ປະເທດຊາດ ແລະ ຊາວຫວຽດນາມ

02/02/2019

ບຸນ​ເຂົ້າ​ໃໝ່ປະ​ເພ​ນີ​ທີ່​ເປັນເອ​ກະ​ລັກ​ສະ​ເພາະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ຊົນ​ເຜົ່າ ໄຕ່

(VOVWORLD) -ບຸນເຂົ້າໃໝ່ ແມ່ນງານບຸນທີ່ສຳຄັນທີ່ສຸດໃນລະບົບບັນດາງານບຸນປະເພນີຂອງ ປະຊາຊົນຫວຽດນາມ. ສຳລັບພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່ ທີ່ດຳລົງຊີວິດຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ແລ້ວ, ຕາມປົກກະຕິ ບຸນເຂົ້າໃໝ່ ແມ່ນໄດ້ຈັດຂຶ້ນໃນເດືອນ 9, ເດືອນ 10 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ ດ້ວຍຈຸດປະສົງຊົມເຊີຍລະດູການປູກຝັງໄດ້ຮັບຄວາມສະດວກແລະ ສົມມະນາຄຸນບັນດາເທວະດີຟ້າແຖນດົນບັນດານໃຫ້ປະຊາຊົນມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ.

ບຸນ​ເຂົ້າ​ໃໝ່ປະ​ເພ​ນີ​ທີ່​ເປັນເອ​ກະ​ລັກ​ສະ​ເພາະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ຊົນ​ເຜົ່າ ໄຕ່
26/01/2019

​ນັກ​ກິ​ລາຍິງ ປັນ​ຈັກ​ຊິ​ລັດ​​ທີ່ເກັ່ງ​ກ້າ​ສາ​ມາດ​ຂອງ ຊາວ​ຊົນ​ເຜົ່າ ຜູ້​ໄທ

(VOVWORLD) -ນັກກິລາ ກວ່າງທິທູເຫງັຍ ໄດ້ປະກອບສ່ວນນຳທິມຊາດ ປັນຈັກຊິລັດ ຫວຽດນາມ ຂຶ້ນຢືນຢູ່ອັນດັບທີ 2 ໃນຈຳນວນ 60 ປະເທດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.

​ນັກ​ກິ​ລາຍິງ ປັນ​ຈັກ​ຊິ​ລັດ​​ທີ່ເກັ່ງ​ກ້າ​ສາ​ມາດ​ຂອງ ຊາວ​ຊົນ​ເຜົ່າ ຜູ້​ໄທ
19/01/2019

ນາຂັ້ນໄດ ຮວ່າງຊູຟີ່, ການປະດິດຄິດສ້າງອັນລ້ຳເລີດຂອງບັນດາຊົນເຜົ່າສ່ວນໜ້ອຍ

(VOVWORLD) -ກ້າວເຂົ້າສູ່ລະດູເກັບກ່ຽວ, ເມືື່ອຕົ້ນເຂົ້າຢູ່ນາຂັ້ນໄດ ຮວ່າງຊູຟີ່ ເລີ່ມປ່ຽນມາເປັນສີເຫຼືອງສຸກນັ້ນກໍແມ່ນເວລາທີ່ດຶງດູດແຂກທ່ອງທ່ຽວມາຊົມທິວທັດອັນງາມຕາທີ່ເປັນເອກະລັກພິເສດນີ້ຫຼາຍທີ່ສຸດ ເຊິ່ງມີພຽງແຕ່ແຫ່ງດຽວຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ແຂກທ່ອງທ່ຽວມານີ້ ບໍ່ພຽງແຕ່ໄດ້ທັດສະນະຢ້ຽມຊົມເທົ່ານັ້ນ, ຫາກຍັງມີໂອກາດໄດ້ຊອກຮູ້ກ່ຽວກັບການດຳລົງຊີວິດ, ການອອກແຮງງານ, ຮີດຄອງປະເພນີວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້, ຊື່ງແມ່ນຜູ້ທີ່ໄດ້ປະດິດຄິດສ້າງໃນການເຮັດເປັນນາຂັ້ນໄດໃຫ້ມີຄວາມສວຍງາມຈັບອົກຈັບໃຈ.

