ປະເທດຊາດ ແລະ ຊາວຫວຽດນາມ

08/08/2020

ອ້າຍທະຫານເປັນຜູ້ນຳໜ້າ ແລະ ເປັນແບບຢ່າງ ໃນສະໄໝສັນຕິພາບ

(VOVWORLD) - ຜ່ານຊຸມວັນເດືອນປີແຫ່ງສົງຄາມທີ່ດຸເດືອດ ແລະ ລຳບາກກາກກຳ ພ້ອມທັງຕ້ອງປະເຊີນໜ້າກັບຄວາມເຈັບປວດ ເມື່ອປ່ຽນແປງດິນຟ້າອາກາດ, ແຕ່ອ້າຍທະຫານເສຍອົງຄະປະເພດ 4/3 ຮວ່າງວຽດຕ໊ວານ ຢູ່ຕາແສງ ຊວັນລາຍ ເມືອງ ເຖະຊວັນ ແຂວງ ແທັງຮ໊ວາ ຍາມໃດກໍ່ມານະພະຍາຍາມເອົາຊະນະຕໍ່ພະຍາດໂລຄາ ປະກອບສ່ວນດ້ານສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອສ້າງສາບ້ານເກີດເມືອງນອນ ເພາະທ່ານ ຕ໊ວານ ຍາມໃດກໍ່ມີຄວາມສຳນຶກວ່າ ຍັງມີສຸຂະພາບ ກໍ່ສາມາດເຮັດວຽກໄດ້ ແລະ ສາມາດອຸທິດສ່ວນໄດ້

ອ້າຍທະຫານເປັນຜູ້ນຳໜ້າ ແລະ ເປັນແບບຢ່າງ ໃນສະໄໝສັນຕິພາບ
01/08/2020

ຊາວເຜົ່າຜູ້ໄທຢູ່ ເຊີນລາ ກັບປະເພນີຂັບສົ່ງເຂີຍ, ຕ້ອນໄພ້

(VOVWORLD) - ປະເພນີຂອງຊາວເຜົ່າ ໄທດຳ ໃນແຂວງ ເຊີນລາເມື່ອກ່ອນນີ້, ຜູ້ບ່າວ ເມື່ອແຕ່ງງານກໍ່ເຄີຍຢູ່ນຳຄອບຄົວທາງເມຍ ຢ່າງໜ້ອຍສຸດແຕ່ 2 ຫາ 7 ປີ ແລ້ວຈຶ່ງສາມາດຕ້ອນລູກໄພ້ມາ. ປັດຈຸບັນເຖິງວ່າປະເພນີ້ຍັງບໍ່ຄົງຕົວອີກແລ້ວກໍ່ຕາມ ແຕ່ໃນງານດອງ, ພໍ່ແມ່ພີ່ນ້ອງຍັງຄົງຮັກສາປະເພນີຂັບສົ່ງເຂີຍ ຕ້ອນໄພ້. ນີ້ກໍ່ແມ່ນຄວາມເປັນອກະລັກໃນຊີວິດວັດທະນະທຳອັນເປັນປະເພນີ ຂອງພໍ່ແມ່ພີ່ນ້ອງເຜົ່າ ຜູ້ໄທ ໃນແຂວງ ເຊີນລາ

