ໂຄງການ EPPIC ປະກອບສ່ວນຊຸກຍູ້ເສດຖະກິດໝູນວຽນ ຈາກບັນດາແນວຄວາມຄິດຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ຢ່າງມີຫົວຄິດປະດິດສ້າງໃນພາກພື້ນ ອາຊຽນ
(VOVWORLD) -ການເສັງປະດິດຄິດສ້າງວິທີຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ຖືກຈັດຂຶ້ນດ້ວຍຈຸດປະສົງ ແນໃສ່ຊອກຫາ, ຍົກລະດັບ ແລະ ເປີດກວ້າງບັນດາມາດຕະການປະດິດຄິດສ້າງ ເພື່ອປະກອບສ່ວນແກ້ໄຂບັນຫາມົນລະພິດຈາກ ຢາງພະລາດສະຕິກເສດເຫຼືອ ຢູ່ ອ່າວ ຮະລອງ ຂອງ ຫວຽດນາມ ແລະ ເກາະ ສະໝຸຍ ຂອງ ໄທ. ຈາກນັ້ນ, ປະກອບສ່ວນຊຸກຍູ້ວິວັດການຫັນເປັນເສດຖະກິດໝູນວຽນ ຢູ່ພາກພື້ນ ອາຊຽນ ຜ່ານບັນດາມາດຕະການປະດິດຄິດສ້າງ.










