ບຸລິມະສິດແຫຼ່ງກຳລັງເພື່ອເພີ່ມລະດັບຄວາມໄວໃນການພັດທະນາເສດຖະກິດປີ 2021
(VOVWORLD) - ວັນທີ 28 ທັນວາ, ລັດຖະບານ ຫວຽດນາມ ໄດ້ຈັດວາລະປະຊຸມນັດສາມັນຄັ້ງສຸດທ້າຍຂອງປີ 2020, ໃນນັ້ນ, ໄດ້ເຕື້ອງເຖິງໜ້າທີ່ຈຸດສຸມ ເພື່ອພັດທະນາເສດຖະກິດສັງຄົມແມ່ນ “ສືບຕໍ່ສຸມໃສ່ປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ຮັກສາສຸຂະພາບຂອງປະຊາຊົນ, ທັງນຳໃຊ້ບັນດາກາລະໂອກາດໃຫ້ເປັນຢ່າງດີ, ມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໃນສະພາບການປົກກະຕິໃໝ່” ເພື່ອແນໃສ່ບັນລຸເປົ້າໝາຍການເຕີບໂຕແຕ່ 6-7% ໃນປີ 2021”.