ຊາວເຜົ່າຜູ້ໄທຢູ່ ເຊີນລາ ກັບປະເພນີຂັບສົ່ງເຂີຍ, ຕ້ອນໄພ້
01/08/2020

ນັກຮົບເກົ່າ ຫງວຽນແອັງເຢືອງ ໄປຊອກຫາອັດຖິຂອງເພື່ອນຮ່ວມກົມກອງ

(VOVWORLD) - ດ້ວຍຄວາມຫວັງຢາກນຳອັດຖິ ບັນດາເພື່ອນຮ່ວມກົມກອງ ກັບເມືອປົງຢູ່ດິນແດນແຫ່ງບ້ານເກີດເມືອງນອນ, ໄລຍະ 10 ປີທີ່ຜ່ານມາ, ນັກຮົບເກົ່າ ຫງວຽນແອັງເຢືອງ ໄດ້ສະຫງວນເວລາກັບຄືນສະໜາມຮົບເກົ່າ ເພື່ອຊອກຫາຂຸມຟອນ ຂອງບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ຜ່ານຊຸມວັນເດືອນປີ ແຫ່ງສົງຄາມທີ່ດຸເດືອດ, ດັ່ງນັ້ນ ເມື່ອໄດ້ດຳລົງຊີວິດໃນສັນຕິພາບ, ນັກຮົບເກົ່າ ຫງວຽນແອັງເຢື່ອງ ຍາມໃດກໍ່ມີຄວາມເປັນຫວ່ງເປັນໃຍ ເມື່ອອັດຖິຂອງບັນດາເພື່ອນຮ່ວມກົມກອງ ຍັງບໍ່ທັນໄດ້ຊອກຫາ, ທ້ອນໂຮມ ແລະ ພວມນອນຢູ່ຕາມບັນດາສະໜາມຮົບເກົ່າ

ນັກຮົບເກົ່າ ຫງວຽນແອັງເຢືອງ ໄປຊອກຫາອັດຖິຂອງເພື່ອນຮ່ວມກົມກອງ
25/07/2020

ອ້າຍທະຫານປ້ອງກັນຊາຍແດນ ສຸດຈິດສຸດໃຈ ເພື່ອພໍ່ແມ່ພີ່ນ້ອງທີ່ທຸກຍາກໃນເຂດຊາຍແດນ

(VOVWORLD) -ໂດຍເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນ ຫວຽດນາມ, ຮ້ອຍໂທ ກີມມິງດຶກ ຜູ້ຊ່ວຍຊາວໜຸ່ມ ທະຫານປ້ອງກັນຊາຍແດນແຂວງ ຈ່າວິງ ຍາມໃດກໍ່ມານະພະຍາຍາມຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ດ້ວຍບັນດາການເຄື່ອນໄຫວ ທີ່ແທດຈິງມີຄວາມໝາຍ ແລະ ມີປະສິດທິຜົນສູງ ໃນໄລຍະປະຕິບັດງານ, ພິເສດແມ່ນໃນການຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ທຸກຍາກ ຢູ່ເຂດຊາຍແດນ, ຮ້ອຍໂທ ກີມມິງດຶກ ໄດ້ກາຍເປັນໜຶ່ງໃນບັນດາແບບຢ່າງໄວໜຸ່ມທີ່ດີເດັ່ນ ຂອງກຳລັງປ້ອງກັນຊາຍແດນ

ອ້າຍທະຫານປ້ອງກັນຊາຍແດນ ສຸດຈິດສຸດໃຈ  ເພື່ອພໍ່ແມ່ພີ່ນ້ອງທີ່ທຸກຍາກໃນເຂດຊາຍແດນ
19/07/2020

ທ່ານໝໍ ຫງວຽນເຖຮວ່າງ ກັບການຜ່ານຕັດ ເຂົ້າສູ່ປະຫວັດສາດການແພດຂອງໂລກ

(VOVWORLD) -ປີ 2020 ຫວຽດນາມ ໄດ້ຢັ້ງຢືນຂີດໝາຍໃໝ່ ໃນພື້ນຖານແພດສາດໂລກ ຂະນະທີ່ໄດ້ປະຕິບັດການຜ່າຕັດຕໍ່ແຂນຄັ້ງທຳອິດ ຈາກຜູ້ບໍລິຈາກຍັງມີຊິວິດຢູ່ໃນໂລກ ຢ່າງສຳເລັດຜົນ. ທ່ານໝໍປະຕິບັດການຜ່າຕັດນັ້ນແມ່ນສາດສະດາຈານ ປອ ຫວຽນເຖຮວ່າງ ຮອງຜູ້ອຳນວຍການໂຮງໝໍເສນາຮັກ 108. ທ່ານເຄີຍແມ່ນຊາວ ຫວຽດນາມ ຄົນທຳອິດ ແລະ ແມ່ນຊາວອາຊີຄົນທີສີ່ ໄດ້ຮັບລາງວັນວິທະຍາສາດທີ່ປະເສີດເລີດລ້ຳຂອງ ສະຫະພັນເຢຍລະມັນ.

