ສະຖານະການ ການເມືອງ

19/08/2021

ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ

(VOVWORLD) -ການປະຕິວັດເດືອນສິງຫາ ແລະ ການສ້າງຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມໃນລະດູໃບໄມ້ຫລົ່ນປີ 1945 ໄດ້ສ້າງບາດລ້ຽວປະຫວັດສາດ, ເຮັດໃຫ້ຊະຕາກຳຂອງປະເທດ ແລະ ຂອງຊາດຫວຽດນາມ ປ່ຽນແປງໂດຍພື້ນຖານ. ໄຊຊະນະຂອງ ການປະຕິວັດເດືອນສິງຫາ ໄດ້ຢັ້ງຢືນບົດບາດສຳຄັນຂອງພັກກອມມູນິດ ຫວຽດນາມ ໃນການວາງອອກແນວທາງປົດປ່ອຍຊາດອັນຖືກຕ້ອງ, ເຕົ້ມໂຮມຄວາມສາມັກຄີກຳລັງແຮງຂອງທົ່ວປວງຊົນ ແລະ ມີວິທີການຕໍ່ສູ້ຢ່າງເໝາະສົມເພື່ອສ້າງກຳລັງແຮງສັງລວມ ພ້ອມທັງໃຫ້ກຳລັງໃຈປະຊາຊົນທົ່ວປະເທດຍາດໄດ້ໄຊຊະນະ. ບັນດາບົດຮຽນເຫຼົ່ານີ້ຍັງຄົງມີຄຸນຄ່າ ແລະ ພວມໄດ້ຮັບການເສີມຂະຫຍາຍຢ່າງແຮງໃນກິດຈະການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດປະຈຸບັນ.

ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ
18/08/2021

ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ມີ​ການ​ກະ​ທຳ​, ​​ຮັບ​ໃຊ້ປະ​ຊາ​ຊົນ

(VOVWORLD) - ວັນທີ 11 ສິງຫາ ທີ່ຜ່ານມາ, ລັດຖະບານ ອາຍຸການ 2021 – 2026 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທຳອິດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຍົກອອກຢ່າງຈະແຈ້ງຄວາມຕັດສິນໃຈໃນການສ້າງລັດຖະບານແຫ່ງການປ່ຽນແປງໃໝ່, ມີການກະທຳ, ມີປະສິດທິຜົນ, ຮັບໃຊ້ປະຊາຊົນ. ກ່ອນໜ້ານັ້ນ, ນັບແຕ່ເວລາ ລັດຖະບານ ອາຍຸການ 2021 – 2026 ຫາກໍ່ໄດ້ຮັບການບູລະນະ, ຄວາມຕັດສິນໃຈນີ້ ໄດ້ສະແດງໃຫ້ເຫັນຜ່ານເລື່ອງລັດຖະບານ ສຸມທຸກແຫຼ່ງກຳລັງ, ຄວາມມານະພະຍາຍາມເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19, ແກ້ໄຂບັນດາຂໍ້ຕິດຂັດເພື່ອພັດທະນາເສດຖະກິດ.

ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ມີ​ການ​ກະ​ທຳ​, ​​ຮັບ​ໃຊ້ປະ​ຊາ​ຊົນ
17/08/2021

ສະ​ຖາ​ນະ​ການ​ໃໝ່ຢູ່ ອາ​ບ​ກາ​ນິດ​ສະ​ຖານ

(VOVWORLD) -ພາຍຫຼັງຫຼາຍໆເຫດການທີ່ເກີດຂຶ້ນຢ່າງໄວວາໃນຊຸມວັນນີ້, ວັນທີ 15 ສິງຫາ, ກຳລັງ ຕາລີບານ ໄດ້ປະກາດສິ້ນສຸດສົງຄາມ ແລະ ຍາດໄດ້ສິດຄວບຄຸມປະເທດ ອາບການິດສະຖານ ຢ່າງສິ້ນເຊີງ. ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ຍອມຮັບຄວາມປະລາໄຊ ແລະ ໄດ້ເດີນທາງອອກຈາກປະເທດນີ້. ເປັນອັນວ່າ, ພາຍຫຼັງໄລຍະ 20 ກວ່າ ປີທີ່ຖືກກອງທັບ ອາເມລິກາ ໂຄ່ນລົ້ມ, ຕາລີບານ ໄດ້ກັບຄືນມາກຳອຳນາດບໍລິຫານປະເທດຊາດ, ເປີດສະຖານະການໃໝ່ຢູ່ປະເທດ ອາຊີໃຕ້ນີ້.

ສະ​ຖາ​ນະ​ການ​ໃໝ່ຢູ່ ອາ​ບ​ກາ​ນິດ​ສະ​ຖານ
16/08/2021

ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ

(VOVWORLD) -ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ສ້າງເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໜູນຊ່ວຍບັນດາວິສາຫະກິດກ່ຽວກັບກົນໄກເພື່ອຮັກສາ, ຟື້ນຟູ ແລະ ພັດທະນາການຜະລິດ.

ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ
13/08/2021

ວິ​ກິດ​ການ ອາບ​ກາ​ນິດ​ສະ​ຖານ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ

(VOVWORLD) -ຖືກຕາມການຄາດຄະເນ, ກຳລັງ ຕາລີບານ ກຳລັງເພີ່ມທະວີຈັດບັ້ນບຸກໂຈມຕີ ແລະ ເປີດກວ້າງສິດຄວບຄຸມຢ່າງຕໍ່ເນື່ອງຢູ່ ອາບການິດສະຖານ. ຄວາມສ່ຽງທີ່ພວກຕາລີບານ ອາດຈະຢຶດຄອງນະຄອນຫຼວງ Kabul ແລະ ຍາດໄດ້ສິດຄວບຄຸມປະເທດ ອາບການິດສະຖານ ແມ່ນນັບມື້ນັບຈະແຈ້ງຂຶ້ນກວ່າເກົ່າ.

