ຄົ້ນຫາຫວຽດນາມ

22/05/2019

ເສັ້ນທາງສາຍພູຫຼວງ - ເສັ້ນທາງແຫ່ງການພັດທະນາ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) -ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈີມິນ, ໃນຊຸມວັນເດືອນປີແຫ່ງການຕໍ່ຕ້ານ ຕ້ານສັດຕູເພື່ອກູ້ຊາດ ແມ່ນເສັ້ນທາງທີ່ສຳຄັນ ເພື່ອລຳລຽງໃຫ້ແກ່ສະໜາມຮົບພາກໃຕ້. ເສັ້ນທາງສາຍພູຫຼວງລວມມີລະບົບທາງຄົມມະນາຄົມ, ພົວພັນຕິດຕໍ່, ລະບົບທໍ່ສົ່ງນ້ຳມັນຍາວນັບພັນກິໂລແມັດ ຈາກແຂວງ ເງ້ອານ ຫາແຂວງ ບິ່ງເຝືອກ. ໄລຍະ 60 ປີໄດ້ຜ່ານພົ້ນໄປ, ນັບຕັ້ງແຕ່ມື້ໄດ້ຮັບການກຳເນີດ, ເສັ້ນທາງທີ່ໃສ່ຊື່ ໂຮ່ຈີມິນ ເຊິ່ງແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາເສັ້ນທາງຄົມມະນາຄົມທີ່ສຳຄັນ, ປະກອບສ່ວນເຂົ້າໃນກິດຈະການປົກປັກຮັກສາ, ກໍ່ສ້າງ ແລະ ພັດທະນາປະເທດຊາດ.

ເສັ້ນທາງສາຍພູຫຼວງ - ເສັ້ນທາງແຫ່ງການພັດທະນາ  ແລະ ທ້ອນໂຮມປະເທດຊາດເປັນເອກະພາບ
15/05/2019

ວັດຕາມຈຸກ - ເຂດທ່ອງທ່ຽວທີ່ດູດດື່ມຢູ່ ຫວຽດນາມ

(VOVWORLD) -ວັດຕາມຈຸກ ຫຼື ເອີ້ນວ່າກຸ່ມເຂດທ່ອງທ່ຽວຕາມຈຸກ ຖືກນອນຢູ່ແຂວງ ຮ່ານາມ ເຊິ່ງແມ່ນດິນແດນຂອງປະຊາຊົນຜູ້ໃຈດີ ແລະ ມີຈິດໃຈຮັກແພງແຂກ. ຕາມຈຸກ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວ ເພື່ອໃຫ້ແຂກທ່ອງທ່ຽວກັບຄືນສູ່ດິນແດນແຫ່ງພະພຸດທະເຈົ້າເທົ່ານັ້ນ, ຢູ່ແຫ່ງນີ້ແຂກທ່ອງທ່ຽວຍັງໄດ້ຮັບຊົມທັດຊະນີຍະພາບທີ່ງົດງາມກໍ່ຄືໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບງຽບ ໃນທ່າມກາງທິວທັດພູຜາປ່າໄມ້ທີ່ຮົກເຮື້ອວ່າງເປົ່າ

ວັດຕາມຈຸກ - ເຂດທ່ອງທ່ຽວທີ່ດູດດື່ມຢູ່ ຫວຽດນາມ
08/05/2019

ທ່າກ່ຳປັ່ນຍ່າຣົ່ງ - ສະຖານທີ່ເກັບຮັກສາບັນດາວັດຖຸພັນຂອງປະທານ ໂຮ່ຈີມິນ ເມື່ອອອກໄປຊອກຫາເສັ້ນທາງກູ້ຊາດ

(VOVWORLD) -ທ່າກ່ຳປັ່ນຍ່າຣົ່ງ ແມ່ນສະຖານທີ່ຕິດພັນກັບເລື່ອງລາວ ເຊິ່ງກ່ອນນີ້ 108 ປີ, ທ່ານປະທານ ໂຮ່ຈີມິນ ໄດ້ລົງກ່ຳປັ່ນອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ. ໃນວັນນີ້, ທ່າກ່ຳປັ່ນຍ່າຣົ່ງ ກໍ່ແມ່ນປູຊະນີຍະສະຖານປະຫວັດສາດ ແລະ ເປັນແຫ່ງເພື່ອໃຫ້ຊາວ ຫວຽດນາມ ລຸ້ນຕ່າງໆພ້ອມກັບແຂກທ່ອງທ່ຽວສາກົນມາຢ້ຽມຊົມທັດສະນະສຶກສາ, ຊອກຮູ້ກ່ຽວກັບຊີວິດ, ພາລະກິດ, ນ້ຳໃຈຮັກຊາດ ແລະ ຂະບວນວິວັດທີ່ທ່ານປະທານ ໂຮ່ຈີມິນ ພຳນັກຢູ່ຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ.

