ຄົ້ນຫາຫວຽດນາມ

16/05/2018

ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ-ມໍລະດົກວັດທະນະທຳໂລກ

(VOVWORLD) -ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວຖືກຕັ້ງຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳເຮືອງຂື້ນກັບນະຄອນເຫ້ວ ແລະ ບາງເຂດອ້ອມຂ້າງແຂວງ ເທື່ອທຽນເຫ້ວ. ນີ້ແມ່ນສູນກາງວັດທະນະທຳ, ການເມືອງ, ເສດຖະກິດຂອງແຂວງ, ແມ່ນກຸງເກົ່າຂອງຫວຽດນາມໃນສະໄໝລາດສະວົງຫງວຽນ, ແຕ່ປີ 1802 ເຖິງປີ 1945. ດ້ວຍບັນດາຄຸນຄ່າທີ່ມີລັກສະນະທົ່ວໂລກຂອງຕົນ, ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວໄດ່ກາຍເປັນມໍລະດົກວັດທະນະທຳແຫ່ງທຳອິດຂອງຫວຽດນາມຖືກອົງການ UNESCO ຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກເມື່ອປີ 1993

ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ-ມໍລະດົກວັດທະນະທຳໂລກ
09/05/2018

ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ

(VOVWORLD) -ແມ່ນ້ຳແບັກດັງ ແມ່ນແມ່ນ້ຳທີ່ເປັນພະຍານຫຼັກຖານຢັ້ງຢືນ 3 ວິລະກຳທີ່ລືຊາຜາກົດໃນປະຫວັດສາດຕ້ານສັດຕູພາຍນອກເຂົ້າມາຮຸກຮານຂອງຊາດຫວຽດ ນາມ. ປີ 938 ໂງກວຽນ ໄດ້ຕີເອົາໄຊຊະນະຕໍ່ພວກທະຫານຈາກທາງທິດເໜືອເຂົ້າມາຮຸກຮານ, ປີ 981 ເຈົ້າຊີວິດ ເລດ້າຍແຮ່ງ ໄດ້ທັບມ້າງພວກທະຫານຕົ໋ງນັບແສນຄົນຈາກທາງທິດເໜືອເຂົ້າມາຮຸກຮານ ແລະ ຮອດປີ 1288, ນາຍພົນເຈິ່ນ ກ໋ວກຕ໋ວນ ໄດ້ຕີເອົາໄຊຊະນະກອງກຳລັງທະຫານມົງໂກນບົນລຳແມ່ນ້ຳປະຫວັດສາດສາຍນີ້. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍ, ພິທີໄຫ້ວບູຊາພົນທະຫານຢູ່ແມ່ນ້ຳແບັກດັງໄດ້ຖືກຈັດຂື້ນຢູ່ພະວິຫານເຈິ່ນກ໋ວກຕ໋ວນຢູ່ຕາແສງອຽນຢາງ, ແຂວງ ກວາງນິງ. ນີ້ແມ່ນເຫດການທີ່ພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍແຂວງກວາງນິງເປັນເຈົ້າພາບຈັດຂຶ້ນ

ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ
02/05/2018

ເຫ້ວ ແລະ ນາມມະຍົດນະຄອນ FESTIVAL

(VOVWORLD) -ໂດຍເລີ່ມມາຈາກງານມະໂຫລານພົບປະແລກປ່ຽນລະຫວ່າງເຫ້ວ, ປະເທດຫວຽດນາມ ແລະ ໂກແດັບ, ປະເທດຝະລັງໃນປີ 1992, ງານ FESTIVAL ເຫ້ວເປັນຄັ້ງທຳອິດຖືກຈັດຂື້ນຢູ່ນະຄອນເຫ້ວເມື່ອປີ 2000. ນັບແຕ່ນັ້ນເປັນຕົ້ນມາ, ບັນດາງານ FESTIVAL ເຫ້ວກໍ່ລ້ວນແຕ່ຖືກຈັດຂື້ນຢ່າງສະເໜີ ສອງປີເທື່ອໜຶ່ງ, ອັນໄດ້ນຳເຫ້ວກາຍເປັນນະຄອນ FESTIVAL ຂອງຫວຽດນາມ

