ຄົ້ນຫາຫວຽດນາມ

18/07/2018

ຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບກຸມຄຸມຂັງ - ສະຖານທີ່ແດງເພື່ອສຶກສາອົບຮົມມູນເຊື້ອຂອງຊາດ

(VOVWORLD) -ຫໍພິພິທະພັນນັກຮົບປະຕິວັດ ຖືກສັດຕູຈັບກຸມຄຸມຂັງ ຢູ່ບ້ານນາມກວດ ຕາແສງນາມຈ່ຽວ, ເມືອງ ຝູຊວຽນ, ນະຄອນຫຼວງຮ່າໂນ້ຍ. ປັດຈຸບັນຫໍພິພິທະພັນຍັງເກັບຮັກສາວັດຖຸພັນ ເອກະສານນັບພັນຢ່າງ ຊຶ່ງໄດ້ວາດພາບເຖິງບັນດາແບບຢ່າງ ທີ່ໄດ້ເສຍສະຫຼະຊີວິດ ຢ່າງພິລະອາດຫານ ຂອງບັນດານັກຮົບປະຕິວັດ ເມື່ອຖືກສັດຕູຈັບກຸມຄຸມຂັງໃນຄຸກຝູກວກ

ຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບກຸມຄຸມຂັງ - ສະຖານທີ່ແດງເພື່ອສຶກສາອົບຮົມມູນເຊື້ອຂອງຊາດ
11/07/2018

ສາລາແຈ່ມ-ປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) -ໂດຍຖືກຕັ້ງຢູ່ແຄມແມ່ນ້ຳແດງ, ສາລາແຈ່ມຂຶ້ນກັບ ບ້ານແຈ່ມ, ຕາແສງ ຖຸຍເຟືອງ, ເມືອງ ບັກຕື່ລຽມ, ຮ່າໂນ້ຍ ແມ່ນໜຶ່ງໃນຈຳນວນໜ້ອຍສາລາທີ່ເກົ່າແກ່ທີ່ສຸດຢູ່ຫວຽດນາມ. ສາລາແຈ່ມໄດ້ມີມາກ່ອນນີ້ນັບພັນ ປີ, ແມ່ນສາງວັດທະນະທຳ, ສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ. ສາລາແຈ່ມໄດ້ຮັບການຈັດອັນດັບເປັນປູຊະນີຍະສະຖານລະດັບຊາດເປັນພິເສດ ຈາກນາຍົກລັດຖະມົນຕີ

ສາລາແຈ່ມ-ປູຊະນີຍະສະຖານລະດັບຊາດພິເສດ
04/07/2018

ໝູ່ບ້ານຕາວານໃນເມືອງຊາປາ, ແຂວງລາວກາຍ

(VOVWORLD) -ບ້ານຕາວານນອນຢູ່ໃນຕາແສງ ຕາວານ ເມືອງ ຊາປາ ແຂວງລາວກາຍ, ຫ່າງຈາກໃຈກາງນະຄອນຊາປາ ປະມານ 12 ກິໂລແມັດ. ໂດຍນອນຢູ່ຮ່ອມພູເມື່ອງຮວາທີ່ສວຍສົດງົດງາມດັ່ງໃນຝັນ, ຢູ່ຕີນສາຍພູຮວ່າງລຽນເຊີນ, ບ້ານຕາວານ ສາມາດດຶງດູດໃຈແຂກທ່ອງທ່ຽວບໍ່ພຽງແຕ່ຍ້ອນຄວາມງາມຂອງນາຂັ້ນໃດ, ບັນດາສາຍພູສູງສະຫຼັບຊັບຊ້ອນ, ບັນດາເສັ້ນທາງຊອຍຖືກໂອບອ້ອມໄປດ້ວຍທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມ. ແຕ່ໃນທຸກວັນນີ້, ບ້ານຕາວານຊ້ຳພັດຄັບຄາໜາແໜ້ນລາຍຂຶ້ນດ້ວຍຄຸ້ມຖະໜົນທີ່ຫຼູຫຼານອນຢູ່ໃນໃຈກາງບ້ານ