ທ່າກ່ຳປັ່ນຍ່າຣົ່ງ - ສະຖານທີ່ເກັບຮັກສາບັນດາວັດຖຸພັນຂອງປະທານ ໂຮ່ຈີມິນ ເມື່ອອອກໄປຊອກຫາເສັ້ນທາງກູ້ຊາດ
24/04/2019

ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງ ນິງທ້ວນ ປີ 2019 ທີ່ດູດດື່ມສຳລັບແຂກທ່ອງທ່ຽວ

(VOVWORLD) -ໂດຍຖືກດຳເນີນໃນ 7 ວັນຄືແຕ່ວັນທີ 26 ເມສາ ຫາ ວັນທີ 2 ພຶດສະພາ ປີ 2019, ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງນິງທ້ວນ ປີ 2019 ລວມມີບັນດາເຫດການທີ່ໃໝ່ອ່ຽມ ເຊິ່ງໝັ້ນໝາຍຈະດຶງດູດແຂກທ່ອງທ່ຽວນັບແສນເທື່ອຄົນມາເຂົ້າຮ່ວມ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາພາບພົດກ່ຽວກັບປະຊາຊົນ, ທຳມະຊາດ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກ ຈາກບັນດາສວນອາງຸ່ນໃນແຂວງ ນິງທ້ວນ, ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວຂອງທ້ອງຖິ່ນ ພັດທະນາຄືດັ່ງຄວາມຫວັງ

ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງ ນິງທ້ວນ ປີ 2019 ທີ່ດູດດື່ມສຳລັບແຂກທ່ອງທ່ຽວ
17/04/2019

ຄຸກເຊີນລາ-ປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) -ຄຸກເຊີນລາໂດຍແມ່ນພວກລ່າເມື່ອງຂຶ້ນຝະລັ່ງກໍ່ສ້າງໃນຕົ້ນສະຕະວັດທີ XX. ຢູ່ຄຸກແຫ່ງນີ້ ໄດ້ຄຸມຂັງນັກຄອມມູນິດ ແລະ ຜູ້ຮັກຊາດຊາວຫວຽດນາມຈຳນວນກວ່າ 1.000 ຄົນ. ປູຊະນີຍະສະຖານຄຸກເຊີນລາຖືກຈັດອັນດັບແມ່ນປູຊະນີຍະສະຖານລະດັບຊາດເມື່ອປີ 1962, ປູຊະນີຍະສະຖານລະດັບຊາດພິເສດເມື່ອປີ 2014. ນີ້ກໍ່ແມ່ນສະຖານທີ່ແດງ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດ, ອາໄລຫາບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ເພື່ອຍາດເອົາເອກະລາດ ອິດສະລະພາບຂອງຊາດ

ຄຸກເຊີນລາ-ປູຊະນີຍະສະຖານລະດັບຊາດພິເສດ
10/04/2019

ວິຫານຮຸ່ງ-ແຫ່ງເຕົ້າໂຮມບັນດາຄຸນຄ່າ ວັດທະນະທຳຈິດວິນຍານຂອງຊາດ ຫວຽດນາມ

(VOVWORLD) -ຊາດຫວຽດນາມ ມີໄລຍະປະຫວັດສາດນັບພັນປີ ດ້ວຍພະບິດາແມ່ນ ຫລາກລອງກວນ ແລະ ພະແມ່ ເອົາເກີ ເຊິ່ງແມ່ນຕົ້ນກຳເນີດຂອງວົງຄະນາຍາດຊາວ ຫວຽດນາມ ແລະ ບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ. ຍ້ອນເຫດນີ້ເອງ ກໍ່ໄດ້ສ້າງເປັນຊີວິດວັດທະນະທຳການເຫຼື້ອມໃສທີ່ເປັນເອກະລັກຂອງທັງຊາດ ຫວຽດນາມ ແລະ ປະຊາຊົນໃນທົ່ວປະເທດກໍ່ລ້ວນແຕ່ບູຊາບັນພະບູລຸດລວມ ແລະ ປູຊະນີຍະສະຖານທຸກໆແຫ່ງໃນກຸ່ມປູຊະນີຍະສະຖານວິຫານ ຮຸ່ງ ກໍ່ແມ່ນຫຼັກຖານທີ່ຈະແຈ້ງໃຫ້ແກ່ການເຫຼື້ອມໃສທີ່ເປັນເອກະລັກນີ້

