ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ປະກອບສ່ວນບັນເທົາຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
(VOVWORLD) - ປີນີ້ ແມ່ນ 63 ປີແຫ່ງວັນກອງທັບ ອາເມລິກາ ຫວ່ານທາດພິດສີສົ້ມລົງໃສ່ພາກໃຕ້ ຫວຽດນາມ (1961 - 2024). ໃນໄລຍະກວ່າ 60 ປີຜ່ານມາ, ມີຫລາຍຄອບຄົວ ຢູ່ ຫວຽດນາມ ຍັງຄົງຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນທາດພິດນີ້. ອຳນາດການປົກຄອງບັນດາທ້ອງຖິ່ນ ພວມມານະພະຍາຍາມຮ່ວມເດີນທາງພ້ອມກັບເຂົາເຈົ້າໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດິໂອຊິນ.










