ຊາຍຄາອາຊຽນ

25/10/2020

ເຕັກ​ນິກ​ແຕ້​ມ ບາ​ຕິກ ທີ່​​ເປັນ​ມູນ​ເຊື້ອຂອງ ອິນ​ໂດ​ເນ​ເຊຍ

(VOVWORLD) - ແພ ບາຕິກ ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ອິນໂດເນເຊຍ. ເຂົາເຈົ້າມີຄວາມເອກອ້າງທະນົງໃຈ ຍ້ອນຄວາມງາມຂອງມັນກໍ່ຄືວິທີເຮັດທີ່ເປັນເອກະລັກຂອງແພຊະນິດນີ້. ເພື່ອເຮັດແພ ບາຕິກ ໄດ້ຜືນໜຶ່ງນັ້ນ, ແມ່ນຕ້ອງໃຊ້ເວລາດົນ ແລະ ຜ່ານຫຼາຍຂັ້ນຕອນ, ໃນນັ້ນ ມີເຕັກນິກແຕ້ມລວດລາຍດ້ວຍຂີ້ເຜີ້ງຮ້ອນ. ນີ້ແມ່ນໜຶ່ງໃນບັນດາຂັ້ນຕອນທີ່ຮຽກຮ້ອງຕ້ອງມີຄວາມລະອຽດລະອໍ, ຄ່ອງແຄວ້ ແລະ ມີຄວາມອົດທົນຂອງນາຍຊ່າງ. ເຊີນທ່ານພ້ອມກັບນັກຂ່າວ ງວຽນຮ່າໄປຊອກຮູ້ກ່ຽວກັບຂັ້ນຕອນແຕ້ມລວດລາຍໃສ່ແພ ບາຕິກ ທີ່ເປັນມູນເຊື້ອຂອງຊາວ ອິນໂດເນເຊຍ.

ເຕັກ​ນິກ​ແຕ້​ມ ບາ​ຕິກ ທີ່​​ເປັນ​ມູນ​ເຊື້ອຂອງ ອິນ​ໂດ​ເນ​ເຊຍ
22/10/2020

ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

(VOVWORLD) - ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17 (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ.

ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື
18/10/2020

ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ

(VOVWORLD) - ຢູ່ເຮືອນເລກທີ 506 ຖະໜົນ ຣາມຄຳແຫງ, ເມືອງ ບາງກະປິ ໂດຍບໍ່ແມ່ນຖະໜົນຕັ້ງຢູ່ໃຈກາງນະຄອນຫຼວງບາງກອກ ປະເທດ ໄທ ແຕ່ຮ້ານເຝີ ເວິນ ຂອງເອື້ອຍ ຫງວຽນທິເວິນແອັງ ໄດ້ກາຍເປັນສະຖານທີ່ທີ່ໄດ້ຮູ້ຈັກກັນດີ ຍ້ອນ ຖ້ວຍເຝີຢູ່ທີ່ນີ້ເຕັມໄປດ້ວຍວິຖີຊີວິດ ແລະ ລົດຊາດຂອງຫວຽດນາມ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ພວກຂ້າພະເຈົ້າຂໍເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV ໄປຢ້ຽມຢາມຮ້ານອາຫານທີ່ພິເສດນີ້.

ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ
14/10/2020

ເວ​ທີ​ປ​າ​ໄສ ອາ​ຊຽນ - ຍີ​່​ປຸ່ນ ຄັ້ງ​ທີ 35

(VOVWORLD) - ຕອນເຊົ້າວັນທີ 14 ຕຸລາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຂອງ ຫວຽດນາມ ແລະ ທ່ານຮອງລັດຖະມົນຕີອາວຸໂສກະຊວງການຕ່າງປະເທດ ຍີ່ປຸ່ນ Takeo Mori ໄດ້ເປັນປະທານຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 35

ເວ​ທີ​ປ​າ​ໄສ ອາ​ຊຽນ - ຍີ​່​ປຸ່ນ ຄັ້ງ​ທີ 35
11/10/2020

ໄປ ໄທ ຊີມ “ຊາຊັກ”

(VOVWORLD) -ຊາຊັກ ໃນພາສາໄທ ແມ່ນຊື່ເອີ້ນຂອງເຄື່ອງດື່ມດັ້ງເດີມຊະນິດໜຶ່ງຂອງ ມາເລເຊຍ, ເຊິ່ງມັກໄດ້ພົບເຫັນຢູ່ພາກໃຕ້ຂອງປະເທດ ໄທ. ແຕ່ວ່າ, ໃນຊຸມປີມໍ່ໆມານີ້, ຊາຊັກ ຢູ່ ບາງກອກ ແລະ ຫຼາຍແຂວງ, ນະຄອນອື່ນໆຂອງ ໄທ ນັບມື້ນັບມີຫຼາຍ ແລະ ມີຫຼາຍຄົນຮູ້ຈັກເຖິງ, ໂດຍສະເພາະແມ່ນວົງການພະນັກງານ, ພາລະກອນ, ຜູ້ເຮັດວຽກງານຫ້ອງການ ແລະ ໄວໜຸ່ມ ໄທ ແມ່ນມີຄວາມນິຍົມຊົມຊອບທີ່ສຸດ.

