ຄວາມມີໄຫວພິບໃນການຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຟຶື້ນຟູພື້ນຖານເສດຖະກິດ
(VOVWORLD) -ວັນທີ 15 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສິ້ນສຸດການປຶກສາຫາລືທີ່ແກ່ຍາວເປັນເວລາ 2 ວັນ ຢູ່ທີ່ກອງປະຊຸມກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ປີ 2019, 6 ເດືອນຕົ້ນປີ 2020. ມີມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ຫຼາຍປະການ ໂດຍບັນດາສະມາຊິກສະພາແຫ່ງຊາດໄດ້ເຕື້ອງເຖິງ ບົນເນື້ອໃນຈິດໃຈທີ່ວ່າ ຕ້ອງຍາດແຍ່ງທ່າໄດ້ປຽບໃນການຄວບຄຸມໂລກລະບາດໂຄວິດໄດ້ຢ່າງທັນທີ, ຮັບເອົາບັນດາກະແສຟອງຫັນປ່ຽນການລົງທຶນ, ເປັນເຈົ້າການຊຸກຍູ້ເສດຖະກິດດີີຈີຕອນ.










