ບືນຂຶ້ນຈາກຄວາມເຈັບປວດຂອງທາດພິດສີສົ້ມ
(VOVWORLD) -ວັນທີ 10 ສິງຫາ ຂອງທຸກໆປີ ແມ່ນວັນລະນຶກເຖິງວັນວິນາດສະກຳທາດພິດສີສົ້ມຢູ່່ຫວຽດນາມ. ປີ 2020, ແມ່ນຄົບຮອບ 59 ປີ ແຫ່ງວັນກອງທັບ ອາເມລິກາ ຫວ່ານທາດພິດເຄມີລົງດິນແດນພາກໃຕ້ຫວຽດນາມ (10/8/1961 – 10/08/2020), ສະນັ້ນ ໄດ້ມີກິດຈະກໍາ, ການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງເພື່ອເບິ່ງແຍງດູແລໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຖືກດໍາເນີນຢູ່ທ້ອງຖິ່ນ, ສະມາຄົມຂັ້ນຕ່າງໆ. ຫຼາຍນະໂຍບາຍກໍຄ່ອຍໆໄດ້ສ້າງໃຫ້ສົມບູນແບບເພື່ອໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ແລະ ລູກຫຼານຂອງເຂົາເຈົ້າໄດ້ມີຊີວິດທີ່ດີງາມກວ່າເກົ່າ.