ວິ​ກິດ​ການ ອາບ​ກາ​ນິດ​ສະ​ຖານ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ
12/08/2021

ທຸກສິ່ງທຸກຢ່າງແມ່ນເພື່ອເປົ້າໝາຍລວມ ສ້າງສາປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງ

(VOVWORLD) - ວັນທີ 11 ສິງຫາ ປີ 2021, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021- 2026. ໃນບົດກ່າວປາໄສຢູ່ກອງປະຊຸມແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກ: ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມສາມັກຄີ ເປັນເອກະພາບສູງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວນັບແຕ່ຂັ້ນເທິງຈົນລົງຮອດຂັ້ນລຸ່ມ ເພື່ອຜັນຂະຫຍາຍບັນດາຫນ້າທີ່ຂອງປະເທດ, ຂອງຊາດ.

ທຸກສິ່ງທຸກຢ່າງແມ່ນເພື່ອເປົ້າໝາຍລວມ ສ້າງສາປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງ
11/08/2021

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​​ສົນ​ທະ​ນາ​ຮ່ວມ​ມື​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ທະ​ເລ

(VOVWORLD) -ຄວາມໝັ້ນຄົງໃນທະເລພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີບັນດາການຂັດແຍ້ງກັນທາງດ້ານເຂດນ້ຳແດນດິນ ແລະ ລະເມີດຢ່າງໜັກຕໍ່ອະທິປະໄຕຜືນແຜ່ນດິນ. ຮັກສາ ແລະ ເພີ່ມທະວີຄວາມໝັ້ນຄົງທາງທະເລ ແມ່ນຜົນປະໂຫຍດ, ແມ່ນໜ້າທີ່ຮີບດ່ວນ ແລະ ບົດບາດຄວາມຮັບຜິດຊອບລວມ ຂອງທົ່ວປະຊາຄົມສາກົນ. ບັນດາການຂັດແຍ້ງກັນໃນທະເລ, ລວມມີ ທະເລຕາເວັນອອກ, ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ. ນີ້ກໍ່ແມ່ນສານຂອງ ຫວຽດນາມ ໂດຍຜູ້ນຳລັດຖະບານໄດ້ຍົກອອກມາຢູ່ ວາລະປຶກສາຫາລືເປີດຂັ້ນສູງສຸດທາງໄກ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ຊຸກຍູ້ຄວາມໝັ້ນຄົງທາງທະເລ: ຂົງເຂດການຮ່ວມມືສາກົນ” ທີ່ໄດ້ດຳເນີນໃນວັນທີ 9 ສິງຫາ.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​​ສົນ​ທະ​ນາ​ຮ່ວມ​ມື​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ທະ​ເລ
10/08/2021

ບົດສຳພາດທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ກ່ຽວກັບກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່

(VOVWORLD) - ກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນການສືບຕໍ່ມູນເຊື້ອສາມັກຄີ ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະໃໝ່, ໄລຍະສ້າງສາ ແລະ ພັດທະນາຂອງທັງສອງປະເທດ. ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະ ປຊຊ ຫວຽດນາມ ສະຫງວນໃຫ້ແກ່ພັກ, ລັດ ແລະ ປຊຊ ລາວ.

ບົດສຳພາດທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ກ່ຽວກັບກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່
09/08/2021

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ

(VOVWORLD) - 2 ປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ສາມັກຄີຮ່ວມແຮງຮ່ວມໃຈ, ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ພ້ອມກັນພັດທະນາ ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ
06/08/2021

ໂລກ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ຄວາມ​​ສະ​ເໝີ​ພາບໃນ​ການ​ຈັດ​ແບ່​ງວັກ​ຊິນ

(VOVWORLD) -ໃນໄລຍະເວລາກ່ວາໜຶ່ງປີເຄິ່ງຜ່ານມາ, ໂລກລະບາດໂຄວິດ - 19 ໄດ້ຄຸມຄາມໄປທົ່ວໂລກ ດ້ວຍໄວຣັດສາຍພັນໃໝ່ຫຼາຍລຸ້ນທີ່ອັນຕະລາຍ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ບັນດາຄວາມຄິດທີ່ວ່າ ເມື່ອສາມາດຜະລິດວັກຊິນກັນພະຍາດໂຄວິດ - 19 ໄດ້ນັ້ນ ຈະຊ່ວຍດັບມອດໂລກລະບາດໄດ້ໂດຍໄວ, ແຕ່ວ່າ ເລື່ອງໂລກນຳໃຊ້ວັກຊິນຍັງບໍ່ທັນເໝາະສົມ, ບໍ່ສະເໝີພາບກັນນັ້ນ ໄດ້ເຮັດໃຫ້ໂລກລະບາດຍັງບໍ່ທັນສູນຫາຍໄປໃນຂອບເຂດທົ່ວໂລກ ແລະ ໂລກລະບາດໂຄວິດ - 19 ໄດ້ເຜີຍໃຫ້ເຫັນຄວາມບໍ່ເໝີພາບຢ່າງຮ້າຍແຮງ ລະຫວ່າງບັນດາປະເທດ ແລະ ຄວາມສະເໝີພາບ ໃນການຈັດແບ່ງວັກຊິນນັ້ນ ແມ່ນບັນຫາທີ່ຍາກຈະແກ້ໄຂໄດ້.

ໂລກ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ຄວາມ​​ສະ​ເໝີ​ພາບໃນ​ການ​ຈັດ​ແບ່​ງວັກ​ຊິນ