ເມືອງ ຟູທ້ຽນ ແຂວງ ຢາລາຍ ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ
(VOVWORLD) - ເມືອງ ຟູທ້ຽນ ແຂວງ ຢາລາຍ ແມ່ນບ່ອນມີຫລາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນຄື: ເຜົ່າກີງ, ຢາຣາຍ, ບານາ, ຜູ້ໄທ, ໄຕ່, ນຸ່ງ... ໃນນັ້ນ ຊາວເຜົ່າສ່ວນຫນ້ອຍກວມເອົາກວ່າ 60%. ປະຈຸບັນ ເມືອງ ຟູທ້ຽນ ມີຫລາຍກວ່າ 70 ຄົນແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດບັນດາຊົນເຜົ່າ. ເຂົາເຈົ້າໄດ້ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດເປັນຢ່າງດີ.










