ທ່ານ ຮວິ່ງວັນແດດ ຊາວກະສິກອນຕົວແບບໃນແຂວງ ເບນແຈ
(VOVWORLD) -ດ້ວຍຄວາມດຸໝັ່ນຂະຫຍັນພຽນ ປະຢັດມັດທະຍັດ ຜ່ານຜ່າຄວາມຫຍຸ້ງຍາກ, ພະຍາຍາມອອກແຮງງານ ເພື່ອສ້າງຊີວິດໃຫ້ອີ່ມໜຳສຳລານ ແລະ ຜາສຸກ ພ້ອມທັງເບິ່ງແຍງຊ່ວຍເຫຼືອຜູ້ທຸກຍາກ, ນີ້ກໍ່ແມ່ນຄຸນທາດທີ່ດີເດັ່ນຂອງທ່ານ ຮວິ່ງວັນແດດ ອາຍຸ 57 ປີ ຢູ່ບ້ານ ຝູເລິ້ຍເທື້ອງ, ຕາແສງ ອານດິ້ງ, ເມືອງ ໝໍ໋ເກິຍນາມ, ແຂວງ ເບນແຈ. ທ່ານ ແດດ ໄດ້ຮັບການເຊີດຊູແມ່ນຕົວແບບທີ່ດີເດັ່ນ ຂອງທ້ອງຖິ່ນໃນການປະຕິບັດບັ້ນຂົນຂວາຍຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ










