ຊາຍຄາອາຊຽນ

08/12/2024

ວິ​ສາ​ຫະ​ກິດ ຫວຽດ​ນາມ ພິ​ຊິດ​ຕະຫຼາດ “ເອົາໃຈ​ຍາກ” ອິນ​ໂດ​ເນ​ເຊຍ ເທື່ອ​ລະ​ກ້າວ

(VOVWORLD) - SIAL Interfood 2024 ແມ່ນໜຶ່ງໃນບັນດາງານວາງສະແດງອາຫານ ແລະ ເຄື່ອງດື່ມໃຫຍ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແກ່ຍາວແຕ່ວັນທີ 13 – 16 ພະຈິກ ຢູ່ ຈາກາຕາ, ອິນໂດເນເຊຍ. ຫວຽດນາມ ມີ 5 ວິສາຫະກິດເຂົ້າຮ່ວມ ດ້ວຍເປົ້າໝາຍແນະນຳ ແລະ ໂຄສະນາບັນດາຜະລິດຕະພັນ, ພ້ອມທັງຊອກຮູ້ໂອກາດສຳຜັດກັບຕະຫຼາດ ອິນໂດເນເຊຍ ທີ່ມີກຳລັງບົ່ມຊ້ອນ ກໍຄືພາກພື້ນ ແລະ ສາກົນ. ໃນລາຍການຊາຍຄາ ອາຊຽນ ພາກນີ້, ເຊີນທ່ານຮັບຟັງບົດຂຽນທີ່ພາດຫົວຂໍ້ “ວິສາຫະກິດ ຫວຽດນາມ ພິຊິດຕະຫຼາດ “ເອົາໃຈຍາກ” ອິນໂດເນເຊຍ ເທື່ອລະກ້າວ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ພິ​ຊິດ​ຕະຫຼາດ “ເອົາໃຈ​ຍາກ” ອິນ​ໂດ​ເນ​ເຊຍ ເທື່ອ​ລະ​ກ້າວ
01/12/2024

ກ​ານເສັງ​ເວົ້າ​ພາ​ສາ ຫວຽດ: ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ໄທ

(VOVWORLD) - ການແລກປ່ຽນວັດທະນະທຳ, ໃນນັ້ນ ມີການຊຸກຍູ້ການບຳລຸງ ແລະ ນຳໃຊ້ພາສາ ແມ່ນເນື້ອໃນໜຶ່ງທີ່ຍາມໃດ ທັງ ຫວຽດນາມ ແລະ ໄທ ກໍ່ໃຫ້ຄວາມເອົາໃຈໃສ່ເປັນພິເສດ. ເພາະວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນສອງປະເທດ, ແມ່ນພື້ນຖານເພື່ອສ້າງ ແລະ ເຊື່ອມຕໍ່ການທູດປະຊາຊົນ. ຮອບຊີງຊະນະເລີດການເສັງເວົ້າພາສາ ຫວຽດ ຂັ້ນມະຫາວິທະຍາໄລທົ່ວປະເທດໄທ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລ ສີນະຄະລິນວິໂລດ (Srinakharinwirot), ນະຄອນຫຼວງ ບາງກອກ, ປະເທດໄທ ໃນທ້າຍເດືອນພະຈິກຜ່ານມາ ແມ່ນໂອກາດທີ່ເປັນປະໂຫຍດເພື່ອໃຫ້ບັນດານັກສຶກສາທົ່ວປະເທດໄທ ທີ່ມີຄວາມຮັກມັກພາສາ ຫວຽດ, ປະກອບສ່ວນເພີ່ມທະວີການໂຄສະນາເຜີຍແຜ່ພາສາ ໄທ, ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ໄທ.

