ອ້າຍທະຫານເປັນຜູ້ນຳໜ້າ ແລະ ເປັນແບບຢ່າງ ໃນສະໄໝສັນຕິພາບ
(VOVWORLD) - ຜ່ານຊຸມວັນເດືອນປີແຫ່ງສົງຄາມທີ່ດຸເດືອດ ແລະ ລຳບາກກາກກຳ ພ້ອມທັງຕ້ອງປະເຊີນໜ້າກັບຄວາມເຈັບປວດ ເມື່ອປ່ຽນແປງດິນຟ້າອາກາດ, ແຕ່ອ້າຍທະຫານເສຍອົງຄະປະເພດ 4/3 ຮວ່າງວຽດຕ໊ວານ ຢູ່ຕາແສງ ຊວັນລາຍ ເມືອງ ເຖະຊວັນ ແຂວງ ແທັງຮ໊ວາ ຍາມໃດກໍ່ມານະພະຍາຍາມເອົາຊະນະຕໍ່ພະຍາດໂລຄາ ປະກອບສ່ວນດ້ານສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອສ້າງສາບ້ານເກີດເມືອງນອນ ເພາະທ່ານ ຕ໊ວານ ຍາມໃດກໍ່ມີຄວາມສຳນຶກວ່າ ຍັງມີສຸຂະພາບ ກໍ່ສາມາດເຮັດວຽກໄດ້ ແລະ ສາມາດອຸທິດສ່ວນໄດ້










