ສວນສາທາລະນະທໍລະນີທົ່ວໂລກກາວບັ່ງ
(VOVWORLD) -ຕອນຄ່ຳວັນທີ່ 24 ພະຈິກ ປີ 2018, ແຂວງ ກາວບັ່ງ ໄດ້ຈັດພິທີຕ້ອນຮັບນາມມະຍົດ ສວນສາທາລະນະທໍລະນີທົ່ວໂລກ ໂດຍ Unesco ມອບໃຫ້. ດ້ວຍການຮັບນາມມະຍົດນີ້ຢ່າງເປັນທາງການ, ສວນສາທາລະນະທຳລະນີທົ່ວໂລກ ພູຜາແມ່ນ້ຳລຳເຊກາວບັ່ງ ໄດ້ກາຍເປັນສວນສາທາລະນະທໍລະນີທົ່ວໂລກແຫ່ງທີ 2 ຢູ່ຫວຽດນາມ ແລະ ສວນສາທາລະນະແຫ່ງນີ້ ແມ່ນສວນສາທາລະນະທໍລະນີທົ່ວໂລກແຫ່ງທີ 8 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້










