(VOVWORLD) - ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ປະຊາຊົນນັບລ້ານໆຄົນຖືກເສຍຊີວິດ, ຊີວິດການເປັນຢູ່ຂອງນັບຕື້ຄົນຖືກຜົນກະທົບຢ່າງແຮງ, ກໍ່ກຳລັງດັນຫນັກຫນ່ວງເຖິງລະບົບສາທາລະນະສຸກ ແລະ ຊີວິດສັງຄົມຂອງທຸກໆປະເທດ; ສົ່ງຜົນສະທ້ອນເຖິງການຊົມໃຊ້ສິດທິມະນຸດ. ໃນສະພາບການນັ້ນ ເລື່ອງຮັບປະກັນໃຫ້ສັງຄົມມີຄວາມປອດໄພຕໍ່ໂລກລະບາດ ແມ່ນວິທີດີສຸດເພື່ອຮັບປະກັນການຊົມໃຊ້ບັນດາສິດທິມະນຸດໃຫ້ແກ່ສະມາຊິກແຕ່ລະຄົນໃນສັງຄົມຢ່າງຄົບຖ້ວນ.ນະໂຍບາຍ,ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການປົກປ້ອງ, ຊຸກຍູ້ສິດທິມະນຸດໃນຫລາຍປີຜ່ານມາ ພິເສດ ໃນສະພາບໂລກລະບາດພວມແຜ່ແຮງບັນດານໃຈກ່ຽວກັບການພັດທະນາມະນຸດ.