ວິຫານຮຸ່ງ-ແຫ່ງເຕົ້າໂຮມບັນດາຄຸນຄ່າ ວັດທະນະທຳຈິດວິນຍານຂອງຊາດ ຫວຽດນາມ
27/03/2019

ສາລາ ເຕື່ອງຟຽວ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ 40 ກິໂລແມັດ ໄປທາງທິດຕາເວັນຕົກ, ສາລາ ເຕື່ອງຟຽວ ຢູ່ບ້ານ ເຕື່ອງຟຽວ ຕາແສງ ຕິກຢາງ ເມືອງ ຟຸກເຖາະ ແມ່ນປູຊະນີຍະສະຖານທີ່ເກົ່າແກ່ ແລະ ມີຊື່ສຽງ. ນີ້ແມ່ນສາລາໃຫຍ່ກວ່າໝູ່ຢູ່ໃນເຂດ, ມີສະຖາປັດຕະຍາກຳທີ່ເປັນເອກະລັກ ໃນສະໄໝລາດຊະວົງ ເລ ຄືໃນສະຕະວັດທີ XVII ແລະ XVIII. ສາລາ ເຕື່ອງຟຽວ ໄດ້ຮັບການຮັບຮອງຈາກລັດຖະບານແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອວັນທີ 24 ທັນວາ ປີ 2018

ສາລາ ເຕື່ອງຟຽວ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດ
20/03/2019

ວັດເຮືອງ ອາດຈະກາຍເປັນຈຸດເດັ່ນໃນການເດີນທາງເຊື່ອມຕໍ່ມໍລະດົກ

(VOVWORLD) -ແຕ່ດົນນານມາແລ້ວ, ແຂກທ່ອງທ່ຽວເຄີຍໄປນະມັດສະການວັດເຮືອງ ທີ່ຂຶ້ນກັບຕາແສງ ເຮືອງເຊີນ ເມືອງ ໝີດຶກ ຮ່າໂນ້ຍ, ພຽງແຕ່ໄປທ່ອງທ່ຽວດ້ວຍຈຸດປະສົງຈິດວິນຍານ, ໄປນະມັດສະການໃນໂອກາດຕົ້ນລະດູບານໃໝ່. ດ້ວຍກຸ່ມທັດຊະນີຍະພາບພູຜາ ຫ້ວຍນ້ຳລຳເຊທຳມະຊາດທີ່ອຸດົມສົມບູນ, ກຸ່ມປູຊະນີຍະສະຖານວັດເຮືອງ ແມ່ນນອນຢູ່ໃນ ຖ້ຳເຮືອງຕິກ ໄດ້ຮັບຖືວ່າແມ່ນຖ້ຳໜຶ່ງດຽວຢູ່ ຫວຽດນາມ ເທົ່ານັ້ນ. ວັດເຮືອງ ສາມາດການເປັນຈຸດເດັ່ນໃນການເດີນທາງ ໄປຢ້ຽມຊົມມໍລະດົກຢູ່ພາກເໜືອ

ວັດເຮືອງ ອາດຈະກາຍເປັນຈຸດເດັ່ນໃນການເດີນທາງເຊື່ອມຕໍ່ມໍລະດົກ
13/03/2019

ຫຼີເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ

(VOVWORLD) -ໃນເດືອນກຸມພາ ແລະ ເດືອນມີນາ ໃນແຕ່ລະປີກໍ່ແມ່ນຈຸດເວລາທີ່ດິນຟ້າອາກາດອຳນວຍຄວາມສະດວກ, ດັ່ງນັ້ນ ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາຢູ່ເກາະ ຫຼີເຊີນ, ແຂວງ ກ໋ວາງຫງາຍ ກໍ່ເພີ່ມຂຶ້ນຢ່າງຫຼວງ ຫຼາຍ. ຂະແໜງທ່ອງທ່ຽວແຂວງ ກ໋ວາງຫງາຍ ແລະ ອຳນາດການປົກຄອງທ້ອງຖິ່ນ ພວມຜັນຂະຫຍາຍບັນດາວິທີການແກ້ໄຂ ເພື່ອຂຸດຄົ້ນທ່າແຮງທາງດ້ານການທ່ອງທ່ຽວ ຢູ່ເຂດທະເລໝູ່ເກາະເພື່ອໃຫ້ ຫຼີເຊີນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ

ຫຼີເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ
06/03/2019

ສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ທິວທັດທຳມະຊາດມະຫັດສະຈັນຢູ່ວິຫານ ກາວອານຝູ

(VOVWORLD) -ວິຫານ ກາວອານຝູ, ຕາແສງ ອານຊິງ, ເມືອງ ກິງໂມນ ແມ່ນເຂດປູຊະນິຍະສະຖານປະຫວັດສາດທີ່ເປັນເອກະລັກຂອງແຂວງ ຫາຍເຢືອງ. ທັດຊະນີຍະພາບ ແຫ່ງນີ້ບໍ່ພຽງແຕ່ມີຄວາມເປັນເອກະລັກ ໃນຂອບເຂດວັດທະນະທຳຈິດວິນຍານເທົ່ານັ້ນ ຫາກຍັງແມ່ນສະຖາປັດຕະຍະກຳ ແລະ ທິວທັດທຳມະຊາດທີ່ເປັນໜ້າມະຫັດສະຈັນອີກດ້ວຍ.

ສະຖາປັດຕະຍະກຳທີ່ເປັນເອກະລັກ  ແລະ ທິວທັດທຳມະຊາດມະຫັດສະຈັນຢູ່ວິຫານ ກາວອານຝູ