ວັດທະນະທໍາ

01/02/2021

ບັນດາປະເພນີ ໃນວັນບຸນປີໃໝ່ປະຈຳຊາດ ຫວຽດນາມ

(VOVWORLD) -ບຸນປີໃໝ່ປະຈຳຊາດ ຫວຽດນາມ(ຫຼືບຸນເຕັດ) ແມ່ນວັນບຸນທີ່ສຳຄັນທີ່ສຸດຂອງ ຫວຽດນາມ. ໃນໃນໂອກາດນີ້ຊາວ ຫວຽດນາມ ກໍ່ມີຫຼາຍປະເພນີ ເພື່ອແນໃສ່ພາວະນາໃຫ້ປີໃໝ່ມີແຕ່ຄວາມສະຫງົບສຸກ ຄວາມຈະເລີນ ແລະ ໂຊກດີ. ໃນຊຸມວັນບຸນເຕັດ ທຸກໆຄົນໃນຄອບຄົວເຖິງວ່າຈະຢູ່ໃສກໍ່ຕາມ ແຕ່ກໍ່ລ້ວນແຕ່ກັບມາເຕົ້າໂຮມກັບຄອບຄົວ ພ້ອມກັນຢ້ຽມຢາມຖາມຂ່າວກັບຍາດຕິພີ່ນ້ອງ ອວຍພອນອາຍຸຍືນ ແລະ ພາກັນໄປວັດໄປວາ ຂໍໃຫ້ມີຄວາມໂຊກດີໃນປີໃໝ່

ບັນດາປະເພນີ ໃນວັນບຸນປີໃໝ່ປະຈຳຊາດ ຫວຽດນາມ
25/01/2021

ງານວາງສະແດງບັນດາວັດຖຸພັນວາດພາບເຖິງ ກອງປະຊຸມໃຫຍ່ 12 ສະໄໝຂອງພັກຄອມມູນິດຫວຽດນາມ

(VOVWORLD) -ງານວາງສະແດງຫົວເລື່ອງ “ພັກຄອມມູນິດຫວຽດນາມ - ຈາກກອງປະຊຸມໃຫຍ່ຫາກອງປະຊຸມໃຫຍ່”ພວມຖຶກຈັດຂຶ້ນຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ທີ່ເຮືອກເລກທີ 25 ຖະໜົນຕົງດ່ານຮ່າໂນ້ຍ. ເຫດການນີ້ ໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດສົມທົບກັບກົມສຳເນົາເອກະສານຫ້ອງວ່າການສູນການພັກຈັດຕັ້ງຂຶ້ນ ເພື່ອຂ່ຳນັບຮັບຕອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ.

ງານວາງສະແດງບັນດາວັດຖຸພັນວາດພາບເຖິງ ກອງປະຊຸມໃຫຍ່ 12 ສະໄໝຂອງພັກຄອມມູນິດຫວຽດນາມ
18/01/2021

ນັກເສບດົນຕີ ຫງວຽນຫວິງບ໋າວ ຜູ້ມີການປະກອບສ່ວນ ຢ່າງໃຫຍ່ຫຼວງ ໃຫ້ແກ່ພື້ນຖານດົນຕີ ພື້ນເມືອງ

(VOVWORLD) -ນັກເສບດົນຕີ ຫງວຽນຫວິງບ໋າວໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 7 ມັງກອນ ປີ 2021 ຢູ່ເຮືອນສ່ວນຕົວທີ່ນະຄອນ ກາວແຫຼ໊ງ ແຂວງ ດົ່ງທາບ ລວມອາຍຸ 104 ປີ. ທ່ານແມ່ນນັກສິລະປິນທີ່ມີຄວາມເກັ່ງກ້າສາມາດຂອງພຶື້ນຖານສິລະປະຂັບເດີນກາຕາຍຕື໋ ພາກໃຕ້. ນັກເສບດົນຕີ ຫງວຽນຫວິງບ໋າວຍັງແມ່ນນັກຄົ້ນຄວ້າດົນຕີ, ສາດສະດາຈານສອນວິຊາດົນຕີພື້ນເມືອງ ແລະ ກໍ່ແມ່ນນັກສິລະປະການຜະລິດເຄື່ອງດົນຕີ.

