ການເຈລະຈາກ່ຽວກັບນະໂຍບາຍປ້ອງກັນຊາດ ລະຫວ່າງ ຫວຽດນາມ - ສິງກະໂປ ຄັ້ງທີ 11
(VOVWORLD) -ວັນທີ 6 ພະຈິກ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍທ່ານ Chan Heng Kee ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ ໄດ້ເປັນປະທານກອງປະຊຸມເຈລະຈາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ລະຫວ່າງ ຫວຽດນາມ - ສິງກະໂປ ຄັ້ງທີ 11, ຢູ່ສຳນັກງານກະຊວງປ້ອງກັນປະເທດ ສິງກະໂປ.