ໄປ ໄທ ຊີມ “ຊາຊັກ”
08/10/2020

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຈະ​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງ

(VOVWORLD) - ກອງປະຊຸມປຶກສາຫາລືລວມຄັ້ງນີ້ ແມ່ນເພື່ອໃຫ້ບັນດາປະເທດຕີລາຄາ ແລະ ພິຈາລະນາບັນດາວຽກງານກໍ່ສ້າງປະຊາຄົມ ໃນທັງ 3 ເສົາຄ້ຳ, ກໍຄືກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະດຳເນີນໃນເດືອນພະຈິກ ຈະມາເຖິງ.

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຈະ​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງ
07/10/2020

ເຈົ້າໜ້າ​ທີ່ອາ​ວຸ​ໂສ ອາ​ຊຽນ ກະ​ກຽມ​ເນື້ອ​ໃນຫຼາຍ​ຢ່າງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ຄ​ັ້ງ​ທີ 37

(VOVWORLD) - ຕອນເຊົ້າວັນທີ 7 ຕຸລາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຖືກດຳເນີນຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ.

ເຈົ້າໜ້າ​ທີ່ອາ​ວຸ​ໂສ ອາ​ຊຽນ ກະ​ກຽມ​ເນື້ອ​ໃນຫຼາຍ​ຢ່າງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ຄ​ັ້ງ​ທີ 37
04/10/2020

ຄູ​ສອນ ຫວຽດ​ນາມ ສຸດ​ຈິດ​ສຸດ​ໃຈ​ກ​ັບ​ອາ​ຊີບ​ເປັນ​ອາ​ຈານ​ສອນ​ຢູ່​ປະ​ເທດ​ລ້ານ​ຊ້າງ

(VOVWORLD) -ໂຮງຮຽນປະຖົມ ທົ໊ງເຍິດ - ເຊິ່ງເປັນໂຮງຮຽນເອກະຊົນທີ່ຕັ້ງຢູ່ໃນບໍລິເວນຂອງວັດ ໂບ່ເດ, ຢູ່ແຂວງ ຄຳມ່ວນ, ໄດ້ຮັບການກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວກ່ອນນີ້ກວ່າ 30 ປີ.ໂຮງຮຽນແຫ່ງດັ່ງກ່າວເປັນຕຶກ 2 ຊັ້ນ, ມີຫ້ອງຮຽນເກືອບ 10 ຫ້ອງ, ນີ້ແມ່ນບ່ອນ ທີ່ອ້າຍຄູເອື້ອຍຄູ ຫວຽດນາມ ໄດ້ອຸທິດຊີວິດຂອງຕົນສ່ວນຫຼາຍເຂົ້າໃນການສອນພາສາ ຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສ ຢູ່ ລາວ ແລະ ລູກຫຼານຊາວລາວ ທີ່ພວມດຳລົງຊີວິດຢູ່ທີ່ແຂວງພາກກາງຂອງລາວນີ້.

ຄູ​ສອນ ຫວຽດ​ນາມ ສຸດ​ຈິດ​ສຸດ​ໃຈ​ກ​ັບ​ອາ​ຊີບ​ເປັນ​ອາ​ຈານ​ສອນ​ຢູ່​ປະ​ເທດ​ລ້ານ​ຊ້າງ
27/09/2020

ຄົ້ນ​ຫາ​ປະກົດ​ການ​ທີ່ໜ້າຊື່ນ​ຊົມ​​ຢູ່ເສັ້ນ​ສູນ​ສູດແລ່ນຜ່ານ ອິນ​ໂດ​ເນ​ເຊຍ

(VOVWORLD) - ເສັ້ນສູນສູດໄປຜ່ານເຂດດິນແດນ ແລະ ເຂດນ່ານນໍ້າທະເລຂອງ 14 ປະເທດ. ເຖິງຢ່າງໃດກໍຕາມ, ມີພຽງນະຄອນດຽວທີ່ຢູ່ລະຫວ່າງກາງຊີກໂລກເໜືອ ແລະ ຊີກໂລກໃຕ້ ຍ້ອນມີເສັ້ນສູນສູດໄປຜ່ານ, ນັ້ນແມ່ນນະຄອນ Pontinanak ເຊິ່ງເປັນເມືອງເອກຂອງແຂວງ ຕາເວັນຕົກ ເກາະKalimantan ຂອງ ອິນໂດເນເຊຍ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ ເຮືອງຈ່າ ໄປຄົ້ນຫາປະກົດການທີ່ໜ້າຊື່ນຊົມໃນເສັ້ນສູນສູດທີ່ໄປຜ່ານດິນແດນ ອິນໂດເນເຊຍ.

ຄົ້ນ​ຫາ​ປະກົດ​ການ​ທີ່ໜ້າຊື່ນ​ຊົມ​​ຢູ່ເສັ້ນ​ສູນ​ສູດແລ່ນຜ່ານ ອິນ​ໂດ​ເນ​ເຊຍ
20/09/2020

ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) -ອິນໂດເນເຊຍ ແມ່ນປະເທດສົ່ງອອກນ້ຳມັນປາມຫຼາຍທີ່ສຸດໃນໂລກ. ໃນຂະນະທີ່ຫວຽດນາມແມ່ນປະເທດທີ່ມີຄວາມຕ້ອງການໃຊ້ນ້ຳມັນໃນການປຸງແຕ່ງອາຫານຫຼາຍ. ສະນັ້ນ, ອິນໂດເນເຊຍ ແລະ ຫວຽດນາມ ມີກາລະໂອກາດຮ່ວມມືຫຼາຍຢ່າງເພື່ອຜົນປະໂຫຍດຂອງທັງສອງປະເທດ. ຕໍ່ໄປ, ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “ທິດກ້າວເດີນໃຫ້ການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ.

ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