ເທົ່າ ກາຍເປັນຕົວເມືອງທັນສະໄໝອັບດັບໜຶ່ງ ຢູ່ພາກກາງແລະຕິດພັນກັບເຄື່ອງໝາຍ “ນະຄອນເປັນໜ້າມາດຳລົງຊີວິດ”

ດ່າໜັງມຸ່ງໄປສູ່ກາຍເປັນຕົວເມືອງພິເສດຂອງຫວຽດນາມ
26/01/2022

ລະດູບານໃໝ່ວຽນມາສູ່ຮ່ອມພູ “ຕາຟ້າ” ໃນແຂວງດ້ຽນບຽນ

(VOVWORLD) - ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆ, ພໍ່ແມ່ພີ່ນ້ອງເຜົ່າສະຟາງຢູ່ບ້ານ ແທ່ນປ່າຕາແສງຊາລົງເມືອງເມື່ອງຈ່າແຂວງ ດ້ຽນບຽນໃນທຸກວັນນີ້ ໄດ້ຕ້ອນຮັບບຸນເຕັດຂອງຕົນພ້ອມກັບບຸນປີໃໝ່ປະຈຳຊາດຫວຽດນາມ.ເຖິງຢ່າງໃດກໍ່ຕາມພໍ່ແມ່ພີ່ນ້ອງກໍ່ຍັງມີບັນດາປະເພນີຕ້ອນຮັບບຸນເຕັດພິເສດສະເພາະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າຕົນ

ລະດູບານໃໝ່ວຽນມາສູ່ຮ່ອມພູ “ຕາຟ້າ” ໃນແຂວງດ້ຽນບຽນ
19/01/2022

ຫຼຸງເວິນ-ດິນແດນຂອງເມກ

(VOVWORLD) - ໂດຍນອນຢູ່ເຂດພູດອຍທາງທິດຕາເວັນຕົນພາກເໜືອ, ຫຼຸງເວິນຖືກອຸປະມາດັ່ງຫຼັງຄາເຮືອນຂອງດິນແດນ ເມື່ອງບີ ຍ້ອນນອນຢູ່ເທິງສາຍພູສູງສະຫຼັບສັບຊ້ອນຖືກປົກຄຸມໄປດ້ວຍກຸ່ມເມກເລື່ອນລອຍ ແລະ ທັງແມ່ນອູ່ວັດທະນະທຳໃຫຍ່ ແລະເກົ່າແກ່ທີ່ສຸດຢູ່ເຂດເມືອງຮວ່າບິ່ງ. ຫຼຸງເວິນມີອາກາດເຢັນສະບາຍຕະຫຼອດປີທິວທັດທຳມະຊາດໃຫຍ່ໂຕມະໂຫຖານແລະຮົກເຮື້ອພ້ອມກັບການດຳເນີນຊີວິດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າເມື່ອງ ອັນໄດ້ກາຍເປັນສະຖານນທີ່ດຶງດູດໃຈແຂກທ່ອງທ່ຽວ.

ຫຼຸງເວິນ-ດິນແດນຂອງເມກ
12/01/2022

ບວນມາທວດ - ນະຄອນຕົ້ນໄມ້ຂຽວ

(VOVWORLD) -ນະຄອນບວນມາທວດ ແຂວງ ດັກລັກ ແມ່ນໜຶ່ງໃນບັນດານະຄອນທີ່ມີອັດຕາການປົກຄຸມຕົ້ນໄມ້ຂຽວຫຼາຍກວ່າໃນທົ່ວປະເທດ ດ້ວຍເນື້ອທີ່ປູກຕົ້ນໄມ້ຂຽວຫຼາຍກວ່າ 8 ຕາແມັດຕໍ່ຄົນ. ລະບົບຕົ້ນໄມ້ຂຽວຢູ່ ບວນມາທວດ ພວມສ້າງສະພາບແວດລ້ອມ ທີ່ເປັນໜ້າດຳລົງຊີວິດໃຫ້ແກ່ປະຊາຊົນ ແລະ ຈຸດເດັ່ນທີ່ໜ້າປະທັບໃຈສຳລັບແຂກທ່ອງທ່ຽວ. ຕົ້ນໄມ້ຂຽວຢູ່ບວນມາທວດ ໃນວັນນີ້ກໍ່ແມ່ນໝາກຜົນຂອງການປູກຕົ້ນໄມ້ເປັນເວລາຫຼາຍທົດສະວັດ ແລະ ສິ່ງນີ້ພວມສືບຕໍ່ໄດ້ຮັບການເສີມຂະຫຍາຍ ດ້ວຍບັນດາແຜນງານມະຕິກຳນົດທິດພັດທະນານະຄອນເຖິງປີ 2030 ວິໄສທັດເຖິງ 2045

ບວນມາທວດ - ນະຄອນຕົ້ນໄມ້ຂຽວ
05/01/2022

ຕົ້ມເຄັມປາເຍິນເຮົ້າ - ເຍື່ອງອາຫານພິເສດຂອງດິນແດນຮ່ານາມ

(VOVWORLD) - ບໍ່ຮູ້ວ່ານັບແຕ່ຍາມໃດທີ່ຊາວບ້ານເຍິນເຮົ້າຕາແສງ ຮວ່າເຮົ້າ ເມືອງຫຼີເຍິນ ແຂວງຮ່ານາມມີປະເພນີເຮັດຕົ້ມເຄັມປາໃນໂອກາດບຸນປີໃໝ່ປະຈຳຊາດຫຼືບຸນເຕັດວຽນມາເພື່ອໄຫວ້ບູຊາປູ່ຍ່າຕາຍາຍ ບັນພະບູລຸດແລະ ເຮັດເປັນອາຫານກິນໃນແຕ່ລະວັນ. ແຕ່ລະຄອບຄົວກໍ່ລ້ວນແຕ່ມີໝໍ້ຕົ້ມເຄັມປາເພື່ອຕ້ອນຮັບບຸນເຕັດ ພ້ອມທັງເອົາໃຫ້ລູກຫຼານໃຊ້ເປັນຂອງຕ້ອນເມື່ອອອກເດີນທາງໄປແດນໄກ. ແລະ ນັບແຕ່ນັ້ນມາ ເຍື່ອງອາຫານຕົ້ມເຄັມປາໄດ້ກາຍເປັນອາຊີບຢູ່ບ້ານເຍິນເຮົ້າ ແລະ ໄດ້ມີຊື່ສຽງໂດ່ງດັງຢູ່ທົ່ວທຸກແຫ່ງ

ຕົ້ມເຄັມປາເຍິນເຮົ້າ - ເຍື່ອງອາຫານພິເສດຂອງດິນແດນຮ່ານາມ