ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງ ສາກົນ ຄັ້ງທີ 4
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ຕອນແລງວັນທີ 4 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງ ສາກົນຄັ້ງທີ 4, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.