ເຫ້ວ ແລະ ນາມມະຍົດນະຄອນ FESTIVAL
25/04/2018

ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກ ຂອງສວນສາທາລະນະທໍລະນີກາວບັ່ງ

(VOVWORLD) -ວັນທີ 12 ເມສາ, ອົງການສະຫະປະຊາຊາດ ເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳ ໄດ້ຮັບຮອງສວນສາທາລະນະ ທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ ແມ່ນສວນສາທາລະນະ ທໍລະນີສາດທົ່ວໂລກ. ພ້ອມກັບບັນດາຄຸນຄ່າທັດສະນີຍະພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານນັ້ນ,ນາມມະຍົດສວນສາທາລະນະທໍລະນີສາດທົ່ວໂລກຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ເປັນແຫ່ງເຕົ້າໂຮມບັນດາຄຸນຄ່າມໍລະດົກທຳມະຊາດ, ວັດທະນະທຳບັນດາເຜົ່າ, ທັງແມ່ນກາລະໂອກາດເພື່ອໃຫ້ແຂວງ ກາວບັ່ງພັດທະນາການທ່ອງທ່ຽວ.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກ ຂອງສວນສາທາລະນະທໍລະນີກາວບັ່ງ
18/04/2018

ໂຫ້ຍອານ-ເມືອງເອກອາຫານການກິນຫວຽດນາມ

(VOVWORLD) -ໃນທຸກວັນນີ້, ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ໂຫ້ຍອານນັບມື້ນັບຫຼາຍຂຶ້ນ. ມາໂຫ້ຍອານ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຍ່າງທ່ຽວຊົມໃນຄຸ້ມຖະໜົນເກົ່າທີ່ສະຫງົບສຸກ, ໄດ້ຊົມເຮືອນທີ່ເກົ່າແກ່ຫຼາຍຫຼັງເທົ່ານັ້ນ, ຫາກຍັງໄດ້ເຫັນປະຈັກຕາ, ຄົ້ນຫາບັນດາຈຸດທີ່ເປັນເອກະລັກສະເພາະ, ສິ່ງທີ່ຍອດຍິ່ງທາງດ້ານອາຫານການກີນຢູ່ແຫ່ງນີ້ອີກດ້ວຍ

ໂຫ້ຍອານ-ເມືອງເອກອາຫານການກິນຫວຽດນາມ
11/04/2018

ບັນດາຜະລິດຕະພັນທ່ອງທ່ຽວໃໝ່ຢູ່ໂຫ້ຍອານ

(VOVWORLD) -ນະຄອນໂຫ້ຍອານຂຶ້ນກັບແຂວງກວາງນາມ ແຕ່ດົນນານມາແລ້ວ ໄດ້ດຶງດູດແຂກທ່ອງທ່ຽວດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ແລະ ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຄຸ້ມເມືອງໂຫ້ຍອານ, ໃນນັ້ນ ມີລາຍການຄຸ້ມຖະໜົນເກົ່າ

ບັນດາຜະລິດຕະພັນທ່ອງທ່ຽວໃໝ່ຢູ່ໂຫ້ຍອານ
04/04/2018

ເດືອນ 3 ຢູ່ເຂດໄຕງວຽນ ຊຶ່ງແມ່ນຊ່ວງເວລາຈັດງານບຸນອັນເປັນເອກະລັກ

(VOVWORLD) -ເຂດໄຕງວຽນຍາມເດືອນ 3 ແມ່ນເຕັມໄປດ້ວຍແສງແດດ ແລະ ລົມພັດມາເຢັນສະບາຍ ຊຶ່ງໄດ້ຮັບການສັນລະເສີນຈາກແຂກທ່ອງທ່ຽວວ່າ ແມ່ນຊ່ວງເວລາທີ່ງາມກວ່າໝູ່ຢູ່ດິນແດນແຫ່ງນີ້ ແລະ ນີ້ກໍແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້ຈັດຫຼາຍງານບຸນອັນເປັນປະເພນີຂອງຕົນ

