ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ສ.ເກົາຫຼີ: ແບບຢ່າງການຮ່ວມມືລະຫວ່າງລັດຖະສະພາ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 31 ຕຸລາ- ວັນທີ 4 ພະຈິກ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດເວົ້າລວມ, ລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ ໃນສະພາບການທີ່ທັງສອງປະເທດໄດ້ພ້ອມກັນສູ້ຊົນບັນລຸເປົ້າໝາຍຄວບຄູ່ຄື: ການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ການພັດທະນາເສດຖະກິດ.










