ປະເທດຊາດ ແລະ ຊາວຫວຽດນາມ

30/05/2020

ກີມຟຸກແທັ່ງ - ທ່ານໝໍໜຸ່ມເຮັດຕາມແບບຢ່າງປະທານ ໂຮ່ຈີມິນ

(VOVWORLD) -ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ສຸດຈິດສຸດໃຈຕໍ່ວຽກງານ, ນັ້ນແມ່ນບັນດາຄຳຍ້ອງຍໍ ເຊິ່ງບັນດາເພື່ອນອາຊີບ ຢູ່ໂຮງໝໍເມືອງ ຖູດຶກ ນະຄອນ ໂຮ່ຈີມິນ ໄດ້ສະຫງວນໃຫ້ແກ່ທ່ານໝໍ ກີມຟຸກແທັ່ງ ຫົວໜ້າພະແນກແຜນການສັງລວມຂອງໂຮງໝໍ. ທ່ານໝໍໜຸ່ມຄົນນີ້ ຍັງແມ່ນຜູ້ໄດ້ສ້າງບັນດາຂີດໝາຍ ໃນວິຊາສະເພາະ ແລະ ໃນຂະບວນການອາສາສະໝັກ ຢູ່ໂຮງໝໍຂັ້ນເມືອງລະດັບໜຶ່ງ ແຫ່ງທຳອິດໃນທົ່ວປະເທດ . ດ້ວຍບັນດາການອຸທິດສ່ວນໃຫ້ແກ່ໂຮງໝໍ ແລະ ສັງຄົມ, ທ່ານໝໍ ກີມຟຸກແທັ່ງ ໄດ້ມີຄວາມເປັນກຽດກາຍເປັນໜຶ່ງໃນບັນດາແບບຢ່າງຕົວແບບ “ຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ເຊິ່ງຄະນະພັກນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍ ໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ກີມຟຸກແທັ່ງ - ທ່ານໝໍໜຸ່ມເຮັດຕາມແບບຢ່າງປະທານ ໂຮ່ຈີມິນ
23/05/2020

ລຸງ ເຈິ່ນວັນກາວ ກໍ່ສ້າງຫ້ອງທີ່ລະນຶກປະທານ ໂຮ່ຈີມິນ

(VOVWORLD) -ດ້ວຍຄວາມເຄົາລົບນັບຖື ແລະ ຮັກແພງທ່ານປະທານ ໂຮ່ຈີມິນ, ລຸງ ເຈິ່ນວັນກາວ ຊາວກະສິກອນຢູ່ບ້ານ ເຖາະເດື່ອງ ຕາແສງ ດ້າຍອຽນ ເມືອງ ເຈືອງໝີ ນະຄອນຮ່າໂນ້ຍໄດ້ສະຫງວນເວລາຫຼາຍປີເພື່ອກໍ່ສ້າງຫ້ອງທີ່ລະນຶກ ກ່ຽວກັບເພິ່ນ. ຫ້ອງທີ່ລະນຶກນີ້ໄດ້ເກັບຮັກສາ ແລະ ວາງສະແດງຮູບຖ່າຍນັບຮ້ອຍແຜ່ນ ກ່ຽວກັບປະທານ ໂຮ່ຈີມິນ ໂດຍທ່ານໄດ້ເກັບກຳມາຫຼາຍປີ

ລຸງ ເຈິ່ນວັນກາວ ກໍ່ສ້າງຫ້ອງທີ່ລະນຶກປະທານ ໂຮ່ຈີມິນ
23/05/2020

ຄວາມໝາຍຂອງເຕົາໄຟ, ເຮືອນຮ້ານໃນການດຳລົງຊີວິດ ຂອງຊາວເຜົ່າ ຜູ້ໄທ

(VOVWORLD) -ຕາມປະເພນີແລ້ວ ຊາວເຜົ່າ ຜູ້ໄທ ເຄີຍຢູ່ເຮືອນຮ້ານ. ໃນເຮືອນຮ້ານແຕ່ລະຫຼັງເຄີຍມີເຮືອນຄົວສອງຫ້ອງ. ນອກຈາກມີຄຸນປະໂຫຍດ ເພື່ອປຸງແຕ່ງອາຫານແລ້ວ, ເຮືອນຄົວຍັງແມ່ນຄວາມງາມໃນຈິດສຳນຶກຂອງຊາວເຜົ່າ ຜູ້ໄທ ແຕ່ລະຄົນ

