CTOptimal ກັບບັນດາຜະລິດຕະພັນເຕັກໂນໂລຊີຈາກພູມປັນຍາຂອງຊາວຫວຽດນາມ
(VOVWORLD) - ຢູ່ ງານວາງສະແດງເຕັກໂນໂລຊີດິຈີຕອນ ຫວຽດນາມ ຊື່ງໄດ້ດຳເນີນຢູ່ ຮ່າໂນ້ຍ ໃນກາງເດືອນກັນຍາ, ບໍລິສັດ CTOptimal (ຂຶ້ນກັບກຸ່ມບໍລິສັດ CT Group) ເປັນຄັ້ງທຳອິດໄດ້ແນະນຳເຖິງມະຫາຊົນ 3 ຜະລິດຕະພັນ AI ສະເພາະໃຫ້ບັນດາຂົງເຂດຄື: Healthcare (ດູແລສຸຂະພາບ), Logistics (ພະລາທິການ) ແລະ UAV (ເຮືອບິນບໍ່ມີຄົນຂັບ).










