ວັກຊີນ ທີ່ມີຢູ່ແລ້ວຂອງ ຫວຽດນາມ ແມ່ນ ຈິດໃຈອົງອາດກ້າແກ່ນ, ຜ່ານຜ່າຄວາມຫຍຸ້ງຍາກ
(VOVWORLD) - ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພວມຕົກເຂົ້າສູສະພາບໄພນ້ຳທະເລຊຶນຢ່າງຮ້າຍແຮງເຊິ່ງໄດ້ຖືວ່າແມ່ນຂີດໝາຍປະຫວັດສາດປີ 2016. ມີທ້ອງຖິ່ນຫຼາຍແຫ່ງໄດ້ປະກາດສະພາບການຮີບດ່ວນ ແລະ ສຸມໃສ່ການຮັບມື. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມເສີມຂະຫຍາຍ ວັກຊີນທີ່ມີຢູ່ແລ້ວຂອງ ຫວຽດນາມແມ່ນເນື້ອໃນຈິດໃຈອົງອາດຂອງຊາດ, ຍິ່ງຫຍຸ້ງຍາກລຳບາກ, ຍິ່ງເຂັ້ມແຂງເພື່ອກ້າວໜ້າ.










