ປະທານໂຮ່ຈີມິນ: ແຫຼ່ງບັນດານໃຈທີ່ບໍ່ມີວັນສິ້ນສຸດກ່ຽວກັບການປະຕິວັດ ແລະ ວັດທະນະທຳຂອງມວນມະນຸດ
(VOVWORLD) -“ປະທານໂຮ່ຈີມິນ: ແຫຼ່ງບັນດາໃຈບໍ່ມີວັນສິ້ນສຸດກ່ຽວກັບການປະຕິວັດ ແລະ ວັດທະນະທຳຂອງ ມວນມະນຸດ”, ນັ້ນແມ່ນຫົວຂໍ້ບົດຂຽນຂອງທ່ານຮອງສາດສະດາຈານ, ປອ. ຫງວຽນເທ໊ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີວິຈານວັນນະຄະດີສິລະປະສູນກາງ ມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ຜູ້ນຳທີ່ມີຄວາມປີຊາສາມາດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ໃນບົດຂຽນໂດຍໄດ້ຄັດສະເໜີຄຳເວົ້າຂອງນັກປະພັນຊາວຈີເລຄົນໜຶ່ງ, ທ່ານຫງວຽນເທ໊ກີຢັ້ງຢືນວ່າ “ປະທານໂຮ່ຈີມິນໄດ້ອຸທິດສ່ວນຕະຫຼອດຊີວິດເພື່ອຊາດ. ເພາະສະນັ້ນ, ສຳລັບຊົນຊາດຂອງຕົນ, ປະທານໂຮ່ຈີມິນໄດ້ກາຍເປັນຜູ້ນຳທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກ. ສຳລັບຊົນຊາດຕ່າງໆໃນໂລກ, ເພິ່ມເປັນຜູ້ທີ່ເປັນໜ້າເຄົາລົບນັບຖື”