ໝູ່ບ້ານຕາວານໃນເມືອງຊາປາ, ແຂວງລາວກາຍ
27/06/2018

ຮັບຊົມທິວທັດທຳມະຊາດ ຊາປາ ຈາກສາຍລົດໄຟຂຶ້ນພູ

(VOVWORLD) -ໂດຍໄດ້ນຳເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການນັບແຕ່ເດືອນ ມີນາ ປີ 2018, ສາຍລົດໄຟຂຶ້ນພູເມື່ອງຮວາ ເຊື່ອມຕໍ່ເທດສະບານເມືອງຊາປາ, ແຂວງລາວກາຍ ກັບສະຖານີອູ່ໄຟຟ້າ Fansipan ແລະ ຕອນຈາກຈຸດຢຸດແວ່ຂອງສະຖານີອູ່ໄຟຟ້າຂຶ້ນຈອມພູ Fansipan, ໄດ້ປະກອບສ່ວນສ້າງບັນດາການບໍລິການທ່ອງທ່ຽວທີ່ມີຫຼາຍຮູບຫຼາຍແບບ ແລະ ເປັນເອກະລັກສະເພາະໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມເຂດພູສູງໄຕບັກ. ນີ້ໄດ້ຮັບຖືກວ່າແມ່ນສາຍລົດໄຟດ່ວນຂຶ້ນພູດ້ວຍໄລຍະທາງຍາວທີ່ສຸດ ແລະ ທັນສະໄໝທີ່ສຸດຢູ່ຫວຽດນາມ

ຮັບຊົມທິວທັດທຳມະຊາດ ຊາປາ ຈາກສາຍລົດໄຟຂຶ້ນພູ
20/06/2018

ຕະຫຼາດນັດເກົ່າຢູ່ຕີນພູຮວ່າງລຽນເຊີນ

(VOVWORLD) -ໂດຍນອນຢູ່ຕີນພູຮວ່າງລຽນເຊີນທີ່ຂຶ້ນກັບຕາແສງ ຊານທ່າງ, ນະຄອນລາຍເຈົາ, ຕະຫຼາດຕາມເດືອງ (ເມື່ອກ່ອນນີ້ເອີ້ນວ່າຕະຫຼາດຊານທ່າງ) ມີບັນດາຈຸດເປັນເອກະລັກສະເພາະຂອງຕະຫຼາດນັດເຂດພູສູງ, ນີ້ບໍໍ່ພຽງແຕ່ແມ່ນບ່ອນແລກປ່ຽນຊື້ຂາຍເຄື່ອງຂອງພິເສດຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ: ຢ້າວ, ມົ້ງ, ຜູ້ໄທ, ໄຢ໋, ລຶ້,…ໃນເຂດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ພື່ອໃຫ້ພໍ່ແມ່ພີນ້ອງໄດ້ພົບປະແລກປ່ຽນສະແດງຄວາມໃນໃຈຕໍ່ກັນອີກດ້ວຍ

ຕະຫຼາດນັດເກົ່າຢູ່ຕີນພູຮວ່າງລຽນເຊີນ
13/06/2018

ຄົ້ນຫາເຂດພູພຽງຫີນດົງວັນແມ່ວວາກໃນແຂວງ ຮ່າຢາງ

(VOVWORLD) -ເຂດພູພຽງຫີນດົງວັນໃນແຂວງຮ່າຢາງແມ່ນໜຶ່ງບັນດາໃນສະຖານທີ່ທີ່ໃຫ່ຍໂຕມະໂຫຖານທີ່ສຸດຢູ່ຫວຽດນາມ. ນີ້ແມ່ນແຫ່ງເຕົ້າໂຮມບັນດາສິ່ງມະຫັດສະຈັນທຳມະຊາດທີ່ມີຫຼາຍຮູບຫຼາຍສີ, ມີຄຸນຄ່າທາງດ້ານວິທະຍາສາດ ແລະ ມີບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງວົງຄະນະຍາດບັນດາເຜົ່າທີ່ດຳລົງຊີວິດຢູ່ເຂດພູສູງ. ໂດຍນອນຢູ່ເຂດແກນກາງຂອງພູພຽງຫີນດົງວັນ, ເມືອງແມ່ວວາກແມ່ນເຂດຮົກເຮື້ອທີ່ສຸດ, ແຕ່ພັດແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວຜະຈົນໄພເມື່ອມາຄົ້ນຫາ

