ສະຖານະການ ການເມືອງ

31/03/2022

ສືບ​ຕໍ່ຍູ້​ແຮງວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

(VOVWORLD) -ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນຄວາມຕັດສິນໃຈດ້ານການເມືອງ ໂດຍ ພັກ, ລັດ ຫວຽດນາມ ໄດ້ກຳນົດນັບແຕ່ມື້ທຳອິດທີ່ສະຖາປະນາປະເທດຊາດ. ດ້ວຍຄວາມຕັດສິນໃຈນັ້ນ, ວຽກງານຕໍ່ສູ້ ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ພວມສືບຕໍ່ໄດ້ຮັບການຍູ້ແຮງຢູ່ ຫວຽດນາມ ນັບທັງໄລຍະປະເທດຊາດຕ້ອງປະເຊີນຫນ້າກັບໂລກລະບາດສັບສົນ ແລະ ຄວາມຫຍຸ້ງຍາກໃຫມ່ຫລາຍຢ່າງທີ່ເກີດຂຶ້ນ.

ສືບ​ຕໍ່ຍູ້​ແຮງວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ
30/03/2022

ທ່າ​ອ່ຽງ​ຟື້ນ​ຟູພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດ​ນາມ ນັບ​ມື້​ນັບ​ຈະ​ແຈ້ງ​

(VOVWORLD) -ວັນທີ 29 ມີນາ, ກົມໃຫຍ່ສະຖິຕິ ຫວຽດນາມ (ກະຊວງແຜນການ ແລະ ການລົງທຶນ) ໄດ້ປະກາດຕົວເລກການເຕີບໂຕ GDP ໃນ 3 ເດືອນຕົ້ນປີ 2022. ຕາມນັ້ນແລ້ວ, ການເຕີບໂຕ GDP ໄດ້ລື່ນກາຍຄາດໝາຍ 5% ແລະ ຄ່ອຍໆເພີ່ມຂຶ້ນໃນແຕ່ລະໄຕມາດ. ສິ່ງນີ້ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມຢູ່ໃນທ່າຟື້ນຟູ ແລະ ແມ່ນຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ ເພື່ອໃຫ້ເສດຖະກິດບໍ່ພາດຈັ່ງຫວະກັບທ່າຟື້ນຟູ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ.

ທ່າ​ອ່ຽງ​ຟື້ນ​ຟູພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດ​ນາມ ນັບ​ມື້​ນັບ​ຈະ​ແຈ້ງ​
29/03/2022

ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ

(VOVWORLD) - ໃນຊຸມວັນຜ່ານມາ, ວິວັດການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ (ຫຼືຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ JCPOA ທີ່ໄດ້ລົງນາມເມື່ອປີ 2015), ບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ, ພ້ອມທັງມີກຳລັງໜູນໃໝ່ທີ່ໜ້າສົນໃຈຕື່ມອີກ. ໂອກາດເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມສຸດທ້າຍກ່ຽວກັບການເຊື່ອມຕໍ່ປະຕິບັດຂໍ້ຕົກລົງ JCPOA ພວມໄດ້ຮັບຖືວ່າຢູ່ໃນລະດັບສູງ.

ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ
25/03/2022

ກອງ​ປະ​ຊຸມ​ສຸດຍອດ NATO ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ກາ​ນ​ປະ​ທະ​ກັນ ລ​ະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

(VOVWORLD) - ວັນທີ 24 ມີນາ, ກອງປະຊຸມສຸດຍອດ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຖືກໄຂຂຶ້ນຢູ່ ບຣຸກແຊນ, ປະເທດແບນຊິກ. ນີ້ແມ່ນເຫດການເປີດສາກໃຫ້ແກ່ການຈັດກອງປະຊຸມສຸດຍອດຄັ້ງຕ່າງໆ ເຊິ່ງລວມມີ ກອງປະຊຸມກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (EU), ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden. ເນື້ອໃນຈຸດສຸມຂອງກອງປະຊຸມທີ່ຈັດຂຶ້ນໃນຄັ້ງນີ້ແມ່ນເພື່ອແນໃສ່ຊອກຫາມາດຕະການເພື່ອຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດຢູ່ ຢູແກຼນ.

