55 ປີ ແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ: ບັນດາຂົວເຊື່ອມຕໍ່ ຊ່ວຍເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ ແລະ ຄວາມຜູກພັນ
(VOVWORLD) -ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາແມ່ນ້ຳລຳເຊຕິດຕໍ່ກັນເປັນສາຍດຽວ. ກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ (24 ມິຖຸນາ1967), ບໍ່ຈັກວ່າປະຊາຊົນ ຫວຽດນາມ ແລະ ກຳປູເຈຍ ອ້າຍນ້ອງ ຈັກລຸ້ນຄົນໄດ້ຮຽງບ່າຮຽງໄຫຼ່ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງປະເທດແຫ່ງສັນຕິພາບ, ວັດທະນາຖາວອນ. ນ້ຳໃຈຄວາມຜູກພັນທີ່ໜຽວແໜ້ນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈລະຫວ່າງປະຊາຊົນສອງປະເທດລຸ້ນຕ່າງໆ ເໝືອນດັ່ງຂົວເຊື່ອມຕໍ່ນັບແຕ່ອະດີດຕະຫຼອດຮອດປັດຈຸບັນ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງປະຊາຊົນສອງຊາດ.










