ປະເທດຊາດ ແລະ ຊາວຫວຽດນາມ

31/10/2020

ນັກຂ່າວເສຍສະຫຼະຊີວິດ ຟ້າມວັນເຮື໊ອງ - ແບບຢ່າງທີ່ສຸດໃຈກັບອາຊີບ

(VOVWORLD) -ໃນເຫດໄພນ້ຳຖ້ວມທີ່ຮ້າຍແຮງ ເຊິ່ງໄດ້ເກີດຂຶ້ນໃນຕະຫຼອດສອງອາທິດທີ່ຜ່ານມາ ຢູ່ພາກກາງ ຫວຽດນາມ, ເລື່ອງລາວກ່ຽວກັບຄວາມເສຍສະຫຼະຊີວິດ ຂອງຄະນະປະຕິບັດງານກູ້ໄພກູ້ຊີບ ຢູ່ເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງບາ ແຂວງ ເທື່ອທຽນເຫວ້ ຍັງຄົງຖືກປະຊາຊົນທົ່ວປະເທດເວົ້າເຖິງ. ສະມາຊິກ 13 ຄົນໃນຄະນະໄດ້ບຸກເຂົ້າແນວໜ້າ, ເດີນທາງໄປກູ້ໄພ ກູ້ຊີບ ໃຫ້ແກ່ບັນດາກຳມະກອນ ພວມຖືກຕິດຄ້າງຢູ່ກິດຈະກຳເຂື່ອນໄຟຟ້ານ້ຳຕົກ ເຊິ່ງໄດ້ເສຍສະຫຼະຊີວິດໃນເວລາປະຕິບັດໜ້າທີ່. ໃນຄະນະປະຕິບັດງານນັ້ນ ກໍ່ໄດ້ມີນັກຂ່າວ ຟ້າມວັນເຮື໊ອງ ຫົວໜ້າພະແນກຖະແຫຼງຂ່າວໂຄສະນາ, ປະຕູຖານຂໍ້ມູນເອເລັກໂຕນິກ ແຂວງ ເທື່ອທຽນເຫວ້.

ນັກຂ່າວເສຍສະຫຼະຊີວິດ ຟ້າມວັນເຮື໊ອງ - ແບບຢ່າງທີ່ສຸດໃຈກັບອາຊີບ
24/10/2020

ນາງ ຫງວຽນທິຮວິ່ງມາຍ ແມ່ຍິງຜູ້ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີຈາກສອງຝາມືເປົ່າ

(VOVWORLD) - ໂດຍເລີ່ມຕົ້ນທຸລະກິດ, ສ້າງຄວາມຮັ່ງມີຈາກສອງຝາມືເປົ່າ ນັ້ນແມ່ນແບບຢ່າງທຳການຜະລິດດຳເນີນທຸລະກິດເກັ່ງຂອງນາງ ຫງວຽນທິຮວິ່ງມາຍ ອາຍຸ 66 ປີ ຢູ່ບ້ານ ເຕິນຝູ ຕາແສງ ເຊີນດິ້ງ ເມືອງ ເຈິແລັກ ແຂວງ ເບ໊ນແຈ. ນາງແມ່ນແບບຢ່າງແມ່ຍິງຕົວແບບຂອງແຂວງ ເບ໊ນແຈ ໄດ້ຜ່ານຜ່າຄວາມຫຍຸ້ງຍາກສ້າງຄວາມຮັ່ງມີ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ ເພື່ອການກຸສົນສັງຄົມ

ນາງ ຫງວຽນທິຮວິ່ງມາຍ ແມ່ຍິງຜູ້ເລີ່ມຕົ້ນທຸລະກິດ  ສ້າງຄວາມຮັ່ງມີຈາກສອງຝາມືເປົ່າ
17/10/2020

ເປີ່ເຢິ່ນຊິງ ແບບຢ່າງທີ່ດີເດັ່ນຢູ່ຕາແສງ ສິນເທົ່າ

(VOVWORLD) -ໂດຍໄດ້ຮັບຄວາມຮັກແພງ ແລະ ສະແດງຄວາມຮູ້ບຸນຄຸນຈາກຊາວທ້ອງຖິ່ນ ຍ້ອນວ່າທ່ານເຄີຍແມ່ນພະນັກງານ ທີ່ເປັນແບບຢ່າງ ມີຈິນຕະນາການໃໝ່ໃນການພັດທະນາເສດຖະກິດ ຊ່ວຍເຫຼືອພໍ່ແມ່ປະຊາຊົນ ກ່ຽວກັບວິທີທຳມາຫາກິນຢ່າງມີປະສິດທິຜົນ ເພ່ຶອຫຼຸດພົ້ນອອກຈາກຄວາມທຸກຢາກ. ນັ້ນແມ່ນທ່ານ ເປີ່ເຢິ່ນຊິງ ຊາວເຜົ່າ ຮ່າຍີ່ ອະດີດເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນຕາແສງ ສິນເທົ່າ ເມືອງ ເມືຶ່ອງແຍ້ ແຂວງ ດ້ຽນບຽນ

ເປີ່ເຢິ່ນຊິງ ແບບຢ່າງທີ່ດີເດັ່ນຢູ່ຕາແສງ ສິນເທົ່າ
10/10/2020

ໂຕຫິ໊ວ ນັກກະວີຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ

(VOVWORLD) - ນັກກະວີ ໂຕຫິ໊ວ (1920 - 2002) ໄດ້ຮັບການເຊີດຊູແມ່ນ “ນັກກະວີ ແຫ່ງການປະຕິວັດ”, “ນັກກະວີ ຂອງປະຊາຊົນ” “ຄັນທຸງຕໍ່ສູ້ຂອງກາບກອນປະຕິວັດ ຫວຽດນາມ”, “ຜູ້ມີຄຸນງາມຄວາມດີທຳອິດ ໃນການສ້າງພື້ນຖານກາບກອນປະຕິວັດ ຫວຽດນາມ”. ທ່ານໄດ້ອຸທິດສ່ວນຕະຫຼອດ “ຊີວິດ ເພື່ອການປະຕິວັດ - ສິລະປະ - ຄວາມຮັກ” , ກາຍເປັນ “ບຸກຄົນທີ່ດີເລີດໃນພື້ນຖານການປະຕິວັດ ຫວຽດນາມ”, “ນັກກະວີຂອງລັດທິວັດທະນະທຳມະນຸດປະຕິວັດ”. ທ່ານໄດ້ຮັບລາງວັນ ໂຮ່ຈີມິນ ປີ 1996 ຈາກລັດ ຫວຽດນາມ

ໂຕຫິ໊ວ ນັກກະວີຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ
03/10/2020

ພິທີໄຫວ້ບູຊາບັນພະບູລຸດ ເຊິ່ງແມ່ນພິທີກຳທີ່ສັກສິດ ຂອງພໍ່ແມ່ພີ່ນ້ອງເຜົ່າໂລໂລ ໃນແຂວງ ຮ່າຢາງ

(VOVWORLD) -ເຜົ່າໂລໂລ ແມ່ນຊົນເຜົ່າສ່ວນໜ້ອຍໃນແຂວງ ຮ່າຢາງ ດຳລົງຊີວິດຕົ້ນຕໍຢູ່ຕາແສງ ຫຼູງກູ໊ ເຂດພູພຽງຫີນ ດົ່ງວັນ ມີໄລຍະປະຫວັດສາດ ແລະ ການເຫຼື້ອມໃສມາແຕ່ດົນນານ ພ້ອມກັບພື້ນຖານວັດທະນະທຳພື້ນເມືອງທີ່ເປັນເອກະລັກ. ຊາວ ໂລໂລ ດຳລົງຊີວິດແບບປອງດອງສາມັກຄີ ກັບບັນດາເຜົ່າຢູ່ອ້ອມຂ້າງ ແຕ່ຊີວິດການເປັນຢູ່ເຂັ້ມຂົ້ນໄປດ້ວຍສີສັນຂອງເຜົ່າຕົນ. ເພື່ອເປັນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ, ຕາແສງ ຫຼູງກູ໊ ເມືອງ ດົ່ງວັນ ແຂວງ ຮ່າຢາງ ຫາກໍ່ຈັດພິທີໄຂວັນບຸນວັດທະນະທຳເຜົ່າ ໂລໂລ ແລະ ພິທີໄຫວ້ບູຊາບັນພະບູລຸດປີ 2020.

ພິທີໄຫວ້ບູຊາບັນພະບູລຸດ  ເຊິ່ງແມ່ນພິທີກຳທີ່ສັກສິດ ຂອງພໍ່ແມ່ພີ່ນ້ອງເຜົ່າໂລໂລ ໃນແຂວງ ຮ່າຢາງ
26/09/2020

ຊີວິດ ແລະ ພາລະກິດຂອງນັກປະພັນວັນນະຄະດີ ຫວູຕູ໊ນາມ

(VOVWORLD) -ນັກປະພັນວັນນະຄະດີ ຫວູຕູ໊ນາມ ເຊິ່ງແມ່ນຜູ້ມີທີ່ຄວາມເກັ່ງກ້າສາມາດ ຂອງພື້ນຖານວັນນະຄະດີ ຫວຽດນາມ, ແມ່ນປາຍປາກກາລຸ້ນທຳອິດ ຂອງຂະແໜງວັນນະຄະດີ ຫວຽດນາມ ຫາກໍ່ເຖິງແກ່ມໍລະນະກຳ ລວມອາຍຸໄດ້ 92 ປີ. ຄາວຍັງມີຊີວິດຢູ່ ທ່ານແມ່ນນັກປະພັນວັນນະຄະດີ, ນັກກະວີ, ນັກຂ່າວ ແລະ ໄດ້ເຂົ້າຮ່ວມວຽກງານການເມືອງໃນຖານະ ແມ່ນສະມາຊິກສະພາແຫ່ງຊາດຊຸດທີ 9

ຊີວິດ ແລະ ພາລະກິດຂອງນັກປະພັນວັນນະຄະດີ ຫວູຕູ໊ນາມ
19/09/2020

ສິລະປິນດີເລີດ ດັງເຢືອງ - ດາວດວງເດັ່ນ ໃນພື້ນຖານດົນຕີແຊມເບີ ແລະ ດົນຕີປະຕິວັດ ຫວຽດນາມ

(VOVWORLD) -ດ້ວຍສຽງສຳນຽງຊາຍສູງທີ່ເຂັ້ມແຂງ ແລະ ໄດ້ມາດຕະຖານ, ສິລະປິນດີເລີດ ດັງເຢືອງ ແມ່ນໜຶ່ງໃນບັນດານັກຮ້ອງແຖວໜ້າຂອງພື້ນຖານດົນ ແຊມເບີ, ດົນຕີປະຕິວັດ, 20 ປີ ປະກອບອາຊີບເປັນນັກຮ້ອງ ກໍ່ເປັນໄລຍະເວລາທີ່ ດັງເຢືອງ ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງຫວຽດນາມ VOV, ລາວໄດ້ນຳສຽງເພງຂອງຕົນຮັບໃຊ້ຜູ້ຟັງໃນທົ່ວປະເທດ

ສິລະປິນດີເລີດ  ດັງເຢືອງ - ດາວດວງເດັ່ນ ໃນພື້ນຖານດົນຕີແຊມເບີ ແລະ ດົນຕີປະຕິວັດ ຫວຽດນາມ
11/09/2020

ນັກເສບວີໂອລົງ ແອັງຕູ໊ - ຜູ້ມີຄວາມເມົາມົວກັບພື້ນຖານດົນຕີ

(VOVWORLD) -ວົງການນັກວິຊາການ ແລະ ສື່ມວນຊົນ ເມື່ອເຕື້ອງເຖິງ ແອັງຕູ໊ ແມ່ນນັກເສບວີໂອລົງ ທີ່ໃຊ້ຊີວິດແບບບໍ່ເປັນບ່ອນເປັນທີ່ ບໍ່ຄືກັນນັກສິລະປິນ ນັກເສບດົນຕີ ບໍ່ວ່າຜູ້ໃດ. ສ່ວນຜູ້ນິຍົມດົນຕີ ເມື່ອເວົ້າເຖິງ ແອັງຕູ໊ ແມ່ນມີຄວາມປະທັບໃຈດ້ວຍບົດດົນຕີ ກຣາດຊິກ, ດົນຕີດ້ວຍທຳນອງຣັອກ, ທຳນອງໂບເຣໂລ. ນັກເສບວີໂອລົງ ແອັງຕູ໊ ຫາກໍ່ຈຳໜ່າຍລາຍການສະແດງດົນຕີ “ທຳນອງດົນຕີປະເທດຊາດ” ເນື່ອງໃນໂອກາດວັນຊາດ ຫວຽດນາມ ວັນທີ 2 ກັນຍາ ເພື່ອອຸທິດສ່ວນໃຫ້ແກ່ຜູ້ນິຍົມດົນຕີ ດ້ວຍບັນດາທຳນອງທີ່ມ່ວນທີ່ສຸດ ໃນລະດູໃບໄມ້ຫຼົ່ນແຫ່ງປະຕິວັດ