ກອງ​ປະ​ຊຸມ​ສຸດຍອດ NATO ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ກາ​ນ​ປະ​ທະ​ກັນ ລ​ະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ
24/03/2022

ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕໍ່​ຫ​ນ້າ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ນະ​ໂຍ​ບາຍ​ກົດ​ໝາຍ​ຫວຽດ​ນາມ

(VOVWORLD) -ສະພາບການປ່ຽນແປງຂອງດິນຟ້າອາກາດ ປະຈຸບັນ ບໍ່ແມ່ນບັນຫາຂອງທ້ອງຖິ່ນ ຫລື ຂອງສະເພາະປະເທດໃດຫນຶ່ງອີກແລ້ວ ຫາກມັນໄດ້ກາຍເປັນເລື່ອງລາວຂອງທົ່ວມວນມະນຸດ, ໃນນັ້ນ ມີຫວຽດນາມ. ການປົກປັກຮັກສາສິ່ງແວດລ້ອມເວົ້າລວມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນສິດທິມະນຸດ ຊື່ງ ຫວຽດນາມ ໄດ້ ແລະ ພວມປະຕິບັດດ້ວຍຫລາຍມາດຕະການແຕກຕ່າງກັນ ບົນບັນດາຫລັກການພື້ນຖານ, ໃນນັ້ນ ມີຫລັກການ ລັດຮັບຮູ້ ແລະ ປົກປ້ອງສິດທິມະນຸດໄດ້ມີຊີວິດໃນສິ່ງແວດລ້ອມປອດໂປ່ງ.

ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕໍ່​ຫ​ນ້າ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ນະ​ໂຍ​ບາຍ​ກົດ​ໝາຍ​ຫວຽດ​ນາມ
23/03/2022

ຫວຽດ​ນາມ ອອກ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ກ່​ວາ

(VOVWORLD) - ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.

ຫວຽດ​ນາມ ອອກ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ກ່​ວາ
22/03/2022

ທ່າ​ອ່ຽງ​ສັນ​ຕິ​ພາບ, ໄກ່​ເກ່ຍ ຢູ່ ຕາ​ເວັນ​ອອກ​ກາງ

(VOVWORLD) -ວັນທີ 18 ມີນາ ຜ່ານມາ, ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ມີການຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE) ຄັ້ງປະຫວັດສາດ. ເພາະນີ້ແມ່ນການຢ້ຽມຢາມປະເທດ ອາຣັບ ແລະ ເຂດອ່າວເປີເຊຍ ຄັ້ງທຳອິດຂອງປະທານາທິບໍດີ ຊີຣີ ໃນຮອບເວລາ 10 ປີ ຜ່ານມາ, ພາຍຫຼັງທີ່ ຊີຣີ ເກີດສົງຄາມພາຍໃນ ແລະ ຖືກປົດອອກຈາກການເປັນສະມາຊິກ ສະຫະລັດ ອາຣັບ ເອມມີເລດ ໃນປີ 2011. ດ້ວຍຄວາມໝາຍພິເສດນັ້ນ, ການຢ້ຽມຢາມຄັ້ງນີ້ ໄດ້ຮັບຖືວ່າ ແມ່ນການຜັນປ່ຽນຢ່າງຕັ້ງໜ້າ, ສ້າງຂີດໝາຍແກ່ການເຊື່ອມໂຍງຄືນໃໝ່ຂອງ ຊີຣີ ກັບພາກພື້ນ ແລະ ປະຊາຄົມສາກົນ, ພ້ອມທັງແຜ່ຂະຫຍາຍທ່າອ່ຽງໄກ່ເກ່ຍ ເຊິ່ງພວມຄ່ອຍໆເປັນຮູບເປັນຮ່າງຂຶ້ນຢູ່ ຕາເວັນອອກກາງ.

ທ່າ​ອ່ຽງ​ສັນ​ຕິ​ພາບ, ໄກ່​ເກ່ຍ ຢູ່ ຕາ​ເວັນ​ອອກ​ກາງ
21/03/2022

ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ພວມພັດທະນາຢ່າງດີງາມ.

ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ໃຫ້ຂຶ້ນສູ່ລະດັບສູງໃໝ່
18/03/2022

ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) - ຕໍ່ໜ້າການກະທົບຈາກການແຜ່ລາມທີ່ສັບສົນຂອງໂລກລະບາດໂຄວິດ 19 ແລະ ບັນດາການຜັນແປດ້ານພູມມີສາດການເມືອງສາກົນ, ເປັນຕົ້ນແມ່ນວິກິດການ ລັດເຊຍ-ຢຸແກຼນ ນັ້ນ, ລັດຖະບານຫຼາຍປະເທດໃນໂລກ ພວມຮີບເຮັ່ງດຳເນີນບັນດາມາດຕະການຮັບມືຢ່າງຂ້ຽວຂາດ ເພື່ອແນໃສ່ເປົ້າໝາຍອັນດັບໜຶ່ງ ແມ່ນປັບປຸງ ແລະ ຮັກສາທ່າຟື້ນຟູເສດຖະກິດ ທີ່ຫາກໍ່ໄດ້ພັດທະນາຄືນໃໝ່ໃນທ້າຍປີ 2021, ຕົ້ນປີ 2022.

ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