ເຂົ້າເໝົ້າ - ຂອງຕ້ອນມີລົດຊາດພິເສດສະເພາະຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ.
(VOVWORLD) -ເຂົ້າເໝົ້າແມ່ນຂອງຕ້ອນທີ່ເຕົ້າໂຮມສິ່ງທີ່ຍອດຂອງລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ມີລົດຊາດພິເສດສະເພາະ, ຮັກສາຈຸດວັດທະນະທຳອາຫານການກິນຂອງຊາວນະຄອນຫຼວງ. ເຂົ້າເໝົ້າຍັງສະແດງໃຫ້ເຫັນຄວາມນິ້ມນວນອ່ອນໂຍນຂອງຊາວນະຄອນຫຼວງ ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນລະດູໃບໄມ້ຫຼົນຢູ່ ຮ່າໂນ້ຍ, ເຮັດໃຫ້ຜູ້ຄົນທັງຫຼາຍຄິດເຖິງອະນຸສອນທີີ່ລຽບງ່າຍ ແຕ່ມີຄວາມງາມໃນຈິດໃຈຂອງແຕ່ລະຄົນ.










