ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ໄດ້ເປັນຢ່າງດີ, ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ
(VOVWORLD) - ນັບແຕ່ວັນທີ 1 ພະຈິກ ປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງເປັນທາງການ. ໂດຍດຳລົງຕໍາແໜ່ງເປັນປະທານ ອາຊຽນ 2020 ກົງກັບໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ສືບຕໍ່ຢັ້ງຢືນຢ່າງແຮງບົດບາດຂອງສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຊາຍຄາລວມຂອງ ອາຊຽນ. ໄລ່ມາຮອດປັດຈຸບັນ, ສາມາດຈະຢັ້ງຢືນໄດ້ວ່າ ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ ດ້ວຍບັນດາຄວາມມານະພະຍາຍາມຈາກນະໂຍບາຍຕະຫຼອດຮອດພຶດຕິກຳຕົວຈິງ ທີ່ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ.