ນາຂັ້ນໄດ ຮວ່າງຊູຟີ່, ການປະດິດຄິດສ້າງອັນລ້ຳເລີດຂອງບັນດາຊົນເຜົ່າສ່ວນໜ້ອຍ
12/01/2019

ບຸນເຕັດປະເພນີຂອງຊາວເຜົ່າ ຮ່າຍີ່ ຢູ່ ລາຍເຈົາ

(VOVWORLD) -ໃນຮູບພາບຫຼາກຫຼາຍສີສັນຂອງ 20 ຊົນເຜົ່າຢູ່ ລາຍເຈົາ, ຊາວເຜົ່າ ຮ່າຍີ່ ໄດ້ເປັນທີ່ຮູ້ຈັກຍ້ອນຄວາມອຸດົມສົມບູນ, ຫຼາກຫຼາຍກ່ຽວກັບສີສັນວັດທະນະທຳທາງດ້ານພູຜາປ່າໄມ້, ບັນດາງານບຸນປະເພນີ… ໃນນັ້ນ ສິ່ງທີ່ຕ້ອງເວົ້າເຖິງນັ້ນແມ່ນ ບຸນເຕັດປະເພນີ “ກໍ໊ແຍ່ຈ່າ” ຕາມປົກກະຕິຈະຈັດຂຶ້ນໃນທ້າຍເດືອນ 10, ຕົ້ນເດືອນ 11 ໄລ່ຕາມຈັນທະປະຕິທິນ, ເພື່ອຈັດໃສ່ໃຫ້ຖືກກັບມື້ໂຕມັງກອນ.

ບຸນເຕັດປະເພນີຂອງຊາວເຜົ່າ ຮ່າຍີ່ ຢູ່ ລາຍເຈົາ
29/12/2018

ສິລະປະໃນການເຮັດ ພິນຕິ໊ງ ຂອງຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ

(VOVWORLD) -ພິນຕິ໊ງ ແມ່ນເຄື່ອງດົນຕີປະເພດຫນຶ່ງທີ່ພົ້ນເດັ່ນຂອງພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່, ນຸ່ງ, ຜູ້ໄທ ເວົ້າລວມ. ພິນຕິ໊ງໄດ້ໃຊ້ເຂົ້າໃນຊີວິດແຫ່ງຈິດວິນຍານ, ໃນງານບຸນ, ການຮ້ອງລຳທຳເພງ, ຂັບກ້ຽວ, ຜູກມິດ.

ສິລະປະໃນການເຮັດ ພິນຕິ໊ງ ຂອງຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ
22/12/2018

ພະອາຈານ ທິກດົ່ງເຕິ໊ນ, ຜູ້ທີ່ເຕັມໄປດ້ວຍຈິດໃຈເມດຕາປານີ

(VOVWORLD) -ຕາມພະທຳຄຳສັ່ງສອນພຸດທະສາສະໜາ, ດ້ວຍຈິດໃຈເມດຕາ, ກະລຸນນາຂອງພະອາຈານ” ທິກດົ່ງເຕິ໊ນ, ເຈົ້າອາວາດວັດ ດຶກໂບ໋ນ ອາລານ ຍ໊າ (ເມືອງ ບູ່ດັງ, ແຂວງ ບິ່ງເຟືອກ) ຍາມໃດກໍຖືວຽກງານການກຸສົນ, ຊ່ວຍເຫຼືອຄົນທຸກຍາກ ແມ່ນພາລະໜ້າທີ່ຂອງນັກບວດ. ພະອາຈານ ທິກດົ່ງເຕິ໊ນ ໄດ້ກາຍເປັນຜູ້ເຊື່ອມຕໍ່ລະຫວ່າງຈິດເມດຕາຂອງບັນດາພຸດທະສາສະນິກກະຊົນທີ່ຢູ່ໃກ້ ແລະ ໄກ ກັບເດັກນ້ອຍທຸກຍາກຫຼາຍຄົນຢູ່ ບູ່ດັງ ເພື່ອໃຫ້ພວກນ້ອງໄດ້ມີເງື່ອນໄຂໃນການດຳລົງຊີວິດທີ່ດີກວ່າ.