ຄົ້ນຫາເຂດພູພຽງຫີນດົງວັນແມ່ວວາກໃນແຂວງ ຮ່າຢາງ
06/06/2018

ຄວາມງາມໃນຖ້ຳລຸ່ງຂວຸຍ, ຢູ່ແຂວງຮ່າຢາງ

(VOVWORLD) -ໂດຍນອນຢູ່ເຂດພູພຽງຫີນດົ່ງວັນ, ຖ້ຳລຸ່ງຂວຸຍປຽບເໝືອນສະຖານທີ່ພົ້ນເດັ່ນໃນການເດີນທາງທ່ອງທ່ຽວເພື່ອຄົ້ນຫາຢູ່ສວນສາທາລະນະທໍລະນີທົ່ວໂລກ ດົ່ງວັນ. ຖ້ຳລຸ່ງຂວຸຍຖືກຂະໜານນາມວ່າ: ແມ່ນຖ້ຳແຫ່ງໜຶ່ງດຽວຢູ່ເຂດພູພຽງ. ສິ່ງທີ່ສ້າງເປັນຈຸດພິເສດຂອງຖ້ຳລຸ່ງຂວຸຍກໍແມ່ນລະບົບຫີນນົມຜາທີ່ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ ແລະ ມີເລື່ອງເລົ່າຂານສືບກັນມາກ່ຽວກັບຄວາມຮັກຂອງຄູ່ບ່າວສາວຊົນເຜົ່າມົ້ງຕິດພັນກັບຖ້ຳລຸ່ງຂວຸຍ, ຍາມໃດກໍ່ດຶງດູດໃຈແຂກທ່ອງທ່ຽວມາຢ້ຽມຊົມຢູ່ມໍລະດົກພິເສດນີ້

ຄວາມງາມໃນຖ້ຳລຸ່ງຂວຸຍ, ຢູ່ແຂວງຮ່າຢາງ
30/05/2018

ກວານບະ-ເມືອງເຂດພູສູງໃນແຂວງຮ່າຢາງ

(VOVWORLD) -ກວານບະແມ່ນເມືອງເຂດພູສູງ, ຊາຍແດນທາງທິດເໜືອໃນແຂວງ ຮ່າຢາງ ແມ່ນປະຕູຂອງເຂດສວນສາທາລະນະທໍລະນີທົ່ວໂລກພູພຽງຫີນດົ່ງວັນ. ເມືອງກວານບະ ມີເຂດພູຫີນສູງຖືກຕັດແຍກໂດຍເຂດຮ່ອມພູ, ຫ້ວຍນ້ຳລຳເຊ. ບັນດາເສັ້ນທາງທີ່ລະອິດລະອ້ຽວ, ຄົດງໍ ອ້ອມພູສູງຊັນທຸລະກັນດານໄດ້ສ້າງຄວາມງາມດັ່ງໃນຝັນໃຫ້ແກ່ ກວານບະ

ກວານບະ-ເມືອງເຂດພູສູງໃນແຂວງຮ່າຢາງ
30/05/2018

ກວານບະ-ເມືອງເຂດພູສູງໃນແຂວງຮ່າຢາງ

(VOVWORLD) -ກວານບະແມ່ນເມືອງເຂດພູສູງ, ຊາຍແດນທາງທິດເໜືອໃນແຂວງ ຮ່າຢາງ ແມ່ນປະຕູຂອງເຂດສວນສາທາລະນະທໍລະນີທົ່ວໂລກພູພຽງຫີນດົ່ງວັນ. ເມືອງກວານບະ ມີເຂດພູຫີນສູງຖືກຕັດແຍກໂດຍເຂດຮ່ອມພູ, ຫ້ວຍນ້ຳລຳເຊ. ບັນດາເສັ້ນທາງທີ່ລະອິດລະອ້ຽວ, ຄົດງໍ ອ້ອມພູສູງຊັນທຸລະກັນດານໄດ້ສ້າງຄວາມງາມດັ່ງໃນຝັນໃຫ້ແກ່ ກວານບະ

ກວານບະ-ເມືອງເຂດພູສູງໃນແຂວງຮ່າຢາງ
23/05/2018

ຫໍພິພິທະພັນຮຸ່ງເວືອງ - ສະຖານທີ່ວາດພາບເຖິງປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ

(VOVWORLD) -ໂດຍຖືກຕັ້ງຢູ່ໂນນໜ່ວຍໜຶ່ງທີ່ຂຶ້ນກັບຕາແສງຮີເກືອງ, ນະຄອນຫວຽດຈີ່, ແຂວງຟູເທາະ ແລະ ນອນໃນກຸ່ມປູຊະນີຍະສາຖານປະຫວັດສາດພະວິຫານຮຸ່ງ, ຫໍພິພິທະພັນແຫ່ງຊາດຮຸ່ງເວືອງ (ໝາຍເຖິງເຈົ້າຊີວິດຮຸ່ງ) ແມ່ນກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກ, ຊຶ່ງແມ່ນບ່ອນເກັບຮັກສາ ແລະ ວາດພາບເຖິງໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ. ສະຖານທີ່ແຫ່ງນີ້ຍັງແມ່ນບ່ອນທີ່ຊາວຫວຽດນາມທຸກໆຄົນ, ເຖິງວ່າຢູ່ພາຍໃນຫຼືອາໄສຢູ່ຕ່າງປະເທດກໍ່ຕາມ, ເມື່ອກັບມາຢ້ຽມຢາມໃນແຕ່ລະຄັ້ງກໍ່ລ້ວນແຕ່ຮູ້ສຶກມີຄວາມເອກອ້າງທະນົງໃຈ

ຫໍພິພິທະພັນຮຸ່ງເວືອງ - ສະຖານທີ່ວາດພາບເຖິງປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