ກ​ານເສັງ​ເວົ້າ​ພາ​ສາ ຫວຽດ: ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ໄທ
24/11/2024

ອັດ​ທະ​ພົນ - ຜູ້​ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ໄທ

(VOVWORLD) - "ບໍ່ມີການງານສິ່ງໃດຍາກ ຢ້ານແຕ່ຈິດໃຈບໍ່ໝັ້ນຄົງ ຂຸດພູເຂົາຖົມທະເລ ຖ້າໃຈມຸ່ງໝັ້ນ ປະຕິບັດສຳເລັດແນ່ນອນ". ນັ້ນແມ່ນທິດນຳ ເຊິ່ງທ່ານ ອັດທະພົນ ເຣືອງສິຣິໂຊກ, ຜູ້ບັນຍາຍຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ບອກກັບຕົນເອງເມື່ອປະສົບກັບຄວາມຫຍຸ້ງຍາກ. ໂດຍເປັນຜູ້ຟັງປະຈຳຂອງ VOV ມາແຕ່ດົນນານ, ເປັນຊາວ ຫວຽດນາມ ລຸ້ນທີ 3 ທີ່ກຳເນີດ ແລະ ເຕີບໃຫຍ່ຢູ່ ໄທ, ຍາມໃດທ່ານກໍຊອກຮູ້ບັນດາຂໍ້ມູນກ່ຽວກັບປະຫວັດສາດ ຫວຽດນາມ, ກ່ຽວກັບປະທານ ໂຮ່ຈີມິນ... ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນສະໜິດແໜ້ນລະຫວ່າງສອງປະເທດ, ສອງບ້ານເກີດເມືອງນອນ, ປະກອບສ່ວນແຜ່ກະຈາຍພາສາ ຫວຽດ ແລະ ວັດທະນະທຳ, ປະຫວັດສາດ ຫວຽດນາມ ໃນປະຊາຄົມຊາວ ໄທ. ໃນລາຍການຊາຍຄາ ອາຊຽນ ພາກນີ້, ພວກຂ້າພະເຈົ້າເຊີນທ່ານຜູ້ຟັງທຳຄວາມລຶ້ງເຄີຍກັບຜູ້ຊາຍຄົນນີ້ຜ່ານບົດຂຽນ “ອັດທະພົນ - ຜູ້ປະກອບສ່ວນແຜ່ກະຈາຍວັດທະ

ອັດ​ທະ​ພົນ - ຜູ້​ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ໄທ
17/11/2024

ຕະຫຼາດ​ກາງ​ຄືນ ຊຽມ​ຣຽບ - ຈຸດ​ນັດ​ພົບ​ທີ່​ບໍ່ອາດ​ພາດ​ໄດ້​ເມື່ອ​ໄປ ອັງ​ກໍ

(VOVWORLD) - ນະຄອນ ຊຽມຣຽບ ໄດ້ເປັນທີ່ຮູ້ຈັກກັນດີວ່າ ເປັນເມືອງເອກຂອງບັນດາສະຖາປັດຕະຍາກຳວິຫານທາດທີ່ໃຫຍ່ໂຕມະໂຫຖານຢູ່ ກຳປູເຈຍ, ດ້ວຍເຂດຮ່ອງຮອຍ ອັງກໍ ທີ່ມີຊື່ສຽງ. ຖ້າຜູ້ໃດເຄີຍມາ ຊຽມຣຽບ ຈະເຫັນວ່າ ສະຖານທີ່ແຫ່ງນີ້ຍັງມີສິ່ງທີ່ຈັບອົກຈັບໃຈຫຼາຍຢ່າງ. ນອກຈາກບັນດາວິຫານທີ່ເກົ່າແກ່ແລ້ວ, ນະຄອນດັ່ງກ່າວຍັງເປັນສູນການຄ້າ, ວັດທະນະທຳ, ອາຫານການກິນ ດ້ວຍເຂດຕະຫຼາດທີ່ມີຄົນມາຊື້ຂາຍຢ່າງຄັບຄາໜາແໜ້ນ ແລະ ຄຶກຄື້ນ, ອັນໄດ້ສ້າງຄວາມປະທັບໃຈເປັນພິເສດໃນໃຈແຂກທ່ອງທ່ຽວ.

