ນັກສະແດງກາຍຍະສິນ ຫງວຽນຮົ່ງຈຸກວີ ຝຶກແອບດ້ວຍຄວາມລຳບາກເພື່ອຜ່ານຜ່າຄວາມທົດສອບໃໝ່
(VOVWORLD) - ໂດຍແມ່ນໜຶ່ງໃນຈຳນວນ14 ສ່ວນບຸກຄົນໄດ້ຮັບການເຊີດຊູ “ພົນລະເມືອງໜຸ່ມດີເດັ່ນ” ຂອງນະຄອນໂຮ່ຈີມິນ, ຫງວຽນຮົ່ງຈຸກວີ ອາຍຸ 28 ປີກໍ່ແມ່ນສະມາຊິກພຽງຄົນດຽວທີ່ຕາງໜ້າໃຫ້ແກ່ກຸ່ມວັດທະນະທຳສິລະປະເຊິ່ງແມ່ນຂົງເຂດຂອງນະຄອນ. ກ່ອນໜ້ານັ້ນຈຸກວີໄດ້ເຂົ້າຮ່ວມການສະແດງທີ່ດີເດັ່ນແລະ ໄດ້ຮັບລາງທີໜຶ່ງ ໃນງານປະກວດນັກສະແດງກາຍຍະສິນຜູ້ທີ່ມີຄວາມເກັ່ງກ້າສາມາດ ໃນທົ່ວປະເທດປີ 2021 ຢູ່ ຮ່າໂນ້ຍດ້ວຍລາຍການ “ສີສັນດອກບົວ” ເຊິ່ງໄດ້ຮັບການຍ້ອງຍໍຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ. ເພື່ອບັນລຸໄດ້ບັນດາຜົນງານຄືໃນວັນນີ້, ຈຸກວີຕ້ອງຜ່ານຜ່າໄລຍະທາງແຫ່ງການຝຶກແອບດ້ວຍຄວາມລຳບາກທີ່ສຸດ.










