ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ-ມໍລະດົກວັດທະນະທຳໂລກ
(VOVWORLD) -ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວຖືກຕັ້ງຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳເຮືອງຂື້ນກັບນະຄອນເຫ້ວ ແລະ ບາງເຂດອ້ອມຂ້າງແຂວງ ເທື່ອທຽນເຫ້ວ. ນີ້ແມ່ນສູນກາງວັດທະນະທຳ, ການເມືອງ, ເສດຖະກິດຂອງແຂວງ, ແມ່ນກຸງເກົ່າຂອງຫວຽດນາມໃນສະໄໝລາດສະວົງຫງວຽນ, ແຕ່ປີ 1802 ເຖິງປີ 1945. ດ້ວຍບັນດາຄຸນຄ່າທີ່ມີລັກສະນະທົ່ວໂລກຂອງຕົນ, ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວໄດ່ກາຍເປັນມໍລະດົກວັດທະນະທຳແຫ່ງທຳອິດຂອງຫວຽດນາມຖືກອົງການ UNESCO ຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກເມື່ອປີ 1993