ຄວາມໝາຍຂອງເຕົາໄຟ, ເຮືອນຮ້ານໃນການດຳລົງຊີວິດ ຂອງຊາວເຜົ່າ ຜູ້ໄທ
16/05/2020

ນາຍພົນບຳນານ ແລະ ເຮືອນ 1.000 ຫຼັງ ທີ່ສະຫງວນໃຫ້ເພື່ອນຮ່ວມກົມກອງ

(VOVWORLD) -ພົນຈັດຕະວາ ເລແທັງເຊີນ ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຫົວໜ້າບັນຊາກອງບັນຊາການທະຫານແຂວງ ເກິ່ນເທີ, ອະດີດຫົວໜ້າບັນຊາການກອງພັນ ເຕິຍໂດ ພ້ອມກັບເພື່ອນຮ່ວມກົມກອງຂົນຂວາຍ, ກໍ່ສ້າງເຮຶອນແຫ່ງສາຍຈິດສາຍໃຈ ໄດ້ກວ່າ 1.000 ຫຼັງ. ໄລຍະທາງ 17 ປີແຫ່ງການໄປຂົນຂວາຍ, ປຸກສ້າງເຮືອນດ້ວຍອະນຸສອນຫຼາຍຢ່າງ. ຄວາມເບີກບານມ່ວນຊື່ນຂອງທ່ານໄດ້ທະວີຄູນຂຶ້ນ ເມື່ອມີເຮືອນຂອງເພື່ອນຮ່ວມກົມກອງ ໄດ້ຖືກກໍ່ສ້າງສຳເລັດ

ນາຍພົນບຳນານ ແລະ ເຮືອນ 1.000 ຫຼັງ ທີ່ສະຫງວນໃຫ້ເພື່ອນຮ່ວມກົມກອງ
09/05/2020

ນັກສິລະປິນປະຊາຊົນ ດ່າມລຽນ ດາວດວງເດັ່ນຂອງສິລະປະລະຄອນຕ່ວງ ຫວຽດນາມ

(VOVWORLD) - ເວທີສະແດງລະຄອນຕ່ວງ ຫວຽດນາມ ຫາກໍ່ຖືກສູນເສຍນັກສິລະປິນຍິງ ທີ່ເກັ່ງກ້າສາມາດ ນັ້ນແມ່ນນັກສິລະປິນປະຊາຊົນ ດ່າມລຽນ. ນາງໄດ້ຮັບຖືວ່າ ແມ່ນດາວດວງເດັ່ນຂອງສິລະປະລະຄອນຕ່ວງ ຫວຽດນາມ, ນາງໄດ້ຮັບຄວາມນິຍົມນັບຖືຈາກວົງການນັກສິລະປິນ ຜູ້ນິຍົມລະຄອນຕ່ວງ

