ຫວຽດນາມ ແລະ ບັນດາຂີດໝາຍໃນບົດບາດເປັນປະທານອາຊຽນ 2020
(VOVWORLD) -ຕອນບ່າຍວັນທີ 15 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢູ່ຮ່າໂນ້ຍ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 4 ວັນ. ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດຄັ້ງນີ້ ພ້ອມກັບຜົນງານຂອງທັງປີ 2020 ໄດ້ຍົກໃຫ້ເຫັນນ້ຳໃຈສະໜິດຕິດພັນ, ເປັນເຈົ້າການຮັບມືຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນ ໃນສະພາບການໂລກມີການຜັນແປ ຍ້ອນການແກ່ງແຍ້ງທາງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫ່ຍ ກໍ່ຄືການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19.










