ຂີດໝາຍດີເດັ່ນຂອງຫວຽດນາມບົນເວທີປາໄສຫຼາຍຝ່າຍໃຫ່ຍກ່ວາໝູ່ໃນໂລກ
(VOVWORLD) - ວັນທີ 20 ກັນຍາປີ 1977, ທຸງຊາດຫວຽດນາມ ໄດ້ປິວສະບັດຢູ່ສຳນັກງານ ສປຊ ທີ່ນີວຢອກ. 43 ປີທີ່ຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ ແລະ ສປຊ ບັນລຸໄດ້ບາດກ້າວເດີນຫຼາຍຢ່າງ. ຈາກປະເທດທີ່ພຽງແຕ່ໄດ້ເຂົ້າຮ່ວມນັ້ນ, ຫວຽດນາມ ຄ່ອຍໆຢັ້ງຢືນທີ່ຕັ້ງບົດບາດຂອງປະເທດສະມາຊິກໜຶ່ງເປັນເທື່ອລະກ້າວ, ນັບມື້ນັບໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີການປະກອບສ່ວນອັນແທດຈິງ ເຂົ້າໃນການພັດທະນາຢ່າງໃຫ່ຍຫຼວງ ແລະ ເຂັ້ມແຂງຂອງ ສປຊ.