ນັກເສບວີໂອລົງ ແອັງຕູ໊ - ຜູ້ມີຄວາມເມົາມົວກັບພື້ນຖານດົນຕີ
05/09/2020

ຮວ່າງທິຍຸງ - ແມ່​ຍິງ​ເຂດ​ພູ​ສູງສ້າງ​ເສດ​ຖະ​ກິດ​ເກັ່ງ

(VOVWORLD) -ໄລຍະທີ່ຜ່ານຂະບວນການຊາວກະສິກອນ ແຂ່ງຂັນທຳການຜະລິດ ດຳເນີນທຸລະກິດເກັ່ງ ໂດຍສະມາຄົມຊາວກະສິກອນຂັ້ນຕ່າງໆປຸກລະດົມ ໄດ້ມີກຳລັງແຜ່ກະຈາຍຢ່າງກວ້າງຂວາງ ແລະ ສົ່ງຜົນກະທົບຢ່າງຕັ້ງໜ້າ ເຖິງຊີວິດການເປັນຢູ່ຂອງສະມາຊິກ ສະມາຄົມຊາວກະສິກອນເຂດພູສູງ. ຈາກຂະບວນການນີ້ ໄດ້ປາກົດມີບັນດາຕົວແບບຊາວກະສິກອນ ສ້າງເສດຖະກິດເກັ່ງ ເຊິ່ງໄດ້ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຮູບແບບຟາມປະສົມຂອງຄອບຄົວນາງ ຮວ່າງທິຍຸງ ອາຍຸ 37 ປີ, ຊາວເຜົ່າ ຜູ້ໄທ ຢູ່ບ້ານ ຫ໊າດສອງ ຕາແສງ ຫ໊າດລິ່ວ ເມືອງ ຈ້າມເຕົ໊າ ແຂວງ ອຽນບ໊າຍ ດ້ວຍລາຍຮັບນັບຮ້ອຍລ້ານດົ່ງຕໍ່ປີ ກໍ່ແມ່ນຕົວແບບໜຶ່ງ

ຮວ່າງທິຍຸງ - ແມ່​ຍິງ​ເຂດ​ພູ​ສູງສ້າງ​ເສດ​ຖະ​ກິດ​ເກັ່ງ
29/08/2020

ຮວ່າງທິມິງຮົ່ງ ແລະ ການເດີນທາງຕ້ານປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ປີ 1997 ຮວ່າງທິມິງຮົ່ງ ຄາວນັ້ນມີອາຍຸພຽງ 24 ປີ ໄດ້ກາຍເປັນຊາວ ຫວຽດນາມ ຄົນທຳອິດໄດ້ໄປຮອດຂົ້ວໂລກໃຕ້ ພ້ອມກັບຄະນະນັກຜະຈົນໄພຄົ້ນຫາຂົ້ວໂລກໃຕ້ ລວມມີຊາວໜຸ່ມຫຼາຍຄົນ ຂອງປະເທດຕ່າງໆໃນໂລກ. ນັບແຕ່ນັ້ນມາຮອດປັດຈຸບັນ ເລື່ອງລາວກ່ຽວກັບການເດີນທາງຂອງນາງ, ກ່ຽວກັບທຸງຊາດທີ່ນາງນຳໄປຮອດຂົ້ວໂລກໃຕ້, ບັນດາການກະທຳຂອງນາງ ພາຍຫຼັງການເດີນທາງນັ້ນ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ຫຼາຍຄົນ ເຊິ່ງສ່ວນຫຼາຍແມ່ນໄວໜຸ່ມ

ຮວ່າງທິມິງຮົ່ງ ແລະ ການເດີນທາງຕ້ານປ່ຽນແປງຂອງດິນຟ້າອາກາດ