ເດືອນ 3 ຢູ່ເຂດໄຕງວຽນ ຊຶ່ງແມ່ນຊ່ວງເວລາຈັດງານບຸນອັນເປັນເອກະລັກ
29/03/2018

ໝູ່ບ້ານແກງເຢືອງ, ແຂວງກວາງບີງເຕັມໄປດ້ວຍສີສັນລະດູບານໃໝ່ ດ້ວຍຮູບແຕ້ມຕາມຝາເຮືອນ

(VOVWORLD) -ໃນຊຸມມື້ຕົ້ນລະດູບານໃໝ່ນີ້, ເມື່ອລົງຢ້ຽມຢາມຕາແສງແກງເຢືອງ, ເມືອງກວາງແຈກ, ແຂວງກວາງບີງ ຊຶ່ງແມ່ນຕາແສງແຄມທະເລທີ່ອຸດົມຮັ່ງມີ ພ້ອມກັບທິວທັດທຳມະຊາດສວຍສົດງົດງາມທີ່ເປັນໜ້າຈັບໃຈຢູ່ແຄມທາງຫຼວງ 1 A ນັ້ນ, ແຂກທ່ອງທ່ຽວຕ່າງກໍຕົກສະເງີ້ ເມື່ອເຫັນປະຈັກຕາບັນດາຮູບແຕ້ມ 3 D ເທິ່ງຝາເຮືອນ, ກຳແພງ ທີ່ເປັນເອກະລັກສະເພາະ. ຮູບແຕ້ມເຫຼົ່ານັ້ນໂດຍພະແນກທ່ອງທ່ຽວແຂວງກວາງນີງເຊື້ອເຊີນກຸ່ມຈິດຕະກອນມາແຕ້ມດ້ວຍຄວາມຫວັງສ້າງແຫ່ງນີ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈແຂກທ່ອງທ່ຽວສາລະທິດ

ໝູ່ບ້ານແກງເຢືອງ, ແຂວງກວາງບີງເຕັມໄປດ້ວຍສີສັນລະດູບານໃໝ່ ດ້ວຍຮູບແຕ້ມຕາມຝາເຮືອນ
14/03/2018

ງານບຸນແຫ່ຊ້າງດາວຊ້າທີ່ເມືອງແທງຖຸຍແຂວງຟູ້ເຖາະ

(VOVWORLD) -ໂດຍບໍ່ພຽງແຕ່ດຶງດູດໃຈແຂກທ່ອງທ່ຽວດ້ວຍທິວທັດທຳມະຊາດພູຜາແມ່ນ້ຳລຳເຊທີ່ຈັບໃຈເທົ່ານັ້ນ, ເມືອງແທງຖຸຍ, ແຂວງຟູ້ເຖາະຍັງ ດຶງດູດໃຈແຂກທ່ອງທ່ຽວດ້ວຍບັນດາງານບຸນທີ່ເປັນເອກະລັກສະເພາະຂອງພື້ນຖານອະລິຍະທຳປູກເຂົ້ານາທາມອີກດ້ວຍ

ງານບຸນແຫ່ຊ້າງດາວຊ້າທີ່ເມືອງແທງຖຸຍແຂວງຟູ້ເຖາະ
07/03/2018

ງານບຸນໝູ່ບ້ານຫງອກເຕີນ - ແຫ່ງທີ່ເກັບຮັກສາບັນດາການລະຫຼິ້ນພື້ນເມືອງທີ່ເປັນເອກະລັກ

(VOVWORLD) -ແຕ່ລະປີ ຮອດວັນທີ 1 ແລະ ທີ 2 ເດືອນ 2 ໂດຍໄລ່ຕາມຈັນທະປະຕິທິນ, ຕາແສງຫງອກກວານ, ເມືອງດວານຮຸ່ງ, ແຂວງຟູ້ເຖາະ, ພັດຈັດຕັ້ງງານບຸນສາລາບ້ານຫງອກເຕີນ.

ງານບຸນໝູ່ບ້ານຫງອກເຕີນ -  ແຫ່ງທີ່ເກັບຮັກສາບັນດາການລະຫຼິ້ນພື້ນເມືອງທີ່ເປັນເອກະລັກ