ຕະຫຼາດ​ກາງ​ຄືນ ຊຽມ​ຣຽບ - ຈຸດ​ນັດ​ພົບ​ທີ່​ບໍ່ອາດ​ພາດ​ໄດ້​ເມື່ອ​ໄປ ອັງ​ກໍ
10/11/2024

ໜັງ “ຫຼານ​ມ່າ”, ນຳ​ຜູ້​ຊົມ​ນະ​ຄອນຫຼວງ ຫຍັບ​ມໍ່​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ການ​ດຳ​ລົງ​ຊີ​ວິດ​ຂອງ ໄທ ຫຼາຍກວ່າ​ເກົ່າ

(VOVWORLD) - ໃນຂອບເຂດເຫດການ “Amazing Thailand: Your Stories Never End - ໄທ ຍິ່ງເຂົ້າໃຈຍິ່ງຮັກ” ຫາກໍ່ດຳເນີນໃນທ້າຍເດືອນກັນຍາທີ່ຜ່ານມາຢູ່ ຮ່າໂນ້ຍ, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ສົມທົບກັບກົມໃຫຍ່ການທ່ອງທ່ຽວ ໄທ ຈັດລາຍການສາຍຮູບເງົາ “ຫຼານມ່າ” ໂດຍບໍ່ເກັບຄ່າ. ຮູບເງົາດັ່ງກ່າວແມ່ນຜົນງານຂອງຜູ້ກຳກັບຄົນ ໄທ ທ່ານ ພັດ ບຸນນິທິພັດ ເວົ້າກ່ຽວກັບຫົວຂໍ້ຈິດຕະສາດຄອບຄົວ ແລະ ສັງຄົມ ໄດ້ຊ່ວຍໃຫ້ຜູ້ຊົມ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳ, ວິຖີການດຳລົງຊີວິດຂອງສັງຄົມ ໄທ ໃນປັດຈຸບັນ. ນີ້ກໍແມ່ນໜັງ ໄທ ທີ່ມີລາຍຮັບເປີດສາກສູງສຸດໃນປະຫວັດສາດຂອງຫ້ອງຂາຍປີ້ຢູ່ ຫວຽດນາມ.

ໜັງ “ຫຼານ​ມ່າ”, ນຳ​ຜູ້​ຊົມ​ນະ​ຄອນຫຼວງ ຫຍັບ​ມໍ່​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ການ​ດຳ​ລົງ​ຊີ​ວິດ​ຂອງ ໄທ ຫຼາຍກວ່າ​ເກົ່າ
05/11/2024

ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຫຼັງ​ປີ 2025 ໃຫ້​ຂະ​ຫຍັນ​ຂັນ​ເຄື່ອນ​ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ

(VOVWORLD) - ກອງປະຊຸມສຳມະນາສາກົນກ່ຽວກັບແຜນການຍຸດທະສາດຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ປີ 2025 ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ.

ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຫຼັງ​ປີ 2025 ໃຫ້​ຂະ​ຫຍັນ​ຂັນ​ເຄື່ອນ​ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ
03/11/2024

“Amazing Thailand: Your Stories Never End - ຍິ່ງ​ເຂົ້າ​ໃຈ​ຍິ່ງ​ຮັກ” ສົ່ງ​ເສີມ​ການ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ໄທ

(VOVWORLD) - ເຫດການວັດທະນະທຳ “Amazing Thailand: Your Stories Never End - ໄທ ຍິ່ງເຂົ້າໃຈຍິ່ງຮັກ” ໂດຍສະຖານທູດ ໄທ ປະຈຳ ຫວຽດນາມ ສົມທົບກັບກົມໃຫຍ່ທ່ອງທ່ຽວ ໄທ ຈັດຂຶ້ນ ໄດ້ດຳເນີນໃນທ້າຍເດືອນ ກັນຍາ ຢູ່ ຮ່າໂນ້ຍ ແລະ ແຂວງ ຮຶງອຽນ ຫວຽດນາມ ນັ້ນ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ປະຊາຊົນ ຫວຽດນາມ. ນອກຈາກໄດ້ຮັບຊົມບັນດາລາຍການສິລະປະທີ່ເປັນມູນເຊື້ອ ແລະ ໄດ້ຊິມອາຫານ ໄທ ແລ້ວ, ແຂກທ່ອງທ່ຽວຍັງໄດ້ລອງເຮັດເຄື່ອງຫັດຖະກຳ ໄທ ແລະ ພ້ອມກັນແຜ່ບໍລິຈາກຊ່ວຍເຫຼືອປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸ Yagi ຜ່ານມາ.

