ປະສິດທິຜົນຈາກໜ່ວຍເຕັກໂນໂລຢີຊຸມຊົນຂອງຊາວໜຸ່ມ ດ່າໜັງ
(VOVWORLD) - ຄະນະຊາວໜຸ່ມນະຄອນ ດ່າໜັງ ພວມຜັນຂະຫຍາຍຮູບແບບຕະຫຼາດ 4.0 (ຕະຫຼາດຊຳລະໂດຍບໍ່ນຳໃຊ້ເງິນສົດ) ຊ່ວຍໃຫ້ປະຊາຊົນ, ບັນດາພໍ່ຄ້າຊາວຂາຍ, ຜູ້ບໍລິໂພກໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການດຳເນີນທຸລະກິດ, ການຊຳລະທີ່ສະດວກ. ຜ່ານນັ້ນ, ກໍກະຕຸ້ນການຊື້ຂາຍ, ປະກອບສ່ວນຊຸກຍູ້ວິວັດທະນາການຫັນເປັນດີຈີຕອນໃນບໍລິເວນນະຄອນ ດ່າໜັງ.










