ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ເລິກເຊິ່ງກ້ວາງຂວາງຫວຽດນາມ-ຍີ່ປຸ່ນໃຫ້ດີກ່ວາອີກ
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 18-20 ຕຸລາ. ວັນທີ 19 ຕຸລາ, ໄດ້ດຳເນີນບັນດາເຫດການຈຸດສຸມຂອງການຢ້ຽມຢາມຄື: ການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທີການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ນາຍົກລັດຖະມົນຕີສອງທ່ານກໍ່ ແລກປ່ຽນບັນດາເອກະສານຮ່ວມມືຕ່າງໆ. ການຢ້ຽມຢາມໄດ້ປະກອບສ່ວນພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກ້ວາງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນໃຫ້ດີກ່ວາອີກ.