“Amazing Thailand: Your Stories Never End - ຍິ່ງ​ເຂົ້າ​ໃຈ​ຍິ່ງ​ຮັກ” ສົ່ງ​ເສີມ​ການ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ໄທ
20/10/2024

ຮ່າ​ໂນ້ຍ - ບ່ອນ​ເຕົ້າ​ໂຮມ ແລະ ແຜ່​ກະ​ຈາຍ​ສີ​ສັນ​ວັດ​ທະ​ນະ​ທຳ ອາ​ຊຽນ

(VOVWORLD) - ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍາທຳນັບພັນປີ ຍາມໃດກໍແມ່ນບ່ອນນຳໜ້າໃນການແນະນຳ, ໂຄສະນາຈຸດຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ອອກສູ່ໂລກ, ກໍຄືນຳໂລກ ຫຍັບມໍ່ເຂົ້າກັບປະຊາຊົນ ຫວຽດນາມ, ພິເສດແມ່ນໃນພາກພື້ນ ອາຊຽນ. ຕົ້ນເດືອນ ກັນຍາ ຜ່ານມາ, ເຫດການວັນບຸນ ວັດທະນະທຳມິດຕະພາບ “ສີສັນ ອາຊຽນ” ຖືກຈັດຂຶ້ນຢູ່ພະລາດຊະວັງທັງລອງ, ຮ່າໂນ້ຍ, ເປັນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ສຳຜັດຕົວຈິງດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດໃນກຸ່ມ ອາຊຽນ, ພ້ອມທັງແຜ່ກະຈາຍພາບພົດນະຄອນຫຼວງ ຮ່າໂນ້ຍ “ອະລິຍະທຳ - ສີວິໄລ - ທັນສະໄໝ”, ຮັກຫອມສັນຕິພາບ.

ຮ່າ​ໂນ້ຍ - ບ່ອນ​ເຕົ້າ​ໂຮມ ແລະ ແຜ່​ກະ​ຈາຍ​ສີ​ສັນ​ວັດ​ທະ​ນະ​ທຳ ອາ​ຊຽນ
13/10/2024

“Taste of Malaysia” - ນຳ​ເອົາ​ລົດ​ຊາດ ມາ​ເລ​ເຊຍ ມາ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ

(VOVWORLD) - ມາເລເຊຍ ແມ່ນປະເທດທີ່ມີຫຼາຍຊົນເຜົ່າ ດ້ວຍພື້ນຖານອາຫານການກິນທີ່ຫຼາກຫຼາຍ, ມີຄວາມເປັນເອກະລັກສະເພາະ. ອາຫານການກິນ ມາເລເຊຍ ມີການປະສົມປະສານຢ່າງກົມກຽວກັບອາຫານ ອິດສະລາມ ຂອງປະຊາຊົນປະຈຳຖິ່ນ ກັບອາຫານຂອງ ຈີນ ແລະ ອິນເດຍ. ດ້ວຍຈຸດປະສົງນຳເອົາລົດຊາດອາຫານການກິນ ມາເລເຊຍ ເວົ້າສະເພາະ ແລະ ວັດທະນະທຳ ມາເລເຊຍ ເວົ້າລວມ ຫຍັບມໍ່ໃກ້ກັບປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຫຼາຍກວ່າ, ສະຖານທູດ ມາເລເຊຍ ຢູ່ ຫວຽດນາມ ໄດ້ສົມທົບກັບໂຮງແຮມ Daewoo ຮ່າໂນ້ຍ ຈັດເຫດການ “Taste of Malaysia” ຂຶ້ນ ເນື່ອງໃນໂອກາດວັນຊາດ ມາເລເຊຍ (ວັນທີ 31 ກັນຍາ ແລະ ວັນບຸນ ມາເລເຊຍ (ວັນທີ 16 ກັນຍາ ຜ່ານມາ).

“Taste of Malaysia” - ນຳ​ເອົາ​ລົດ​ຊາດ ມາ​ເລ​ເຊຍ ມາ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