ພະອາຈານ ທິກດົ່ງເຕິ໊ນ, ຜູ້ທີ່ເຕັມໄປດ້ວຍຈິດໃຈເມດຕາປານີ
15/12/2018

ສິລະປະໃນການເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນເຜົ່າ ກາວລານ, ແຂວງ ບັ໊ກຢາງ

(VOVWORLD) -ແຕ່ກີ້ແຕ່ກ່ອນ, ຊາວເຜົ່າ ກາວລານ ຢູ່ບ້ານ ແຄແງ, ຕາແສງ ລຸກເຊີນ, ເມືອງ ລຸກນາມ, ແຂວງ ບັ໊ກຢາງ ດຳລົງຊີວິດແບບກຸ້ມຕົນເອງ, ຍ້ອນແນວນັ້ນ, ປະຊາຊົນຈຶ່ງເຮັດອາຊີບຫັດຖະກເກັ່ງໄດ້ຫຼາຍຢ່າງ, ໃນນັ້ນ ມີອາຊີບເຮັດເຈ້ຍສາ. ຕາມບັນດາຜູ້ອາຍຸສູງແລ້ວ, ອາຊີບເຮັດເຈ້ຍສາໃນເມື່ອກ່ອນ ແມ່ນຂະຫຍາຍຕົວ ແລະ ໄດ້ຮັບຄວາມນິຍົມທີ່ສຸດ. ແຂກທ່ອງທ່ຽວທີ່ມາຈາກແຂວງ ກວ໋າງນິງ, ຫ໋າຍຟ່ອງ, ຮ່າໂນ້ຍ ກໍມາຊອກຊື້ເຈ້ຍສາທີ່ມີຄຸນນະພາບດີຂອງຊາວເຜົ່າ ກາວລານ ຢູ່ທີ່ນີ້ເປັນຈໍານວນຫຼວງຫຼາຍ. ບົດຂຽນຂອງ ເລເຟືອງ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ສິລະປະໃນການເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນ ກາວລານ, ແຂວງ ບັ໊ກຢາງ”.

ສິລະປະໃນການເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນເຜົ່າ ກາວລານ, ແຂວງ ບັ໊ກຢາງ
08/12/2018

ອິດທິພົນອຳນາດຂອງເຈົ້າກົກເຈົ້າເຫຼົ່າຊາວ ບານາ, ເຂດ ໄຕງວຽນ

(VOVWORLD) -ໄດ້ກາຍເປັນປະເພນີນັບຮ້ອຍໆປີມາແລ້ວ, ແຕ່ລະຄຸ້ມບ້ານຂອງບັນດາຊົນເຜົ່າຢູ່ ໄຕງວຽນ (ເຂດພູພຽງທິດຕາເວັນຕົກ) ລ້ວນແຕ່ມີເຈົ້າກົກເຈົ້າເຫຼົ່າຄົນຫນຶ່ງ ເຊິ່ງເປັນຜູ້ນຳໜ້າຂອງຄຸ້ມບ້ານ. ແຕ່ຄາວຍັງໜຸ່ມ ເຂົາເຈົ້າອາດຈະແມ່ນນັກຮົບຜູ້ພິລະອາດຫານ ຫຼື ບັນດາຜູ້ທຳການຜະລິດເກັ່ງ. ເມື່ອມີອາຍຸສູງ, ເຂົາເຈົ້າກາຍເປັນບັນດາເຈົ້າກົກເຈົ້າເຫຼົ່າ ທີ່ມີອິດທິພົນອຳນາດ - ອິດທິພົນອຳນາດທີ່ບໍ່ຖືລັກສະນະຂີດໝາຍຂອງສິດອຳນາດບາດໃຫຍ່ ແຕ່ເລີ່ມມາຈາກຄວາມນິຍົມຊົມຊອບ ແລະ ເຄົາລົບນັບຖື. ເຂົາເຈົ້າແມ່ນສາງບົດຮຽນໃນການຜະລິດ, ການປະພຶດ, ທັກທາຍ ແລະ ເປັນສູນກາງແຫ່ງຄວາມສາມັກຄີວົງຄະນະຍາດໃນຄຸ້ມບ້ານ.