ນັກສິລະປິນປະຊາຊົນ ດ່າມລຽນ ດາວດວງເດັ່ນຂອງສິລະປະລະຄອນຕ່ວງ ຫວຽດນາມ
02/05/2020

ນາງ ຫຼໍ່ທິເຝີ໋ ຜູ້ສຸມຈິດສຸມໃຈ ຮັກສາສີສັນວັດທະນະທຳເຜົ່າຂາງ

(VOVWORLD) -ຊົນເຜົ່າຂາງ ຢູ່ເມືອງ ກວິ່ງຍາຍ ແຂວງ ເຊີນລາ ມີບັນດາຮີດຄອງປະເພນີ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ. ແຕ່ຍ້ອນມີຫຼາຍປັດໄຈສົ່ງຜົນກະທົບ, ດັ່ງນັ້ນ ບາງງານບຸນປະເພນີ, ສິລະປະຟ້ອນລຳທຳເພງຂອງພໍ່ແມ່ພີ່ນ້ອງ ພວມຢືນຢູ່ຕໍ່ໜ້າຄວາມສູນຫາຍໄປ. ດ້ວຍຄວາມເປັນຫ່ວງຕໍ່ສະພາບການນີ້, ນາງ ຫຼໍ່ທິເຝີ໋ ຊາວເຜົ່າຂາງ ຢູ່ຕາແສງ ເຈື່ອງເອີນ ໄດ້ສຸມຈິດສຸມໃຈໄປທົ່ວທຸກໝູ່ບ້ານຊາວເຜົ່າຂາງ ເພື່ອຂົນຂວາຍສ້າງຕັ້ງກອງສິລະປະຊົນເຜົ່າ ອັນໄດ້ປະກອບສ່ວນຮັກສາວັດທະນະທຳຂອງເຜົ່າຕົນ

ນາງ ຫຼໍ່ທິເຝີ໋ ຜູ້ສຸມຈິດສຸມໃຈ ຮັກສາສີສັນວັດທະນະທຳເຜົ່າຂາງ
01/05/2020

ນາຍ​ຊ່າງບໍ່​ຖ່ານ​ຫີນ​ປະ​ຈຸ​ບັນ​ສືບ​ຕໍ່​ພັດ​ທະ​ນາ​ມູນ​ເຊື້ອ

(VOVWORLD) -ໃນຊຸມປີຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ບັນດານາຍຊ່າງບໍ່ຖ່ານຫີນຢູ່ແຂວງ ກວ໋າງນິງ ຖືກຖືວ່າ ແມ່ນກຳລັງກຳມະກອນອຸດສາຫະກຳທຳອິດ ໃນຊົນຊັ້ນກຳມະກອນຫວຽດນາມ. ດ້ວຍນ້ຳໃຈສາມັກຄີ, ອົດທົນແລະ ມີການຈັດຕັ້ງວິໄນຢ່າງໜັກແໜ້ນ ບັນດາກຳມະກອນໄດ້ລຸກ ຂຶ້ນຕໍ່ສູ້, ຈັດການຢຸດງານຂະໜາດໃຫ່ຍເມື່ອປີ 1963 ບັງຄັບໃຫ້ອຳນາດການປົກຄອງລ່າເມືອງຂຶ້ນ ແລະ ເຈົ້າຂອງບໍ່ຖ່ານຫີນຕ້ອງຍອມຮັບການປະລາໄຊ, ປະນີປະນອມບັນດານາຍຊ່າງບໍ່ຖ່ານຫີນ. ໄຊຊະນະຂອງຊົນຊັ້ນກຳມະກອນເວົ້າລວມ ແລະ ຂອງນາຍຊ່າງເຂດບໍ່ຖ່ານຫີນ ກວ໋າງນິງ ເວົ້າສະເພາະ ແມ່ນຄວາມເອກອ້າງທະນົງໃຈ, ແມ່ນການລະດົມກຳລັງໃຈທີ່ໃຫ່ຍຫຼວງສຳລັບກຳມະກອນບໍ່ຖ່ານຫີນລຸ້ນຕ່າງໆ. ສືບຕໍ່ພັດທະນາມູນເຊື້ອດັ່ງກ່າວ, ກຳມະກອນບໍ່ຖ່ານຫີນລຸ້ນ ປະຈຸບັນ ຍັງຮັກສານ້ຳໃຈອອກແຮງງານຢ່າງໝັ້ນຄົງ, ມີຫົວຄິດປະດິດສ້າງໃນການອອກແຮງງານ, ກ້າປະເຊີນໜ້າກັບສິ່ງທ້າທາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ ສືບຕໍ່ປະກອບສ່ວນເຂົ້າໃນກິດຈະການສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.

