(VOVWORLD) - ໂດຍໄດ້ສ້າງຕັ້ງຂຶ້ນກ່ອນນີ້ກວ່າ 60 ປີ, ໂຮງຮຽນມິດຕະພາບ T78 ຕັ້ງຢູ່ຕາແສງເຖາະລົກ, ເມືອງ ຟຸກເທາະ, ຮ່າໂນ້ຍ ເຊິ່ງເປັນໂຮງຮຽນບໍາລຸງສ້າງນັກຮຽນລາວ ທີ່ມາຮຽນກຽມພາສາຫວຽດ ຢູ່ຫວຽດນາມ ມາໄດ້ຫຼາຍລຸ້ນຄົນ. ເພື່ອແນໃສ່ຍົກສູງລະດັບຄວາມຮູ້ກ່ຽວກັບພາສາຫວຽດ ໃຫ້ແກ່ບັນດານັກຮຽນລາວ, ທາງໂຮງຮຽນໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ຊ່ວຍບັນດານັກສຶກສາລາວ ເຂົ້າຮ່ວມການລົງທັດສະນະຕົວຈິງ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ນັກຮຽນໄດ້ຝຶກແອບທັກສະການຮຽນພາສາຫວຽດ, ສາມາດຮຽນດ້ວຍຕົນເອງ... ໃນນັ້ນ, ພົ້ນເດັ່ນແມ່ນການເຄື່ອນໄຫວ “ພານັກຮຽນລາວໄປຮ່ວມຊີວິດຕົວຈິງຢູ່ເຮືອນປະຊາຊົນ” (Homestay).