ທ່ານໝໍ ຫງວຽນເຖຮວ່າງ ກັບການຜ່ານຕັດ ເຂົ້າສູ່ປະຫວັດສາດການແພດຂອງໂລກ
11/07/2020

ເລຂາຄະນະພັກຕາແສງ ກໍມະ ທາວອາຕົວ - ຜູ້ໄດ້ຮັບຄວາມເຊື້ອໝັ້ນຈາກປະຊາຊົນ

(VOVWORLD) -ບັນດາສະມາຊິກພັກ ເປັນຊາວເຜົ່າສ່ວນໜ້ອຍ ໄດ້ມີບົດບາດສຳຄັນໃນການໂຄສະນາ ຂົນຂວາຍປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພາະວ່າເຂົາເຈົ້າເອງແມ່ນຂົວເຊື່ອມຕໍ່ທີ່ໃກ້ສິດ ສະໜິດສະໜົມທີ່ສຸດ ເພື່ອກຳແໜ້ນຄວາມໃນໃຈ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນເຂດ. ຢູ່ຕາແສງ ກໍມະ ເມືອງ ທ້ວນເຈົາ ແຂວງ ເຊີນລາ ມີສະມາຊິກພັກຄົນໜຶ່ງ ແມ່ນລູກຮັກຫຼານແພງຂອງເຂດພູສູງ ໄດ້ຮັບຄວາມເຊື່ອໝັ້ນ ແລະ ຮັກແພງຈາກພໍ່ແມ່ປະຊາຊົນ ແລະ ໄດ້ຮັບຖືວ່າ ແມ່ນຜູ້ທີ່ມີອິດທິພົນຊື່ສຽງ ຍ້ອນມີບັນດາວຽກງານທີ່ແທດຈິງ ມີຄວາມໝາຍ ເພື່ອຊ່ວຍປະຊາຊົນສ້າງການດຳລົງຊີວິດທີ່ດີກວ່າເກົ່າ

ເລຂາຄະນະພັກຕາແສງ ກໍມະ ທາວອາຕົວ - ຜູ້ໄດ້ຮັບຄວາມເຊື້ອໝັ້ນຈາກປະຊາຊົນ
27/06/2020

ດ່າວທິເຟືອງແອັງ ຜູ້ແປພາສາ ຮັບໃຊ້ວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19

(VOVWORLD) -ໃນການເຄື່ອນໄຫວຕໍ່ສູ້ ປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19 ໄດ້ປາກົດມີຜູ້ອາສາສະໝັກຫຼາຍຄົນ ເຮັດວຽກໃນບັນດາເຂດແຍກຕົວ, ໂຮງໝໍຕ່າງໆ. ດ່າວທິເຟືອງແອັງ ຜູ້ນຳທ່ຽວສັງກັດບໍລິສັດຫຸ້ນສ່ວນບໍລິການທ່ອງທ່ຽວສາກົນ BesTour ແມ່ນໜຶ່ງໃນຈຳນວນຜູ້ອາສາສະໝັກດັ່ງກ່າວ. ນາງໄດ້ສະໝັກໃຈໄປຍັງແນວໜ້າ ຕ້ານໂລກລະບາດ ດ້ວຍໜ້າທີ່ເປັນຜູ້ແປພາສາໃຫ້ແກ່ຊາວຕ່າງປະເທດ ຢູ່ເຂດແຍກຕົວຕ່າງໆ

ດ່າວທິເຟືອງແອັງ ຜູ້ແປພາສາ ຮັບໃຊ້ວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19
20/06/2020

ນັກຂ່າວ ເຈິ່ນທິທ໋າວ - ແບບຢ່າງທີ່ດີເດັ່ນໃນການໂຄສະນາ ກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19

