ບົດຖະແຫລງປະກາດເອກະລາດເມື່ອວັນທີ 2/9/1945 ມີ ຄຸນຄ່າທີ່ຍືນຍົງຄົງຕົວຕະຫລອດການ
(VOVWORLD) - ກ່ອນນີ້ 76 ປີເຕັມ, ວັນທີ 2 ກັນຍາ ປີ 1945, ຢູ່ ສະຫນາມຫລວງ ບາດີ່ງ, ທ່ານປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດແຫ່ງ ສາທາລະນະລັດປະຊາທິປະໄຕຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ. ຄຽງຂ້າງຄວາມໝາຍພິເສດນັ້ນແມ່ນ ໄດ້ຖະແຫລງກັບໂລກກ່ຽວກັບການສະຖາປະນາປະເທດຫວຽດນາມ ທີ່ເອກະລາດ, ເສລີພາບ, ບົດຖະແຫລງປະກາດເອກະລາດ ຍັງມີຄຸນຄ່າປະຫວັດສາດ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງ, ສະແດງໃຫ້ເຫັນສະຕິປັນຍາ ແລະ ວິໄສທັດຂ້າມຍຸກສະໄຫມຂອງປະທານ ໂຮ່ຈີມິນ ອິກດ້ວຍ.