ນາຍ​ຊ່າງບໍ່​ຖ່ານ​ຫີນ​ປະ​ຈຸ​ບັນ​ສືບ​ຕໍ່​ພັດ​ທະ​ນາ​ມູນ​ເຊື້ອ
25/04/2020

ນັກສິລະປະການປະຊາຊົນ ເຈິ່ນວັນໂດະ - ຜູ້ຮັກສາອາຊີບເຮັດເຄື່ອງປັ້ນດິນເຜົາ ບາດຈ່າງ

(VOVWORLD) -ດ້ວຍຄວາມໝົກໝົ່ນກັບອາຊີບເຮັດເຄື່ອງປັ້ນດິນເຜົາເປັນເວລາກວ່າ 50 ປີ, ນັກສິລະປະການປະຊາຊົນ ເຈິ່ນວັນໂດະ ຢູ່ຕາແສງ ບາດຈ່າງ ເມືອງ ຢາເລິມ ຮ່າໂນ້ຍ ໄດ້ສ້າງໃຫ້ມີສາງມໍລະດົກ ເຊິ່ງລວມມີເຄື່ອງປັ້ນດິນເຜົາກວ່າ 70 ປະເພດ, ໃນນັ້ນມີຫຼາຍປະເພດມີຄ່າຫາຍາກ ເຊິ່ງທ່ານໄດ້ຄົ້ນຄວ້າບູລະນະຟື້ນຟູ ເຄື່ອງປັ້ນດິນເຜົາຫຼາຍຢ່າງໃຫ້ສຳເລັດຜົນ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາອັນເປັນເອກະລັກ ມີສີສັນ ຫວຽດນາມ ທີ່ໄດ້ສ້າງເປັນຮູບປະທຳ ຈາກສີມືອັນຄ່ອງແຄ້ວຂອງທ່ານ ໄດ້ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ

ນັກສິລະປະການປະຊາຊົນ ເຈິ່ນວັນໂດະ -  ຜູ້ຮັກສາອາຊີບເຮັດເຄື່ອງປັ້ນດິນເຜົາ ບາດຈ່າງ
18/04/2020

ຫວ່າງອາປ່າວ ປະຕິບັດໜ້າທີ່ຕ້ານໂລກລະບາດ

(VOVWORLD) -ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ອ້າຍ ຫວ່າງອາປ່າວ ຢູ່ບ້ານ ຊາລາຍ ຕາແສງ ຈຽງຊວນ ເມືອງ ເວິນໂຮ່ ແຂວງ ເຊີນລາ ຍັງຄົງລຸຍຕົມເກືອກບວກ ລົງໄປແຕ່ລະຄອບຄົວ ເພື່ອໂຄສະນາແນະນຳໃຫ້ພໍ່ແມ່ພີນ້ອງ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19. ກໍ່ຍ້ອນກຳແໜ້ນສະພາບການຢູ່ໝູ່ບ້ານ, ດັ່ງນັ້ນ ຫວ່າງອາປ່າວ ສາມາດລາຍງານເຖິງການນຳແຂວງ ເພື່ອຕ້ອນຮັບແຮງງານນັບ 10 ຄົນ ກັບມາບ້ານຈາກ ຈີນ ເຂົ້າເຂດແຍກຕົວລວມໝູ່, ສະກັດກັ້ນໂລກລະບາດຢູ່ຂັ້ນຮາກຖານ

ຫວ່າງອາປ່າວ ປະຕິບັດໜ້າທີ່ຕ້ານໂລກລະບາດ
11/04/2020

ນັກດົນຕີ ຟອງຫຍ໊າ - ຜູ້ສ້າງພື້ນຖານໃຫ້ແກ່ດົນຕີອະນຸຊົນ

(VOVWORLD) -ນັກດົນຕີ ຟອງຫຍ໊າ ແມ່ນໜຶ່ງໃນບັນດາຜູ້ສ້າງພື້ນຖານ ແລະ ນຳໜ້າໃນຂະບວນການປະພັນດົນຕີ ໃຫ້ອະນຸຊົນ ນັບຕັ້ງແຕ່ທົດສະວັດທີ 40 ຂອງສະຕະວັດກ່ອນ. ທ່ານ ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 28 ມີນາ ປີ 2020 ຢູ່ ຮ່າໂນ້ຍ ລວມອາຍຸ 96 ປີ. ຕະຫຼອດຊີວິດຂອງທ່ານ ໄດ້ຕິດພັນກັບການເຄື່ອນໄຫວຂອງເຍົາວະຊົນ ອະນຸຊົນ

ນັກດົນຕີ ຟອງຫຍ໊າ - ຜູ້ສ້າງພື້ນຖານໃຫ້ແກ່ດົນຕີອະນຸຊົນ