ອິດທິພົນອຳນາດຂອງເຈົ້າກົກເຈົ້າເຫຼົ່າຊາວ ບານາ, ເຂດ ໄຕງວຽນ
01/12/2018

ອະນຸລັກຮັກສາອາຊີບເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນເຜົ່າ ຢ້າວ, ເມືອງ ບັ໊ກກວາງ, ແຂວງ ຮ່າຢາງ

(VOVWORLD) -ຊົນເຜົ່າ ຢ້າວ ຢູ່ແຂວງ ຮ່າຢາງ ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າ ເຊິ່ງສະແດງອອກໂດຍຜ່ານຮີດຄອງປະເພນີ ແລະ ອາຊີບດັ້ງເດີມຫຼາຍຢ່າງ. ໃນນັ້ນ ມີອາຊີບເຮັດເຈ້ຍ “ສາ” ເຊິ່ງແມ່ນເຈ້ຍຫັດຖະກຳຊະນິດໜຶ່ງ ແລະ ເຮັດມາຈາກຕົ້ນຊາງລໍ (ຕະກຸນຕົ້ນໄຜ່, ຕົ້ນເຮ້ຍ) ເພື່ອໃຊ້ໃນວັນບຸນຕ່າງໆຄື ບຸນມອບຍົດສັກ, ບຸນພາວະນາຂໍຄວາມສະຫງົບສຸກຕາມຮີດຄອງປະເພນີຂອງຊາວເຜົ່າ ຢ້າວ.

ອະນຸລັກຮັກສາອາຊີບເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນເຜົ່າ ຢ້າວ, ເມືອງ ບັ໊ກກວາງ, ແຂວງ ຮ່າຢາງ
24/11/2018

ເອື້ອຍ ເຈິ່ນເຟືອງລານ - ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ 2018

(VOVWORLD) -ເອື້ອຍ ເຈິ່ນເຟືອງລານ ດຳລົງຊີວິດຢູ່ເຮືອນເລກທີ 340 ຖະຫນົນ ເລຢ໋ວນ, ຕາແສງ ເກື໋ອນາມ, ເມືອງ ຮວ່ານກ໊ຽມ, ແມ່ນຜູ້ເປັນແມ່ທີ່ມີຈິດໃຈເມດຕາປານີອັນສູງສົ່ງ. ເອື້ອຍ ລານ ໄດ້ຮັບລ້ຽງເດັກຊາຍຄົນໜຶ່ງ ເປັນພະຍາດໂປ່ງພອງມາແຕ່ເກີດ ເອີ້ນຫຍໍ້ວ່າ ພະຍາດ EB (Epidermolysis Bullosa) ທີ່ຖືກຄອບຄົວປ່ອຍປະຕັ້ງແຕ່ເມື່ອກຳເນີດອອກມາ ແລະ ເປັນຜູ້ໃຫ້ການຊ່ວຍເຫຼືອເດັກທີ່ເປັນພະຍາດດັ່ງກ່າວນັບສິບໆຄົນໃນທົ່ວປະເທດ. ຫວ່າງມໍ່ໆມານີ້, ເອື້ອຍ ເຈິ່ນເຟືອງລານ ກໍເປັນກຽດໄດ້ຮັບນາມມະຍົດ “ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ” ປີ 2018 ໂດຍ ນະຄອນຫຼວງ ຮ່າໂນ້ຍ ມອບໃຫ້.

ເອື້ອຍ ເຈິ່ນເຟືອງລານ - ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ 2018