ບົດບາດຂອງ “ສາມປັດໄຈຫຼັກ” ໃນການພັດທະນາເສດຖະກິດ ເພື່ອບັນລຸເປົ້າໝາຍການເຕີບໂຕ ປີ 2021
(VOVWORLD) - ປີ 2021, ລັດຖະບານຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP 6,5%. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ສຳເລັດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ເຕື້ອງເຖິງບົດບາດຂອງ “ສາມປັດໄຈຫຼັກ” ຊື່ງລວມມີການສົ່ງອອກ, ການໃຊ້ສອຍ ແລະ ການລົງທຶນ ເປັນຫຼາຍເທື່ອ. ທີ່ກອງປະຊຸມສະຫລຸບຂະແໜງອຸດສາຫະກຳການຄ້າ ເຊິ່ງຈັດຂຶ້ນໃນວັນທີ 7 ມັງກອນ, ທ່ານນາຍົກລັດຖະມົນຕີຍັງສືບຕໍ່ເນັ້ນໜັກວ່າ, 3 ປັດໄຈນີ້ຍັງຄົງໄດ້ຮັບການພັດທະນາ ດ້ວຍຂອບຂະໜາດໃຫ່ຍຫຼວງກ່ວາ ເພື່ອໃຫ້ຫວຽດນາມ ສາມາດບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021 ໄດ້.