ນັກເສບດົນຕີ ຫງວຽນຫວິງບ໋າວ ຜູ້ມີການປະກອບສ່ວນ ຢ່າງໃຫຍ່ຫຼວງ ໃຫ້ແກ່ພື້ນຖານດົນຕີ ພື້ນເມືອງ
11/01/2021

ແຂວງ ບັກກ້ານ ອະນຸລັກຮັກສາ ສິລະປະ ຂັບແທນ ພິນຕິ໊ງ

(VOVWORLD) -ເມື່ອບໍ່ດົນມານີ້ ນັກສິລະປະການ ແລະ ບັນດາຜູ້ນິຍົມສິລະປະຂັບແທນນັບຮ້ອຍຄົນຢູ່ບັນດາແຂວງເຂດພາກເໜືອ ຫວຽດນາມ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງຂັບແທນ ພິນຕິ໊ງ ແລະ ບັນດາທຳນອງເພງພື້ນເມືອງເຂດພູດອຍທາງພາກເໜືອ ໂດຍສູນວັດທະນະທຳແຂວງ ບັກກ້ານ ເປັນເຈົ້າພາບຈັດຂຶ້ນ. ລາຍການໄດ້ສະແດງໃຫ້ເຫັນຄວາມດຶງດູດໃຈ ຂອງບັນດາປະເພດວັດທະນະທຳຊົນເຜົ່ານີ້ ໃນການດຳລົງຊີວິດຂອງປະຊາຊົນ ກໍ່ຄືບັນດາບົດບາດຂອງສະໂມສອນ, ບັນດາກຸ່ມຜູ້ນິຍົມຮັກສາ ແລະ ແຜ່ຂະຫຍາຍສິລະປະຂັບແທນຫວຽດບັກ

ແຂວງ ບັກກ້ານ ອະນຸລັກຮັກສາ ສິລະປະ ຂັບແທນ ພິນຕິ໊ງ
04/01/2021

ປຸກລະດົມຂະບວນການແຂ່ງຂັນຮັກຊາດ ໃນວົງຄະນາຍາດພໍ່ແມ່ພີ່ນ້ອງຊາວກາໂຕລິກ

(VOVWORLD) - ສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ເມື່ອບໍ່ດົນມານີ້ ໄດ້ຈັດກອງປະຊຸມແຂ່ງຂັນທົ່ວປະເທດຍ້ອງຍໍ ຊົມເຊີຍແບບຢ່າງວຽກດີຄົນເດັ່ນ ໃນໝູ່ພໍ່ແມ່ພີ່ນ້ອງຊາວກາໂຕລິກ ຄັ້ງທີ 5 ໄລຍະ 2015 – 2020. 5 ປີທີ່ຜ່ານມາຂະບວນການດັ່ງກ່າວໄດ້ຮັບການເປີດກວ້າງ ໃນໝູ່ພໍ່ແມ່ພີນ້ອງຊາວກາໂຕລິກ ຢູ່ທົ່ວປະເທດ ດ້ວຍບັນດາຮູບການທີ່ອຸດົມສົມບູນ ແລະ ມີເນື້ອໃນຕິດແທດຕົວຈິງ

ປຸກລະດົມຂະບວນການແຂ່ງຂັນຮັກຊາດ ໃນວົງຄະນາຍາດພໍ່ແມ່ພີ່ນ້ອງຊາວກາໂຕລິກ
28/12/2020

ດັກລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຄ້ອງ

(VOVWORLD) -ພາຍຫຼັງປະຕິບັດມະຕິຂອງສະພາປະຊາຊົນແຂວງດັກລັກກ່ຽວກັບການອະນຸລັກແລະເສີມຂະຫຍາຍວັດທະນະທຳຄ້ອງມາເປັນເວລາ 5 ປີ, ການອະນຸລັກມໍລະດົກນີ້ ຢູ່ແຂວງດັກລັກໄດ້ບັນລຸໝາກຜົນທີ່ຕັ້ງໜ້າ. ຜ່ານນັ້ນໄດ້ປະກອບສ່ວນຟື້ນຟູວັດທະນະທຳຄ້ອງໃນຊີວິດຊຸມຊົນເທື່ອລະກ້າວ

ດັກລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຄ້ອງ
21/12/2020

ແຂວງກວ໋າງນິງອະນຸລັກຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເພື່ອພັດທະນາການທ່ອງທ່ຽວ