(VOVWORLD) -ໃນການຕໍ່ສູ້ປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ -19, ເພື່ອມີຮູບພາບຂໍ້ມູນຂ່າວສານເປັນຈິງ ກ່ຽວກັບສະພາບໂລກລະບາດ ແລະ ວຽກງານປ້ອງກັນ ສະກັດກັ້ນໂລກລະບາດຂອງທົ່ວປວງຊົນ, ຖັນແຖວນັກຂ່າວ ບັນນາທິການ ບັນດາອົງການສື່ມວນຊົນ ຕ້ອງກິ້ງເກືອກລີເລືອ ຢູ່ທົ່ວທຸກຫົນແຫ່ງ ເພື່ອເອົາຂ່າວຢູ່ບັນດາສະຖານທີ່ເປັນອັນຕະລາຍ. ນັກຂ່າວ ເຈິ່ນທິທ໋າວ ສັງກັດໜັງສືພິມເສດຖະກິດ ແລະ ຕົວເມືອງ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນ ບົນສະໜາມຮົບໂຄສະນາ ການຕໍ່ສູ້ປ້ອງກັນສະກັ້ນໂລກລະບາດໂຄວິດ -19. ໃນມໍ່ໆມານີ້ນາງໄດ້ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍ ຈາກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຍ້ອນມີຜົນງານໃນການໂຄສະນາຢ່າງຕັ້ງໜ້າ ໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19

ນັກຂ່າວ ເຈິ່ນທິທ໋າວ  - ແບບຢ່າງທີ່ດີເດັ່ນໃນການໂຄສະນາ ກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ -19
13/06/2020

ນັກວິສະວະກອນ ເຈິ່ນຫວູແທັ່ງ ຜູ້ນຳນ້ຳຈືດມາສູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) -ກວ່າ 4 ປີທີ່ຜ່ານມາ, ນັກວິສະວະກອນ ເຈິ່ນຫວູແທັ່ງ ໄດ້ສຸມຈິດສຸມໃຈນຳຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດ ມາຮັບໃຊ້ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໃນຊ່ວງເວລາປະສົບກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມຢູ່ບັນດາແຂວງ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ ຫວຽດນາມ, ນັກວິສະວະກອນ ເຈິ່ນຫວູແທັ່ງ ແລະ ບັນດາເພື່ອນຮ່ວມງານຍາມໃດກໍ່ມີໜ້າ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດດັ່ງກ່າວ ເພື່ອມີນ້ຳຈືດຮັບໃຊ້ຄວາມຕ້ອງການໃນຊີວິດປະຈຳວັນ

ນັກວິສະວະກອນ ເຈິ່ນຫວູແທັ່ງ ຜູ້ນຳນ້ຳຈືດມາສູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
06/06/2020

ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ນັກວິທະຍາສາດທີ່ສຸມຈິດສຸມໃຈກັບຕົ້ນຢາສະໝູນໄພ

(VOVWORLD) -ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ຫົວໜ້າສະຖານບັນຄົ້ນຄວ້າ ແລະ ພັດທະນາປ່າໄມ້ ມະຫາວິທະຍາໄລກະສິກຳປ່າໄມ້ (ມະຫາວິທະຍາໄລ ຖາຍງວຽນ) ແມ່ນນັກວິທະຍາສາດຍິງທີ່ສຸມຈິດສຸມໃຈ ແລະ ມີຄວາມເມົາມົວໃນການຄົ້ນຄວ້າ ແລະ ອະນຸລັກ ຂະຫຍາຍແນວພັນບັນດາປະເພດຕົ້ນໄມ້, ຕົ້ນຢາສະໝູນໄພທີ່ມີຄ່າຢູ່ ຫວຽດນາມ. ຜົນງານທີ່ໜ້າສົນໃຈ ແມ່ນນາງໄດ້ຄົ້ນຄວ້າປະສົມພັນ ແລະ ປູກຕົ້ນຢາສະໝູນໄພ 40 ຊະນິດຢ່າງສຳລັບຜົນ ອັນໄດ້ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດສູງ. ດ້ວຍບັນດາການອຸທິດສ່ວນນີ້, ນາງ ເຈິ່ນທິທູຮ່າ ມີຄວາມເປັນກຽດໄດ້ຮັບລາງວັນ ໂກວາແລັບສະກາຍອາ ປີ 2019 ຈາກສະຫະພັນແມ່ຍິງ ຫວຽດນາມ

ຮອງສາດສະດາຈານ ປອ ເຈິ່ນທິທູຮ່າ ນັກວິທະຍາສາດທີ່ສຸມຈິດສຸມໃຈກັບຕົ້ນຢາສະໝູນໄພ