(VOVWORLD) -ຮ່າງບົດລາຍງານການເມືອງທີ່ນຳສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ເນັ້ນຫນັກວ່າ: ແນວຄິດການຊີ້ນຳນຳພາຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມໃນໄລຍະຈະມາເຖິງ ແມ່ນ “ຢຶດໝັ້ນ ແລະໝູນໃຊ້, ພັດທະນາລັດທິມາກ ເລນິນ ແນວຄິດໂຮ່ຈິີມິນ ຢ່າງມີຫົວຄິດປະດິດສ້າງ, ຢຶດໝັ້ນເປົ້າໝາຍເອກະລາດຊົນຊາດ ແລະລັດທິສັງຄົມນິຍົມ, ຢຶດໝັ້ນແນວທາງການປ່ຽນແປງໃຫມ່ຂອງພັກ ເພື່ອສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ. ນີ້ແມ່ນບັນຫາມີລັກສະນະຫລັກການ, ໄດ້ຮັບການຢັ້ງຢືນເພີ່ມເຕີມ, ພັດທະນາຜ່ານ ກອງປະຊຸມຄັ້ງຕ່າງໆ ແລະ ແມ່ນຄວາມສະເຫມີຕົ້ນສະເຫມີປາຍໃນວິວັດການກ້າວໄປເຖິງເປົ້າໝາຍເພື່ອນຳປະເທດຫວຽດນາມກາຍເປັນປະເທດຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.