(VOVWORLD) -ກວ໋າງນິງມີລະບົບການທ່ອງທ່ຽວ, ມໍລະດົກວັດທະນະທຳທີ່ອຸດົມສົມບູນຫຼາຍຮູບຫຼາຍສີ. ປີນີ້ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ດັ່ງນັ້ນ ບັນດາການເຄື່ອນໄຫວວັດທະນະທຳ, ງານບຸນເກືອບທັງໝົດຕ້ອງຢຸດຊົ່ວຄາວ, ບັນດາປູຊະນີຍະສະຖານ ເຂດທ່ອງທ່ຽວທຳມະຊາດໄດ້ຢຸດການຕ້ອນຮັບແຂກເປັນໄລຍະຍາວ. ເພື່ອຍາດແຍ່ງເອົາໂອກາດນີ້ ແຂວງກວ໋າງນິງໄດ້ເພີ່ມທະວີການລົງທຶນບູລະນະປະຕິສັງຂອນບັນດາປູຊະນີຍະສະຖານ, ມໍລະດົກວັດທະນະທຳເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ກາຍເປັນເຄື່ອງໝາຍສະເພາະຂອງແຂວງ

ແຂວງກວ໋າງນິງອະນຸລັກຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເພື່ອພັດທະນາການທ່ອງທ່ຽວ
07/12/2020

ເຂດບ໊າຍກ້ອຍ - ສະຖານທີ່ປະສານກັນລະຫວ່າງ ບັນດາພື້ນຖານວັດທະນະທຳ

(VOVWORLD) -ເຂດບ໊າຍກ້ອຍ ແມ່ນກຸ່ມຮ່ອງຮອຍສະຖານບູຮານຄະດີ ເຊິ່ງລວມມີ ເຂດບ໊າຍກ້ອຍ ແລະ ບັນດາສະຖານທີ່ອ້ອມຂ້າງຄື ບ໊າຍລ່ອຍ, ບ໊າຍໂຝຍໆ ຂຶ້ນກັບຕາແສງ ຊວນວຽນ ເມືອງ ງີຊວນ ແຂວງ ຮ່າຕິ໊ງ. ບ໊າຍກ້ອຍຍັງແມ່ນຮ່ອງຮອຍສະຖານບູຮານຄະດີພິເສດ ເພາະວ່ານີ້ແມ່ນສະຖານທີ່ປະສານກັນ ລະຫວ່າງບັນດາພື້ນຖານວັດທະນະທຳໃນສະໄໝປະຖົມບູຮານຢູ່ ຫວຽດນາມ

ເຂດບ໊າຍກ້ອຍ - ສະຖານທີ່ປະສານກັນລະຫວ່າງ ບັນດາພື້ນຖານວັດທະນະທຳ
30/11/2020

ອະນຸລັກ ແລະ ພັດທະນາຊຸດອາພອນເສື້ອຍາວປະເພນີ

(VOVWORLD) - ເມື່ອເວົ້າເຖິງຊຸດອາພອນປະເພນີຂອງ ຫວຽດນາມ ຜູ້ຄົນທັງຫຼາຍກໍ່ຄິດເລີຍເຖິງຊຸດເສື້ອຍາວ. ຊຸດເສື້ອຍາວ ຫວຽດນາມ ໄດ້ຕິດພັນກັບໄລຍະປະຫວັດສາດ ແລະ ມູນເຊື້ອວັດທະນະທຳຂອງຊາດ. ນັບແຕ່ໃດໆມາ ຊຸດເສື້ອຍາວຍາມໃດກໍ່ໄດ້ຮັບການອະນຸລັກ ແລະ ພັດທະນາຕາມແຕ່ລະໄລຍະປະຫວັດສາດຂອງປະເທດຊາດ. ຊຸມປີມໍ່ໆມານີ້ ບັນຫາອະນຸລັກພັດທະນາຊຸດເສື້ອຍາວປະເພນີ ກໍ່ໄດ້ຖືກເຕື້ອງຖືກຫຼາຍກວ່າໝູ່

ອະນຸລັກ ແລະ ພັດທະນາຊຸດອາພອນເສື້ອຍາວປະເພນີ
23/11/2020

ອະນຸລັກເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານລະດັບຊາດ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ

(VOVWORLD) -ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແມ່ນກຸ່ມມໍລະດົກປະກອບດ້ວຍ ປູຊະນີຍະສະຖານປະເພດຕ່າງໆຫຼາຍກວ່າ 100 ແຫ່ງ, ມີເຮືອນເກົ່ານັບພັນຫຼັງ ທີ່ມີຄຸນຄ່າທາງດ້ານສະຖາປັດຕະຍາກຳ. ປີ 2004 ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດ. ນັບຕັ້ງແຕ່ຈຸດເວລານີ້ ວຽກງານຄົ້ນຄວ້າລົງທຶນ ຊອກຫາວິທີອະນຸລັກເສີມຂະຫບາຍຄຸນຄ່າ ໄດ້ຮັບການຜັນຂະຫຍາຍຢ່າງຄົບສຸດ

ອະນຸລັກເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານລະດັບຊາດ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